ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດແລະ ພັດທະນາ ມີຜົນສຳເລັດຫລາຍດ້ານ

0
2726

ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດແລະ ພັດທະນາ ມີຜົນສຳເລັດຫລາຍດ້ານ.

ກອງປະຊຸມສະຫລຸບ, ຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ໄຂຂຶ້ນໃນວັນທີ 15 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ມີການນຳພັກ, ລັດຂັ້ນສູງ, ບັນດາລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພັນຄຳ ວິພາວັນ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ຕາມ 4 ເນື້ອໃນຂອງພັກ, ລັດຖະບານຜ່ານມາ ທ່າມກາງສະພາບສາກົນ ແລະ ພາກພື້ນມີການຜັນແປ, ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດພະຍາດໂຄວິດ-19.

ແຕ່ເຖິງຢ່າງໃດກໍຕາມ ຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫລາຍດ້ານ ຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ ເຖິງວ່າປະເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຮັບຜົນກະທົບຂອງພະຍາດໂຄວິດ-19, ແຕ່ບໍ່ໃຫ້ເກີດເຫດການທົດຖອຍ ຮ້າຍແຮງຕໍ່ເສດ ຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກຖານບ້ານ ໄດ້ຮັບປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນເປັນກ້າວໆ; ຊົນນະ ບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີສ່ວນຮ່ວມຢ່າງຕັ້ງໜ້າ, ຄອບຄົວທຸກຍາກ, ບ້ານທຸກຍາກ ໄດ້ຮັບການແກ້ໄຂ ເປັນກ້າວໆມາ; ກຳລັງປະກອບອາວຸດ ໄດ້ຮັບການປັບປຸງກໍ່ສ້າງກາຍເປັນກຳລັງທີ່ໜັກ ແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ.

ຕະຫລອດໄລຍະ 5 ປີຜ່ານມາ ພັກ, ລັດຖະບານ ໄດ້ສຸມໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະ ນາ ດ້ວຍການບຸກບືນ ແຕ່ກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ທັງໝົດນັ້ນ ລ້ວນແຕ່ຊີ້ເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຮຽກຮ້ອງໃຫ້ຕ້ອງກຳແໜ້ນ ແລະ ພິຈາ ລະນາຢ່າງພາວະວິໄສ ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນ ໄປສູ່ລວງເລິກໄດ້ຢ່າງແທ້ຈິງ. ໃນໂອກາດດຽວກັນ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ສະຫລຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ(2016-2020) ແລະ ທິດທາງແຜນ ການຮອດປີ 2025 ໂດຍໄດ້ຍົກໃຫ້ເຫັນວ່າ:

ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະ ບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ, ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖີ່ນ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນລະບົບຕາມ 5 ຂັ້ນຕອນຂອງການແຂ່ງຂັນ ເປັນຕົ້ນ ວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫລຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 5 ປີ ໃຫ້ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ ແລະ ນະຄອນ ຫລວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 92.250 ພາກສ່ວນ, ມີບຸກຄົນ 86.327 ທ່ານ ແລະ ກົມກອງ 5.923 ກົມກອງ. ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19.449 ພາກສ່ວນ, ມີບຸກ ຄົນ 19.008 ທ່ານ ແລະ ກົມກອງ 441 ກົມກອງ; ແຂວງ 16 ແຂວງ ແລະ 1 ນະຄອນຫລວງວຽງຈັນ ລວມມີ 17 ພາກສ່ວນ; ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 72.801 ໃນນີ້ມີບຸກຄົນ 69.364 ທ່ານ ແລະ 3.437 ກົມກອງ. ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການບົດປະກອບຄຳເຫັນຂອງ ບັນດາຕົວແບບດີເດັ່ນ ແລະ ນັກພັດທະນາດີເດັ່ນ ກ່ຽວກັບການລ້ຽງສັດ, ຫັດຖະກຳຕໍ່າຫູກ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ອີກດ້ວຍ.

ຂ່າວ:ກິດຕາພາບ: ອາຍຄຳ

LEAVE A REPLY

Please enter your comment!
Please enter your name here