ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

0
2072

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າພະລັງງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍເປັນກຽດເຂົ້າຮ່ວມຕາງໜ້າລັດຖະບານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຕງໜ້າຝ່າຍຜູ້ພັດທະນາ ໂຄງການຂອງທ່ານ ແສງສັກ ໄຊຍະລາດ ຜູ້ອໍານວຍການ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ຮ່ວມກັບບໍລິສັດ ເອວເອັມທີລາວ ຈໍາກັດ ເຊິ່ງມີເນື້ອທີ່ຂອບເຂດໂຄງການທັງໝົດ 28,513 ເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ (ລຽບຕາມຊາຍແດນ ລາວ – ຫວຽດນາມ ແຂວງກວາງຈິ).

ແຜນການຕິດຕັ້ງການຜະລິດໄຟຟ້າພະລັງງານລົມ ຢູ່ທີ 1,200 MW ແລະ ຄາດຄະເນມູນຄ່າການກໍ່ສ້າງໂຄງການ 2,159 ລ້ານໂດລາສະຫະລັດ, ຈະສໍາເລັດການກໍ່ສ້າງ ແລະ ດໍາເນີນການຜະລິດໃນທ້າຍປີ 2025 ໂດຍມີຈຸດປະສົງ ເພື່ອ ນໍາໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ສສ.ຫວຽດນາມ. ສໍາລັບຄວາມເປັນມາຂອງໂຄງການດັ່ງກ່າວ ແມ່ນອີງຕາມການຈັດຕັ້ງປະຕິບັດ MOU ການຮ່ວມມືໃນຂະແໜງພະລັງງານ ກັບ ສສ ຫວຽດນາມ ທີ່ເຊັນໃນ ວັນທີ 5/10/2016 ວ່າດ້ວຍການຮ່ວມມືພັດທະນາໂຄງການໄຟຟ້າ ຢູ່ ສປປ ລາວ, ການເຊື່ອມຕໍ່ລະບົບສາຍສົ່ງ ແລະ ການຊື້ຂາຍພະລັງງານ ລະຫວ່າງສອງປະເທດ ນັບຕັ້ງແຕ່ປີ 2020 – 2030 ໂດຍຜູ້ພັດທະນາໂຄງການ ໄດ້ເລີ່ມສຶກສາຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການໄຟຟ້າພະລັງງານລົມ ນັບຕັ້ງແຕ່ກາງປີ 2021 ເປັນຕົ້ນມາ ເຫັນວ່າມີທ່າແຮງສູງ ໃນການພັດທະນາທຸລະກິດພະລັງງານດັ່ງກ່າວ.

ສະນັ້ນ, ຈຶ່ງໄດ້ສະ ເໜີລັດຖະບານແຫ່ງ ສປປ ລາວ ເພື່ອດໍາເນີນການສຶກສາ, ສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໂດຍໄດ້ຄົ້ນຄວ້າແລະ ປຶກສາຫາລື ກັບກະຊວງທີ່ກ່ຽວຂ້ອງ ເລີ່ມຕັ້ງແຕ່ປີ 2022 ເປັນຕົ້ນມາ ພາຍຫລັງໄດ້ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ແລະ ອະນຸມັດ ໃຫ້ເຊັນບົດບັນທຶກຄວາມເຂົ້າໃນ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນຄັ້ງນີ້.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here