ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຂົ້າຢ້ຽມຢາມ.
![](https://tholakhong.com/wp-content/uploads/2022/09/fvdbdb.jpeg)
ໃນວັນທີ 15 ກັນຍາ 2022 ນີ້, ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.
![](https://tholakhong.com/wp-content/uploads/2022/09/bfgnfsn.jpeg)
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ເຊິ່ງໃນພາມກາງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວມສະເຫຼີມສະຫຼອງ 60 ປີ ແຫ່ງວັນ ສ້າງຕັ້ງການພົວພັນທາງການ ທູດ (5 ກັນຍາ 1962 – 5 ກັນຍາ 2022) ຄົບຮອບ 45 ປີ ວັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2022) ຢ່າງເປັນຂະບວນການພົດຟື້ນ.
![](https://tholakhong.com/wp-content/uploads/2022/09/fngnfng.jpeg)
ເຊິ່ງການເດີນທາງມາເຮັດໃນຄັ້ງນີ້ມັນໄດ້ສະແດງໃຫ້ເຫັນເຖິງ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນການຮ່ວມຂອງສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນລະກັນໃນອະນາຄົດ ແລະ ຍາວນານ.
ທ່ານ ພົນເອກ ຟານວັນຢາງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບ ດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ. ພ້ອມດຽວກັນນີ້ກໍ້ໄດ້ອວຍພອນໄຊອັນປະເສີດໃຫ້ ອະດີດປະທານປະເທດຈົ່ງມີສຸຂະພາບແຂງແຮງ ມີພາລາໄມ້ສົມບູນ ແລະ ຂໍເຊື້ອເຊີນສະຫາຍ ໄປຢ້ຽມຢາມ ແລະ ທ່ຽວຊົມ ຄວາມສວຍງາມທາງດ້ານວັດທະນະທຳ ແລະ ທຳມະຊາດຂອງ ສສ ຫວຽດນາມ.
![](https://tholakhong.com/wp-content/uploads/2022/09/fnfn.jpeg)
ຂ່າວຍັງໃຫ້ຮູ້ຕຶ່ມອີກວ່າ: ໂອກາດດຽວກັນນີ້,ສະຫາຍ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມຄະນະ ຍັງໄດ້ເດີນທາງໄປຕິດຕາມກວດກາໂຄງການກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບປະຊາຊົນລາວ ທີ່ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ການຊ່ວຍເຫຼືອ,ພ້ອມນີ້ກໍໄດ້ເດີນທາງໄປຢ້ຽມຢາມ ບໍລິສັດລັດວິສາຫະກິດສະຕາໂທລາຄົມຕື່ມອີກ.
ແຫຼ່ງຂ່າວ ແລະ ຮູບພາບ: Lao people’s Army News