ໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

0
631

ເປີດໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

ໃນວັນທີ 16 ກັນຍາ 2022 ນີ້, ຢູ່ນະຄອນຫລວງວຽງຈັນ ໄດ້ມີພິທີເປີດໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ ໂດຍການຊ່ວຍເຫຼືອ ຈາກມູນນິທິກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (GX FOUNDATION) ຂອງລັດຖະບານ ສປ ຈີນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫລຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ປຶກສາການເມືອງ ແຫ່ງ ສປ ຈີນ ປະທານ GX FOUNDATION, ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງ ຝ່າຍຈີນ ແລະ ລາວ ເຂົ້າຮ່ວມ. ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ:

ໂຄງການລຶບລ້າງພະຍາດແກ່ນຕາຂຸ້ນ ໃນ ສປປ ລາວ ໂດຍການຊ່ວຍເຫຼືອຈາກ ມູນນິທິຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຊ່ວຍປະຊາຊົນລາວ ຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃຫ້ໝົດໄປຈາກ ສປປ ລາວ ດ້ວຍທີມຊ່ວຍແພດຜູ້ຊ່ຽວຊານຈາກ ສປ ຈີນ, ພ້ອມດ້ວຍເຄື່ອງມື, ລົດຜ່າຕັດເຄື່ອນທີ່ ທີ່ທັນສະໄໝ ຊຶ່ງເປັນການຊ່ວຍເຫຼືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ.

ພ້ອມນີ້, ທ່ານຍັງໄດ້ ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ສປ ຈີນ ໂດຍສະເພາະແມ່ນ ທ່ານປະທານ GX FOUNDATION ພ້ອມດ້ວຍຄະນະ, ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ເປັນການສະແດງເຖິງນໍ້າໃຈເອື້ອເຝື້ອເຜື່ອແຜ່ ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄື ອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນ GX FOUNDATION ແລະ ທັງເປັນການສະແດງເຖິງ ການເປັນເພື່ອນມິດສະຫາຍ ອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

ປະຊາຊົນລາວ ຜູ້ທີ່ມີພະຍາດແກ່ນຕາຂຸ້ນທີ່ໄດ້ຮັບການຜ່າຕັດດີແລ້ວ ຈະມີຊີວິດທີ່ດີຂຶ້ນ, ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການລຶບລ້າງພະຍາດແກ່ນຕາຂຸ້ນ ກໍຄືວຽກງານສາທາລະນະສຸກຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວອີກຂັ້ນໜຶ່ງ ແລະ ກໍເປັນເປົ້າໝາຍຂອງ ພັກ, ລັດຖະບານລາວໃນການສ້າງສາພັດທະນາປະເທດຊາດແບບຢືນຍົງ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ພະລັງງານ, ສາທາລະນະສຸກ ແລະ ອື່ນໆ

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here