ນັກພັດທະນາດີເດັ່ນແຫ່ງຊາດ

0
815

ໂຄງການ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄໍາປ່າແໜ, ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈໍາພອນ ແລະ ໂຄງການຮ່ວມໃຈສາຍໄຍໂລມາຄຳ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນ, ຈັດຫາແຫຼ່ງນໍ້າກິນ-ນໍ້າໃຊ້ ແລະ ສົ່ງເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຍົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ປະກອບສ່ວນເຮັດໃຫ້ ປະຊາຊົນບ້ານເປົ້າໝາຍ ມີຊີວິດການເປັນຢູ່ດີຂຶ້ນ.

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ (ນັກພັດທະນາດີເດັ່ນແຫ່ງຊາດ) ໄດ້ມີຄຳເຫັນຕໍ່ກອງປະຊຸມສະຫຼຸບຕີລາຄາ ຂະບວນການຮັກຊາດ ແລະ ພັດທະນາທົ່ວປະເທດ ໃນວັນທີ 15 ກັນຍາຜ່ານມາ ໂດຍທ່ານໄດ້ໃຫ້ຮູ້ວ່າ:

ໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປັນໂຄງການທີ່ມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ, ເປົ້າໝາຍເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດຖະບານທີ່ວາງອອກ ດ້ວຍການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງ ເຂົ້າສູ່ລວງເລິກຕິດພັນກັບການຊຸກຍູ້ແຮງຂະ ບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ; ເປັນໂຄງການຕົວແບບທີ່ພາກສ່ວນທຸລະກິດ ເຂົ້າໄປມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ໃນເບື້ອງຕົ້ນໂຄງການໄດ້ຕົກລົງເຊັນບົດບັນທຶກກັບເມືອງ ໃຫ້ການຊ່ວຍເຫຼືອປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກທີ່ສຸດກ່ອນ, ເປົ້າໝາຍຫຼັກຂອງໂຄງການ ເພື່ອຫັນປ່ຽນການດຳລົງຊີວິດຂອງປະຊາຊົນຄອບຄົວເປົ້າໝາຍທີ່ເລື່ອນລອຍ ‘ຂໍທານ’ ເປັນອາຊີບຫາກິນ ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່ ໂດຍສ້າງພື້ນຖານການຜະລິດໃຫ້ແກ່ປະຊາຊົນ, ນຳພາປະຊາຊົນເປົ້າໝາຍອອກແຮງງານໃຫ້ເຮັດກິນຢູ່ກັບທີ່, ຮູ້ທຳການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.ທ່ານ ເກຍ ອູ໊ສິດທິເດດ ໄດ້ໃຫ້ຮູ້ຕື່ມວ່າ: ຜ່ານການປະເມີນຈາກຄະນະກຳມະການເຫັນວ່າ: ຊີວິດການເປັນຢູ່ ຂອງປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກໄດ້ຮັບການປັບປຸງດີຂຶ້ນ, ຢຸດຕິການໄປຂໍທານຮ້ອຍສ່ວນຮ້ອຍ ແລະ ມີປະສິດທິຜົນ.

ສະນັ້ນ, ທ່ານເຈົ້າແຂວງຈຶ່ງໄດ້ອອກຂໍ້ຕົກລົງໃຫ້ສືບຕໍ່ໂຄງການຕື່ມອີກ 2 ປີ (2017-2018) ໂດຍມອບໃຫ້ຂ້າພະເຈົ້າສົມທົບກັບພາກລັດຂັ້ນແຂວງ ແລະ ອໍານາດການປົກຄອງເມືອງຈຳພອນ ຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ລະບຸໄວ້ໃນບົດສະຫຼຸບໂຄງການໄລຍະທີ 1 ຈາກເປົ້າໝາຍເກົ່າ 27 ຄອບຄົວ ເພີ່ມຂຶ້ນອີກ 50 ຄອບຄົວ, ລວມທັງໝົດເປັນ 77 ຄອບຄົວ, 482 ຄົນ. ການຈັດຕັ້ງປະຕິບັດສອງໂຄງການ ລວມໄລຍະເວລາທັງໝົດ 3 ປີກວ່າ (01 ມັງກອນ 2016 ເຖິງ 30 ກຸມພາ 2019)

  • ໂດຍໄດ້ຄົ້ນຄວ້າ, ຊົດເຊີຍເອົາດິນຈາກປະຊາຊົນ 48ເຮັກຕາກວ່າ ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນໃນເປົ້າໝາຍ ນຳໃຊ້ສືບທອດໄດ້ (ແຕ່ຫ້າມຊື້ຂາຍ)
  • ໄດ້ຄົ້ນຄວ້າຫາດິນປຸກສ້າງ 40 ຕອນໃນເນື້ອທີ່ 5 ເຮັກຕາກວ່າ, ຈັດສັນໃຫ້ 36 ຄອບຄົວເປົ້າໝາຍທີ່ຢູ່ກະແຈກກະຈາຍເຂົ້າມາໂຮມຢູ່ບ້ານໃຫຍ່ໄດ້ທັງໝົດ
  • ພ້ອມປຸກເຮືອນເຄິ່ງຖາວອນໃຫ້ 36 ຫຼັງ, ສ້ອມແປງ ແລະ ຕໍ່ເຕີມເຮືອນໃຫ້ປະຊາຊົນທັງສອງບ້ານ 82 ຫຼັງ
  • ສ້ອມແປງຫ້ອງການສູນຈັດສັນອາຊີບຄົງທີ່, ຕິດຕັ້ງໄຟຟ້າ, ອຸປະກອນຮັບໃຊ້ໃນສູນ,
  • ປຸກສ້າງຫ້ອງການ, ສະໂມສອນບ້ານໃຫ້ 1 ຫຼັງ ແລະ ໃຫ້ເຄື່ອງກະ ຈາຍສຽງ 2 ຊຸດ ໃຫ້ 2 ບ້ານ; ປຸກສ້າງສາງເກັບມ້ຽນເຂົ້າ 1 ຫຼັງ, ປຸກສ້າງຕະຫຼາດນ້ອຍ 1 ຫຼັງ ,
  • ສ້າງບ່ອນຮຽນຮູ້ຖ່າຍທອດກິດຈະກຳຕ່າງໆ 1 ແຫ່ງ, ຈັດສັນດິນບຸກເບີກເຮັດນາໃໝ່ໄດ້ 200,3 ເຮັກຕາໃຫ້ 115 ຄອບຄົວໃນ ແລະ ນອກເປົ້າໝາຍ- ປັບປຸງນາເກົ່າຄືນ 24,2 ເຮັກຕາ ໃຫ້ປະຊາຊົນໃນ ແລະ ນອກເປົ້າໝາຍ- ຕັດທາງຕາຜ້າບ້ານ, ສ້າງທາງດິນແດງໃໝ່ລວມຄວາມຍາວ 8,7 ກິໄລແມັດ,
  • ເຮັດສວນປູກຜັກໃຫ້ 108 ຕອນ ໃນເນື້ອທີ່ 8 ເຮັກຕາກວ່າ ໃຫ້ 108 ຄອບຄົວ
  • ໃຫ້ແນວພັນຜັກ 28 ຊະນິດ, ຈົກໜອງສະໃຫຍ່ 117 ໜອງໃນເນື້ອທີ່ 21 ເຮັກຕາກວ່າ ໃຫ້ 85 ຄອບ ຄົວໃນ ແລະ ນອກເປົ້າໝາຍ ແລະ 4 ໜອງໃຫ້ເປັນໜອງລວມຂອງບ້ານ
  • ເຮັດໜອງນ້ອຍປູຜ້າຢາງ 94 ໜອງໃຫ້ 47 ຄອບຄົວ ທົດລອງລ້ຽງປາດຸກ, ລ້ຽງກົບ, ໃຫ້ແນວພັນສັດລ້ຽງເປັນຕົ້ນ ແບ້, ໝູ,ເປັດ, ໄກ່, ຫອຍ ແລະ ປາຫລາຍຊະນິດ
  • ໄດ້ຕິດຕັ້ງແອ່ງໃສ່ນ້ຳ, ຕິດຕັ້ງໂຮງສີເຂົ້ານ້ອຍ-ກາງ,
  • ຊື້ລົດໄຖນາເດີນຕາມ, ເຄື່ອງຢອດເຂົ້າ, ຈັກຟາດເຂົ້າ, ໄດ້ຊຸກຍູ້ສົ່ງເສີມຮ້ານສ້ອມ ແປງລົດຈັກ, ລົດຖີບ, ລົດໄຖ, ຕົ້ມເຫລົ້າໝໍ້ນ້ອຍ
  • ເປີດຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຂາຍເຝີ- ໄດ້ເກັບຊື້ຜົນຜະລິດຂອງປະຊາຊົນໃນ 2 ບ້ານ ທີ່ເກັບກູ້ໄດ້ ແລະ ຫາມາໄດ້ໃຫ້ທັງໝົດ.

ພ້ອມນີ້, ຍັງໄດ້ຊ່ວຍປັບປຸງ ດ້ານວຽກງານການສຶກສາ, ສາທາລະນະສຸກ, ວຽກສະຫວັດດີການສັງຄົມ ແລະ ສາສະໜາ ຕື່ມອີກ.ໃນກອງປະຊຸມສະຫລຸບຕີລາໃນໄລຍະ 3 ປີ ການມີສ່ວນຮ່ວມຂອງໂຮງງານຜະລິດ ນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ໃນວັນທີ 29 ເມສາ 2019 ໄດ້ຕີລາຄາວ່າ: ເປັນໂຄງການທີ່ມີປະສິດທິຜົນ, ໃຫ້ການຊ່ວຍເຫຼືອຫຼາກຫຼາຍ ສອດຄ່ອງກັບຄວາມຕ້ອງການ, ການຜະລິດມີລັກສະນະຄົບວົງຈອນ, ການຖ່າຍທອດທາງດ້ານເຕັກນິກມີລັກສະນະງ່າຍດາຍ, ການດຳເນີນກິດຈະກຳຕ່າງໆມີຄວາມວ່ອງໄວ, ທັນກັບສະພາບ, ທັນລະດູການຖືກໃຈປະຊາຊົນ, ຄ່າໃຊ້ຈ່າຍຕ່ຳ, ເວລາສັ້ນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຫັນປ່ຽນວິຖີໃນການດຳລົງຊີວິດແບບໃໝ່, ກອງປະຊຸມໄດ້ຢັ້ງຢືນເຖິງຜົນສຳເລັດທີ່ໜ້າຊື່ນຊົມ ແລະ ໄດ້ປິດໂຄງການ ນັບແຕ່ມື້ສະຫຼຸບຕີລາຕາເປັນຕົ້ນມາ

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here