ມອບລົດຈັກທີ່ຖືກລັກຄືນເຈົ້າຂອງເດີມ

0
6610

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງວຽງຈັນ ມອບລົດຈັກຄືນໃຫ້ເຈົ້າຂອງເດີມ.

ໃນວັນທີ 1-7 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງວຽງຈັນ ​ໄດ້ມອບລົດຈັກທີ່ຄົນບໍ່ດີລັກໄປຄືນໃຫ້ເຈົ້າຂອງເດີມ ລົດທີ່ນຳມາມອບຄັ້ງນີ້ມີ ຈໍານວນ 6 ຄັນ ທີ່ຄົນບໍ່ດີລັກໄປໃນຕົ້ນປີ 2022 ຜ່ານມາ ເຈົ້າໜ້າທີ່ສາມາດຮິບໂຮມ ແລະ ເກັບກູ້ຄືນມາໄດ້ ແລ້ວໄດ້ມອບຄືນໃຫ້ເຈົ້າຂອງເດີມ.

ຕາງໜ້າມອບ​ໂດຍ​ແມ່ນເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ຕາງໜ້າຮັບ​ໂດຍ​ແມ່ນເຈົ້າຂອງຊັບ ໂດຍຊ່ອງ​ໜ້າ​ພະນັກງານ​ ແລະ ເຈົ້າຂອງຊັບເຂົ້າຮ່ວມເປັນສັກຂີພະຍານ.

ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ແຂວງຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ທະຫານ, ຕຳຫຼວດ, ພໍ່ຄ້າແມ່ຄ້າ ແລະ ອຶ່ນໆ ຈົ່ງມີສະຕີຮັກສາເຄື່ອງຂອງມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກຊັບສິນຂອງພວກທ່ານ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ຕຳຫຼວດໃນການສະກັດກັ້ນ-ຕ້ານປະກົດການຫຍໍ້ທໍ້ທີ່ອາດຈະສ້າງຄວາມບໍ່ສະຫງົບໃນສັງຄົມ.

ພາບ-ຂ່າວ: ປກສ ແຂວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here