ຖະແຫຼງການດຳເນີນຄະດີ ນາງ ພອນທິບ!!

0
20401

ເຈົ້າໜ້າທີ່ຖະແຫຼງ ການດຳເນີນຄະດີ ນາງ ພອນທິບ ພ້ອມພັກພວກ ສໍ້ໂກງເງິນຫຼາຍພັນຕື້ກີບ

ວັນທີ 19 ກັນຍາ 2022, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຖະແຫຼງຂ່າວຄວາມຄືບໜ້າ ຄະດີ ນາງ ພອນທິບ ພ້ອມພັກພວກ ລວມທັງໝົດ 7 ຄົນ ທີ່ມີການເຄື່ອນໄຫວສໍ້ໂກງເງິນ ປະຊາຊົນໃນຂອບທົ່ວປະເທດ ມີຜູ້ເສຍຫາຍຫຼາຍກວ່າ 1.600 ຄົນ ແລະ ມີຜົນເສຍຫາຍເປັນເງິນຫຼາຍພັນຕື້ກີບ. ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມຕໍາຫຼວດເສດຖະກິດ ຖະແຫຼງວ່າ: ຜ່ານການ ສອບສວນ ນາງ ພອນທິບ ອາຍຸ 30 ປີ ແລະ ທ້າວ ອານຸສິດ ອາຍຸ 34 ປີ (ຜົວ-ເມຍ) ທັງສອງຢູ່ບ້ານ ຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮັບສາລະພາບວ່າ: ໄດ້ມີການໂຄສະນາ ແລະ ເຄື່ອນໄຫວສໍ້ໂກງຊັບແທ້; ປັດຈຸບັນມີຜູ້ເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ທັງໝົດ 1.680 ຄົນ, ລວມມູນຄ່າເສຍຫາຍເປັນເງິນກີບທັງໝົດ 355.035.418 ຕື້ກີບ, ເງິນບາດ 305.106.537 ບາດ, ເງິນໂດລາ 7.811.665 ໂດລາ; ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ຢຶດ ແລະ ອາຍັດຊັບສິນທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນແມ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດ ຈໍານວນຫຼາຍລາຍການ; ນອກຈາກນີ້, ເຈົ້າໜ້າທີ່ຍັງສາມາດຈັບພັກພວກຮ່ວມຂະບວນການດຽວກັນມາດໍາເນີນຄະດີໄດ້ເພີ່ມອີກ 5 ຄົນຄື: ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫວຍຫົງ ເມືອງຈັນທະບູລີ, ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ, ທ້າວ ສົມພິດ ອາຍຸ 26 ປີ ແລະ ນາງ ໄຂ່ມຸກ ທັງສອງພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ, ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ຫົວໜ້າກົມຕໍາຫຼວດເສດຖະກິດ ກ່າວຕື່ມວ່າ: ຄະດີດັ່ງກ່າວນີ້, ໃນເບື້ອງຕົ້ນ ກົມຕໍາຫຼວດເສດຖະກິດ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຈໍານວນໜຶ່ງ ວ່າ ນາງ ພອນທິບ ໄດ້ສໍ້ໂກງຊັບຂອງພວກກ່ຽວ ແລ້ວເອົາຕົວລົບໜີອອກຈາກລາວໄປປະເທດໄທໃນວັນທີ 29 ມິຖຸນາ 2022; ຈາກນັ້ນ, ກົມຕໍາຫຼວດເສດຖະກິດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດໄທ ຊ່ວຍຕິດຕາມ ແລະ ຈັບຕົວຜູ້ກ່ຽວ; ຈົນມາຮອດວັນທີ 29 ກໍລະກົດ ຈຶ່ງສາມາດຈັບຕົວ ນາງ ພອນທິບ ແລະ ທ້າວ ອານຸສິດ (ຜົວ) ໄດ້ ແລະ ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດລາວ ໃນວັນທີ 31 ກໍລະກົດມາດໍາເນີນຄະດີ. ໃນໄລຍະປີ 2021 ນາງ ພອນທິບ ໄດ້ມີການໂຄສະນາຜ່ານສື່ອອນລາຍ (ເຟດບຸກ ຊື່ວ່າ ເຈ້ທິບ ພຸດທະວົງ ດ້ວຍຮູບການແອບອ້າງເປັນແມ່ຫວຍ ດ້ວຍການລະດົມເງິນມາລົງທຶນນໍາຜູ້ກ່ຽວໂດຍໃຫ້ດອກສູງກວ່າທະນາຄານ 30% ຕໍ່ເດືອນ ແລະ ຝາກເບື້ອງຕົ້ນຂັ້ນຕໍ່າ 30 ລ້ານກີບຂຶ້ນໄປ, ຖ້າບຸກຄົນໄດສົນໃຈແມ່ນໃຫ້ໂອນເຂົ້າບັນຊີຂອງ ນາງ ພອນທິບ ມີທັງໝົດ 3 ບັນຊີເງິນຄື: ເງິນກີບ, ເງິນບາດ ແລະ ເງິນໂດລາ ໂດຍອອກຊື່ ລາຢາ ຂາຍເພັດພອຍວັດຖຸມີຄ່າ; ຫຼັງຈາກນັ້ນມີຄົນຈໍານວນຫຼາຍທີ່ເຂົ້າຫວຍ ແລະ ໂອນເງິນເຂົ້າບັນຊີ, ພາຍຫຼັງມີຄົນມາເຂົ້າຫວຍໃນເບື້ອງຕົ້ນນາງ ພອນທິບ ໄດ້ໂອນເງິນດອກໃຫ້ແກ່ລູກຫວຍໂດຍເອົາເງິນຕົ້ນທຶນທີ່ຜູ້ຄົນນໍາມາເຂົ້າຫວຍໂອນໃຫ້; ຕໍ່ມາບໍ່ມີຄົນມາເຂົ້າຫວຍ ຈິງບໍ່ສາມາດຈ່າຍດອກໃຫ້ລູກຫວຍໄດ້; ມາຮອດຊ່ວງເດືອນ ພຶດສະພາ ລູກຫວຍ ຈໍານວນໜຶ່ງໄດ້ໄປຂໍຖອນເງິນທຶນຄືນ ແຕ່ຜູ້ກ່ຽວບໍ່ສາມາດຈ່າຍເງິນໃຫ້ແກ່ລູກຫວຍ ພ້ອມທັງເອົາຕົວລົບໜີອກຈາກປະເທດ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here