ເປີດນໍາໃຊ້ຂົວເບເລຂ້າມນໍ້າເງິນ

0
2795

ແຫຼ່ງຂ່າວຈາກ ເມືອງເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ:

ເມື່ອບໍ່ດົນມານີ້, ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ຂົວເບເລຂ້າມນໍ້າເງິນ ບ້ານຫລວງມີໄຊ ພາຍຫລັງດຳເນີນການກໍ່ສ້າງມາແຕ່ທ້າຍປີ 2022 ຜ່ານມາ, ໂດຍມີທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງເງິນ, ທ່ານ ພູວັງ ກອງຊັບ ຫົວໜ້າຫ້ອງການ ກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ຄໍາຂ່ອງ ແກ້ວມະນີ ປະທານ ບໍລິສັດ ຊະນະໄຊກໍ່ສ້າງ ຄົບວົງຈອນຈໍາກັດ ໃນນາມຜູ້ຮັບເໜົາກໍ່ສ້າງ ໄດ້ໃຫ້ຮູ້ວ່າ:

ຂົວເບເລຂ້າມນໍ້າເງິນ ບ້ານຫລວງມີໄຊ ໄດ້ເລີ່ມລົງກໍ່ສ້າງມາແຕ່ວັນທີ 9 ທັນວາ 2021 ຫາວັນທີ 9 ມິຖຸນາ 2022 ໃຊ້ເວລາການກໍ່ສ້າງທັງໜົດ 6 ເດືອນ, ຂົວດັ່ງກ່າວ ມີຄວາມຍາວທັງໜົດ 18 ແມັດ, ກວ້າງ 6 ແມັດ, ສາມາດຮັບນໍ້າໜັກໄດ້ 20 ໂຕນ, ມູນຄ່າການກໍ່ສ້າງທັງໜົດ 894 ກວ່າກີບ, ໃນນີ້ ໄດ້ຮັບທຶນກໍ່ສ້າງຈາກງົບປະມານຂອງຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາຊຸມຊົນ ໂຄງການພະລັງຄວາມຮ້ອນຫົງສາ ຈຳນວນ 878 ລ້ານກວ່າກີບ ແລະ ທຶນສົມທົບຂອງປະຊາຊົນ ໄມ້ແປ້ນປູໜ້າຂົວ ແລະ ສີທາ ມູນຄ່າ 16 ລ້ານກວ່າກີບ.

ໂອກາດນີ້, ທ່ານ ທອງພັນ ສຸກສະຫວັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ຊະນະໄຊກໍ່ສ້າງ ຄົບວົງຈອນຈຳກັດ ທີ່ເອົາໃຈໃສ່ ໃນການກໍ່ສ້າງຂົວຈົນສຳເລັດຕາມແຜນການ, ຄະນະຮັບຜິດຊອບກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ປະຊາຊົນກໍໄດ້ມີສ່ວນຮ່ວມ ແລະ ອໍານວຍຄວາມສະດວກຫລາຍດ້ານ, ໂດຍຕິດພັນກັບແຜນພັດທະນາເສດຖະກິດຂອງເມືອງ ແລະ ບ້ານ, ກ່ອນໜ້ານີ້ຂົວຂ້າມນໍ້າເງິນ ບ້ານຫລວງມີໄຊ ແມ່ນກໍ່ສ້າງໄປສຳເລັດ ຫລາຍຄັ້ງແລ້ວ ແຕ່ເປັນຂົວໄມ້ ແລະ ເປັນຂົວຊົ່ວຄາວ ເມື່ອຮອດລະດູຝົນ ຫລື ເວລາເກີດໄພທໍາມະຊາດ ຈຶ່ງໄດ້ເຮັດໃຫ້ຂົວເປ່ເພ, ນໍ້າຖ້ວມຂົວ ເຮັດໃຫ້ການສັນຈອນໄປ-ມາຫາເຂດທໍາການຜະລິດ ຂອງປະຊາຊົນພົບຄວາມຫຍຸ້ງຍາກ, ພາຍຫລັງກໍ່ສ້າງສຳເລັດໃນຄັ້ງນີ້ຂົວດັ່ງກ່າວ ຈະອຳນວຍຄວາມສະດວກ ໃນການໄປທໍາການຜະລິດ ແລະ ຂົ່ນສົ່ງ ຜົນຜະລິດ ຂອງປະຊາຊົນ ອີກດ້ວຍ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here