ງານບຸນແຫ່ທຸງປະຈຳຊາດ

0
8369

ງານບຸນແຫ່ທຸງປະຈຳຊາດ ຂອງບັນດາປະເທດໃນໂລກຄັ້ງທີ 17 ປະຈຳປີ 2022

ງານບຸນແຫ່ທຸງປະຈຳຊາດ ບັນດາປະເທດໃນໂລກຄັ້ງທີ 17 ປະຈຳປີ 2022 ງານບຸນແຫ່ທຸງປະຈຈຳຊາດບັນດາປະເທດໃນໂລກຄັ້ງທີ 17 ປະຈຳປີ 2022 ຫລືເອີ້ນເປັນພາສາຝຮັ່ງ ລາເຟດເຕີເດບານແຍກດູຍມົງເດີ (la Fête des bannières du monde ) ທີ່ ເມືອງລີຢົງ, ປະເທດຝຮັ່ງໄດ້ຈັດຂື້ນໃນວັນທີ 17 ກັນຍາ, ສຳລັບປີນີ້ມີ 29 ປະເທດເຂົ້າຮ່ວມຄື້: ເບຣຊີນ, ອາມາຊອນ, ກຸຍບາ, ເວເນຊູເອລາ, ໂບລີເວຍ, ເປລູ, ເມັກຊີກໂກ, ກົວເດີລຸກ, ໂປລີເນເນຊີ, ມາລີ, ມາດາກັດກາ, ຝຮັ່ງ, ອູ​ແກ​ຣນ, ສາທາລະນະລັດເບລາລຸດ, ຣູ​ມາ​ນີ, ໂມນດາວີ, ບຸນກາລີ, ໂປໂລຍ, ຊີລີ, ຍີ່ປຸ່ນ, ຟີລີບປີນ, ອິນໂດເນເຊຍ, ຫວຽດນາມ, ກຳປູເຈ້ຍ, ລາວ, ໄທ, ອີນເດຍ ແລະ ຈີນ.ໃນປີທີ່ຜ່ານມາໄດ້ມີການຈັດບຸນກົງສຸນແລກປະສົມກັບບຸນແຫ່ງທຸງປະຈຳຊາດ.

ແຕ່ສຳລັບປີນີ້ຈັດງານກົງສຸນແລກຕ່າງຫາກ, ສຳລັບງານບຸນແຫ່ທຸງປະຈຳຊາດບັນດາປະເທດໃນໂລກນີ້ ເພື່ອໃຫ້ແຕ່ລະປະເທດທີ່ເຂົ້າຮ່ວມໄດ້ສະແດງວັດທະນະທຳ, ຮີດຄອງປະເພນີຂອງແຕ່ລະປະເທດ ແລະ ເດີນຂະບວນແຫ່ທຸງຊາດພ້ອມດ້ວຍສຽງຮ້ອງເພງເຕັ້ນລຳເປັນເອກະລັກຂອງແຕ່ລະປະເທດ.ສຳລັບປີນີ້ຂະບວນແຫ່ທຸງຊາດຂອງປະເທດລາວນຳໂດຍ ທ່ານ ໂອສະກະ ລາດຊະພົນ, ທີ່ປືກສາທູດແຫ່ງ ສປປ ລາວປະຈຳປະເທດຝຮັ່ງ, ທ່ານ ຈູມຄຳ ຫລວງວັນ, ກຳມະການສູນກາງ ແນວລາວສ້າງຊາດທີ່ປະເທດຝຮັ່ງ ແລະ ປະທານຄົນລາວທີ່ປະເທດຝຮັ່ງ, ພ້ອມດ້ວຍຄົນລາວທີ່ອາໃສຢູ່ປະເທດຝຮັ່ງເປັນຈຳນວນຫຼວງຫຼາຍ.

ສຳລັບການແຫ່ທຸງຊາດລາວເຮົານີ້ແມ່ນຄວາມພາກພູມໃຈຂອງຄົນລາວທັງປະເທດທີ່ທຸງຊາດ​ລາວໂບກສະບັດປິວໄປທົ່ວເມືອງລີຢົງ ແລະ ເຜີຍແຜ່ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດເຊັ່ນ ຜູ້ຊາຍໃສ່ເສື້ອໄໝ, ຜູ່ຍິງໃສ່ສິ້ນໄໝ, ເກົ້າຜົມບ່ຽງແພ ແລະ ຂັບລຳຮ້ອງເພງລາວ, ຟ້ອນລຳວົງ ທີ່ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ແລະ ໄດ້ຮັບຄວາມສົນໃຈຈາກຊາວຕ່າງຊາດເປັນຈຳນວນຫລວງຫລາຍ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here