ສາມາດເກັບລາຍຮັບໄດ້ເກີນແຜນ!

0
994

8 ເດືອນ ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 503 ຕື້ກວ່າກີບ ທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງເມື່ອບໍ່ດົນມານີ້ວ່າ: ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ – ວັງເຕົ່າ ສົກປີ 2022 ແມ່ນຈະໃຫ້ໄດ້ທັງໝົດ 796 ຕື້ກີບ.

ໃນນັ້ນ, ຈະໃຫ້ໄດ້ຈາກດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ ຫ້ອງການພາສີປະຈໍາ ທ່າບົກ-ວັງເຕົ່າ 215 ຕື້ກີບ. ໃນ 8 ເດືອນ ປີ 2022 ສາມາດເກັບລາຍຮັບໄດ້ 503 ຕື້ກວ່າກີບເທົ່າກັບ 63,27% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 44 ຕື້ກວ່າກີບ, ເທົ່າກັບ 9,65%. ທ່ານ ແກ້ວອຸດອນ ພາລີຈັນ ກ່າວຕື່ມວ່າ:

ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ເກີນແຜນ ຍ້ອນພວກເຮົາມີກົດໝາຍພາສີ, ກົດໝາຍຂອງຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດ ໝາຍ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ມີເຄື່ອງມືທີ່ທັນສະໄໝນຳໃຊ້ເຂົ້າໃນການບໍລິການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ (Asycuda), ການກວດກາສິນຄ້າ ເຄື່ອງຂອງ ເຂົ້າ-ອອກ ຜ່ານດ່ານດ້ວຍລະບົບສາຍແສງ (Scanner), ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງສິນຄ້າ, ຕູ້ບັນທຸກສິນຄ້າ (ຕູ້ຄອນເທນເນີ້) ດ້ວຍລະບົບເອເລັກໂຕຣນິກ, ສຳຄັນຄືຜູ້ປະກອບການຈິງໃຈເສຍພາສີຕາມລະບຽບການ. ສໍາລັບທິດທາງວຽກຈຸດສຸມໃນ 4 ເດືອນທ້າຍປີ, ຫົວໜ້າພາສີດ່ານສາກົນວັງເຕົ່າ ກ່າວວ່າ:

ຈະສູ້ຊົນຈັດຕັ້ງປະຕິບັດການຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ການຈັດຕັ້ງມອບໝາຍ ຄື: 295 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 175 ຕື້ກີບ, ກວມ 30,12% ຂອງແຜນປີ; ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 120 ຕື້ກີບ ກວມ 55.68%.

(ຂ່າວ: ເກດສະໜາ ແກ້ວສຸວັນນະແສງ)

LEAVE A REPLY

Please enter your comment!
Please enter your name here