ທ່ານ ປອ ສິນລະວົງ ຄຸດໄພທູນ ເຄື່ອນໄຫວຢ້ຽມຢາມເມືອງຫົງສາ ແຂວງໄຊຍະບູລີ

0
1009

ໃນຕອນເຊົ້າວັນທີ 21 ກັນຍາ 2022 ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳຈາກສູນກາງ ໄດ້ລົງເຄື່ອນໄຫວ ແລະ ຢ້ຽມຢາມເມືອງຫົງສາ ແຂວງໄຊຍະບູລີ. ໂດຍເປັນກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້້າແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ, ຂອງເມືອງ ແລະ ປະທານແນວລາວສ້າງຊາດ 4 ເມືອງເໜືອ ຢູ່ທີ່ເດີ່ນຍົນ ເມືອງຫົງສາ.

ການລົງເຄື່ອນໄຫວຄັ້ງນີ້, ປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ພົບປະໂອ້ລົມພະນັກງານການນຳຂອງແຂວງ, ຂອງເມືອງ ແລະ ພະນັກງານຫຼັກແຫຼ່ງ ເມືອງຫົງສາຢູ່ທີ່ສະໂມສອນເມືອງ. ໃນໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້້າແຂວງໄຊຍະບູລີ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ພ້ອມທັງຮັບຟັງລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງແຂວງໄຊຍະບູລີ ໃນ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022, ຮັບຟັງບົດລາຍງານການນຳພາ-ຊີ້ນຳ ວຽກງານແນວລາວສ້າງຊາດແຂວງໄຊຍະບູລີ ໃນໄລຍະ 8 ເດືອນຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ.

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດໄດ້ມີຄໍາເຫັນຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະການນຳແຂວງ-ເມືອງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ແນວລາວສ້າງຊາດແຂວງ ແລະ ສະຫະພັນແມ່ຍິງແຂວງ ສາມາດຍາດໄດ້ໃນໄລຍະຜ່ານມາ.ພ້ອມນີ້, ທ່ານກໍ່ໄດ້ໂອ້ລົມໂດຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນໃນໂລກ ແລະ ບັນຫາສຳຄັນທີ່ປະເທດເຮົາກຳລັງປະເຊີນຢູ່ໃນປະຈຸບັນ ເຊັ່ນ: ບັນຫາເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ, ບັນຫານໍ້າມັນເຊື້ອໄຟຢູ່ປະເທດເຮົາ, ບັນຫາເງິນກີບອ່ອນຄ່າ ແລະ ສິນຄ້າກະທົບໄວ.

ນອກນັ້ນ,ທ່ານຍັງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດເຊິ່ງແນວລາວທຸກຂັ້ນມີພາລະບົດບາດເຕົ້າໂຮມຄວາມສາມັກຄີຂອງປວງຊົນບັນດາເຜົ່າ, ປຸກລະດົມບັນດາເຜົ່າປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຕິດຕາມກວດກາສອ່ງແສງ.

ການປະຕິບັດແນວທາງຂອງພັກ-ລັດຖະບານ ແລະ ເປັນໃຈກາງສົມທົບກັບອົງການພາຄີຕ່າງໆເຊັ່ນ: ອົງການສະຫະພັນນັກຮົບເກົ່າ, ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ. ພ້ອມນີ້, ທັງເນັ້ນໃຫ້ຈັດຕັ້ງຜັນຂະຫຍາຍ 4 ການປ່ຽນແປງຂອງວຽກງານແນວໂຮມກໍຄື:

ສ້າງການຫັນປ່ຽນດ້ານຈິນຕະນາການ, ສ້າງການຫັນປ່ຽນທາງດ້ານການເງິນ, ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ. ຮຽກຮ້ອງມາຍັງ ຄະນະພັກແນວລາວສ້າງຊາດແຂວງ-ເມືອງ, ອົງການຈັດຕັ້ງມະຫາຊົນ, ພະນັກງານຫລັກແຫລ່ງ, ຜູ້ຊົງຄຸນວຸດທິ, ພະນັກງານປະຕິວັດອາວຸໂສບຳນານ, ທະຫານ-ຕຳຫລວດ ຈົ່ງເຊີດຊູຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າຄວາມທຸກຍາກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ຕັ້ງໜ້າປຸກລະດົມກຳລັງແຮງທົ່ວປວງຊົນລາວບັນດາເຜົ່າ ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ-ຂອງເມືອງ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ.

ໃນໂອກາດ ທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ສູນກາງແນວລາວສ້າງຊາດ ກໍ່ໄດ້ມອບເງິນໃຫ້ແນວລາວສ້າງຊາດແຂວງໄຊຍະບູລີ ຈຳນວນ 30 ລ້ານກີບ, ມອບຄອມພິວເຕີຕັ້ງໂຕະ 1 ຊຸດ ພ້ອມດ້ວຍປິ່ນເຕີ 1 ເຄື່ອງ ໃຫ້ແນວລາວສ້າງຊາດເມືອງຫົງສາ ແລະ ສູນກາງສະຫະພັນແມ່ຍິງລາວມອບເງິນໃຫ້ ສະຫະພັນແມ່ຍິງແຂວງ ຈຳນວນ 20 ລ້ານກີບ.

ແຫຼ່ງຂ່າວ: News.XBL

LEAVE A REPLY

Please enter your comment!
Please enter your name here