ເຮືອຊ່ວງເມືອງຫ້ວຍຊາຍ ຊະນະເລີດ!

0
1173

ທີມເຮືອຊ່ວງເມືອງ ຫ້ວຍຊາຍ ຊະນະເລີດອັນດັບໜຶ່ງ ໃນງານແຂ່ງຂັນເຮືອຊ່ວງບຸນອອກພັນສາທີ່ເມືອງຕົ້ນເຜິ້ງ ໄປຄອງ

ວັນທີ 2 ຕຸລາ 2022 ນີ້ ເມືອງ ຕົ້ນເຜິ້ງ ໄດ້ຈັດງານແຂ່ງຂັນກິລາຊ່ວງເຮືອປະເພນີບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2565 ຢູ່ທີ່ທ່ານໍ້າ ບ້ານ ພຽງງາມ ໂດຍການປະທານໃນງານແຂ່ງຂັນ ຂອງ ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງໆ ຕົ້ນເຜິ້ງ, ໃຫ້ກຽດເຂົ້າຮ່ວມງານມີ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆ ບໍ່ແກ້ວ, ທ່ານ ຈ້າວເຫວິຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີບັນດາການນໍາ ບັນດາພະແນກການຂອງແຂວງ – ເມືອງ, ການນໍາ 5 ເມືອງ, ການນໍາເມືອງຊຽງແສນ, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຄະນະຮັບຜິດຊອບການແຂ່ງຂັນ, ທີມແຂ່ງຂັນເຮືອຊ່ວງ ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມທ່ຽວຊົມງານຕະຫຼາດນັດດວາງສະແດງສິນຄ້າ ແລະ ຊົມການແຂ່ງຂັນເຮືອຊ່ວງ ຢ່າງຄັບຄາໜາແໜ້ນ.

ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງໆ ຕົ້ນເຜິ້ງ ໄດ້ກ່າວເປີດການແຂ່ງຂັນຢ່າງເປັນທາງການວ່າ: ໃນມື້ນີ້, ປະຊາຊົນຊາວເມືອງຕົ້ນເຜິ້ງ ພວກເຮົາໄດ້ພ້ອມກັນຈັດງານບຸນຊ່ວງເຮືອອອກພັນສາ ປະວໍລະນາ ປະຈຳປີ ພສ 2565 ຂຶ້ນຢ່າງເປັນທາງການທີ່ເຕັມໄປດ້ວຍບັນຍາກາດຄຶກຄົ້ນມ່ວນຊື່ນ ໂອກາດບຸນອອກພັນສາຈະບັນຈົບຄົບຮອບມາອີກວາລະໜຶ່ງເຊີງເປັນການສືບທອດມູນເຊື້ອເອກະລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າທີ່ໄດ້ສືບທອດມາແຕ່ ດັ້ງເດີມ ທັງເປັນການສົ່ງເສີມ ໂຄສະນາເຜີຍແຜ່ດ້ານວັດທະນະທຳ, ຮີດຄອງປະເພນີອັນ ດີງາມໃຫ້ດັງກ້ອງໄປສູ່ອະນຸພາກພື້ນ ແລະ ສາກົນໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມານັບມື້ນັບຫຼາຍຂຶ້ນ. ງານແຂ່ງຂັນຄັ້ງນີ້ ມີທີມເຮືອຊ່ວງ ເຂົ້າຮ່ວມແຂ່ງຂັນ ທັງໝົດ 16 ທີມ, ແບ່ງເປັນ 4 ສາຍ, ສາຍລະ 4 ທີມ. ເຊິ່ງການແຂ່ງຂັນຮອບເປີດສາຍນໍ້າເປັນການພົບກັນ ລະຫວ່າງ ທີມບ້ານໃຫຍ່ ຕົ້ນເຜິ້ງ ແລະ ທີມບ້ານມອມ ເຊິ່ງທີມບ້ານໃຫຍ່ ຕົ້ນເຜິ້ງ ສາມາດເຂົ້າສູ່ເສັ້ນໄຊໄປກ່ອນ.

ການແຂ່ງຂັນໄດ້ດຳເນີນຜ່ານແຕ່ລະຮອບ ດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ ດ້ວຍສຽງຊົມສຽງເຊຍຂອງຜູ້ຊົມຜູ້ເຊຍຈາກບັນດາບ້ານ ແລະ ພາກສ່ວນຕ່າງໆ ຈົນເຖິງຮອບ 4 ທີມ ເຊິ່ງທີມສາມາດເຂົ້າເຖິງຮອບດັ່ງກ່າວ ມີ: ທີມບ້ານສີບຸນເຮືອງ, ມີບ້ານດອນມູນ – ເຮືອນພັກທະວັດໄຊ, ທີມເມືອງຫ້ວຍຊາຍ ແລະ ທີມສິດເຈົ້າພໍ່ຫຸມພັນບ້ານຮົ່ມເຢັນ ແຕ່ຍ້ອນການແຂ່ງຂັນໄດ້ແກ່ຍາວມາເຖິງຊ່ວງມືດແລງ ຄະນະກຳມະການຈຶ່ງຕົກລົງເຫັນດີໃຫ້ຊິງຊະນະເລີດພ້ອມກັນ 4 ທີມ ຜ່ານການແຂ່ງຂັນຜົນປະກົດວ່າ ທີມທີ່ຊະນະເລີດອັນດັບ 1 ໄດ້ແກ່ທິມເມືອງຫ້ວຍຊາຍ, ອັນດັບ 2 ທີມບ້ານສີບຸນເຮືອງ, ອັນດັບ 3 ທີມບ້ານດອນມູນ – ເຮືອນພັກທະວັດໄຊ, ອັນດັບ 4 ສິດເຈົ້າພໍ່ຫຸມພັນບ້ານຮົ່ມເຢັນ. ຈາກນັ້ນ ກໍ່ໄດ້ເຂົ້າສຸ່ພິທີມອບຂັນ ແລະ ເງິນລາງວັນ ເຊິ່ງອັນດັບ 1 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ, ອັນດັບ 2 ໄດ້ຮັບຂັນພ້ອມເງິນລາງວັນ 8 ລ້ານກີບ, ອັນດັບ 3 ໄດ້ຮັບຂັນພ້ອມເງິນລາງວັນ 6 ລ້ານກີບ, ແລະ ອັນດັບ 4 ໄດ້ຮັບເງິນລາງວັນ 4 ລ້ານກີບ ໃຫ້ກຽດມອບ ໂດຍ ທ່ານເຈົ້າເມືອງໆ ຕົ້ນເຜິ້ງ.ພາບ: ທີມງານຖ່າຍພາບງານແຂ່ງຂັນຊ່ວງເຮືອ.

ແຫຼ່ງຂ່າວ ແລະ ຮູບພາບ: ໜັງສືພິມບໍ່ແກ້ວ Bokeo Newspaper

LEAVE A REPLY

Please enter your comment!
Please enter your name here