ທໍາລາຍຢາສູບໄຟຟ້າ ທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງ

0
2237

ໃນວັນທີ 30 ກັນຍາ ທີ່ຜ່ານມາ, ຢູ່ເຂດບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພະແນກຕໍາຫຼວດສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ນວ ພ້ອມດ້ວຍພະນັກງານ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ ທໍາລາຍຢາສູບໄຟຟ້າ ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງ ຢູ່ ນວ ທັງເປັນການລະເມີດກົດໝາຍ ແລະ ບຽບການຄວບຄຸມຢາສູບ ຈໍານວນ 2,365 ອັນ, ມູນຄ່າ 94,234,000 ກີບ.

ພັຕ ອານຸສອນ ວົງພະຈັນ ຮອງຫົວໜ້າພະແນກຕໍາຫຼວດສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ອີງຕາມ ປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາແຫ່ງ ສປປ ລາວ ສະບັບປັບປຸງ ( ປີ 2017 );

ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 15 ພະຈິກ 2021; ດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ກັບການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການ ຄວບຄຸມຢາສູບ ເລກທີ 52/ລບ, ລົງວັນທີ 21 ກຸມພາ 2019. ໃນຄັ້ງວັນທີ 14 ກັນຍາ 2022 ເຈົ້າໜ້າທີ່ພະແນກຕໍາຫຼວດສິ່ງແວດລ້ອມ ໄດ້ລົງກວດກາຮ້ານຂາຍຢາສູບໄຟຟ້າ ຢູ່ຕະຫຼາດແຫ່ງໜື່ງ ຢູ່ ນວ ພົບເຫັນຮ້ານທີ່ລະເມີດ ຈຳໜ່າຍຢາສູບໄຟຟ້າ ນໍາເຂົ້າບໍ່ຖືກຕ້ອງ ມີຈຳນວນ 8 ຮ້ານ, ຢຶດຢາສູບໄຟຟ້າໄດ້ທັງໝົດ 2,365 ອັນ, ລວມມູນຄ່າ 94,234,000 ກີບ.

ມາຮອດວັນທີ 30 ກັນຍາ 2022 ໄດ້ທໍາລາຍຖິ້ມ. ຕໍ່ກັບເຈົ້າຂອງຮ້ານ ເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ໃຫ້ຢຸດເຊົາຖ້າຍັງມີການລະເມີດແມ່ນຈະດໍາເນີນຄະດີຕາມລະບຽບກົດໝາຍ. ດັ່ງນັ້ນ ຮຽກຮ້ອງມາຍັງສັງຄົມ, ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ ຈົ່ງເປັນເຈົ້າການນໍາກັນ ຖ້າຫາກພົບເຫັນບຸກຄົນ ຫຼື ບັນດາຫ້າງຮ້ານໃດລະເມີດ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ແກ້ໄຂ ບໍ່ໃຫ້ຈໍາໜ່າຍອອກສູ່ວົງກວ້າງ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here