ດ່ານພາສີສາກົນບໍ່ເຕັນ ເປີດທົດລອງນໍ້າໃຊ້ຊິງຊັ່ງທັນສະໄໝ

0
3864

ພາສີ ປະຈຳແຂວງຫຼວງນໍ້າທາ ກໍ່ຄືດ່ານພາສີສາກົນບໍ່ເຕັນ, ໄດ້ສຸ່ມໃສ່ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະຕາມພາລະ ບົດບາດ, ພ້ອມດຽວກັນນັ້ນໄດ້ຫັນເປັັນທັນສະໄໝເປັນຕົ້ນ: ລະບົບ ASYCUDA; SMART TAX; EASY PASS, ບ53; LaoNational Single Window, ລະບົບຊິງຊັ່ງທັນສະໄໝ ແລະ ໄດ້ເລີ່ມເປີດທົດລອງນໍາໃຊ້, ແນ່ໃສ່ການຕິດນໍ້າໜັກຂອງພາຫະນະຂົນສົ່ງ, ການຈັດເກັບຄ່າບໍລິການຂອງພາຫະນະ ຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ບາງປະເພດເຊັ່ນ: ປະເພດແຮ່ທາດຕ່າງໆ, ໄມ້ທ່ອນ (ໄມ້ປູກ), ໄມ້ແປຮູບ, ນໍ້າມັນ ເຊື້ອໄຟ ແລະ ສິນຄ້າອື່ນໆ…ຕາມການກໍານົດຂອງລັດຖະບານໃນແຕ່ລະໄລຍະ.

ທ່ານ ບຸນແອງ ພັນທະວົງ ຫົວໜ້າພາສີ ປະຈຳແຂວງຫຼວງນໍ້າທາ  ໄດ້ມີຄຳເຫັນກ່ຽວກັບລະບົບຊິງຊັ່ງທັນສະ

ສະໄໝວ່າ: ສຳລັບ “ໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ” ຕັ້ງຢູ່ດ່ານພາສີສາກົນບໍ່ເຕັນ, ໄດ້ດຳ ເນີນການຕິດຕັ້ງ, ພັດທະນາລະບົບໂປແກຣມ, ການເຊື່ອມຕໍ່ກັບລະບົບການແຈ້ງພາສີ ASYCUDA, ຊຶ່ງມາຮອດ ປັດຈຸບັນໄດ້ສຳເລັດຮ້ອຍສ່ວນຮ້ອຍ, ພ້ອມທັງໄດ້ເລີ່ມເປີດລອງນໍາໃຊ້ເຂົ້າໃນການກວດກາສິນຄ້າເປົ້າໝາຍຂອງລັດ ຖະບານກຳນົດໄວ້ ແລະ ໄດ້ເລີ່ມເປີດທົດລອງນໍາໃຊ້ນັບແຕ່ທ້າຍເດືອນກັນຍາເປັນຕົ້ນໄປ, ພາຍຫຼັງໄດ້ຮັບຄໍາແນະນໍາ ສະບັບເລກທີ 2600/ກງ, ລົງວັນທີ 29 ສິງຫາ 2022, ຂໍ້ຕົກລົງ ສະບັບເລກທີ 2601/ກງ, ລົງວັນທີ 29 ສິງຫາ 2022 ແລະ ແຈ້ງການ ກົມພາສີ ສະບັບເລກທີ 06383/ກພສ, ລົງວັນທີ 26 ກັນຍາ 2022 ນີ້.

ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາໃຫ້ຮູ້ວ່າ: ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການປະຕິບັດວຽກງານຂອງດ່ານພາສີສາກົນບໍ່ເຕັນເຊັ່ນ: ລະບົບການແຈ້ງພາສີແບບເອເລັກໂຕຣນິກ (ASYCUDA), ການຊໍາລະຜ່ານລະບົບ SMART TAX, ຊຳລະຄ່າພາສີອາກອນ ແລະ ພັນທະອື່ນໆຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ນໍາໃຊ້ເຄື່ອງສາຍແສງເອັກສະເລທັນສະໄໝຊ່ວຍໃນການກວດກາສິນຄ້າ, ນໍາໃຊ້ລະບົບ EASY PASS ເກັບຄ່າທຳນຽມຕ່າງໆຜ່ານລະບົບທະນາຄານ, ລະບົບຄຸ້ມຄອງພາຫະນະເຂົ້າ-ອອກ ບ53, ນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LaoNational Single Window).

ນອກຈາກນັ້ນ, ປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 105/ນຍ, ລົງວັນທີ 08 ຕຸລາ 2021 ວ່າດ້ວຍການຕິດຕັ້ງຊິງຊັ່ງທັນສະໄໝຢູ່ດ່ານສາກົນແຕ່ນີ້ຮອດປີ2023, ຄໍາແນະນໍາ ສະບັບເລກທີ 2600/ກງ, ລົງວັນທີ 29 ສິງຫາ 2022 ວ່າດ້ວຍການຄຸ້ມຄອງແລະ ນໍາໃຊ້ລະບົບຊິງຊັ່ງທັນສະໄໝຢູ່ດ່ານພາສີສາກົນ, ຊຶ່ງດ່ານພາສີສາກົນບໍ່ເຕັນເປັນ 1 ໃນ 4 ດ່ານສາກົນທີ່ໄດ້ຕິດຕັ້ງລະບົບຊິງຊັ່ງດັ່ງກ່າວ, ຊຶ່ງເປັນລະບົບທີ່ທັນສະໄໝຄຸ້ມຄອງດ້ວຍລະບົບອີເລັກໂຕຣນິກ, ເພື່ອຮອງຮັບກັບການຕິດຊັ່ງນໍ້າໜັກຂອງພາຫະນະຂົນສົ່ງ, ພ້ອມທັງສິນຄ້ານໍາເຂົ້າ-ສົ່ງອອກ ສປປ ລາວ ບາງປະເພດເຊັ່ນ: ປະເພດແຮ່ທາດຕ່າງໆ, ໄມ້ທ່ອນ (ໄມ້ປູກ), ໄມ້ແປຮູບ, ນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆຕາມການກໍານົດຂອງລັດຖະບານໃນແຕ່ລະໄລຍະ.

ລະບົບດັ່ງກ່າວແມ່ນຄວາມສະດວກໃນການຕິດຕາມ, ຄຸ້ມຄອງ, ກວດກາສິນຄ້າໂຕຈິງໃນເວລານໍາເຂົ້າ–ສົ່ງອອກສິນຄ້າຕ່າງໆຜ່ານດ່ານຊາຍແດນເຊັ່ນ: ຈໍານວນ, ນໍ້າໝັກ ແລະ ບໍລິມາດໂຕຈິງ, ລະບົບໂປແກຣມຄວບຄຸມການຊັ່ງຈະເຮັດໜ້າທີ່ວິເຄາະນໍ້າໜັກບັນທຸກ ແລະ ຄໍານວນຜົນອອກມາເປັນກິໂລກຣາມ(Kg) ຫຼື ໂຕນ (Ton), ລະບົບຊິງຊັ່ງທຸກໆເຄື່ອງຈະຕິດຕັ້ງລະບົບເຊື່ອມຕໍ່ເຄື່ອຂ່າຍ Network ລາຍງານຂໍ້ມູນຈາກທຸກໆສະຖານີ (ດ່ານພາສີຊາຍແດນ) ໃນທົ່ວປະເທດສົ່ງໄປສູນກາງການຄວບຄຸມດ້ວຍລະບົບ Network Online ແບບ Realtime. ພ້ອມດຽວກັນນີ້ລະບົບຊິງຊັ່ງຊັ່ງນ້ຳໜັກດັ່ງກ່າວຢູ່ພາຍໃຕ້ການຄຸ້ມຄອງ, ນໍາໃຊ້ຂອງກົມພາສີ ກະຊວງການເງິນ, ການຕິດຕາມຂໍ້ມູນຈະສາມາດຕິດຕາມການເຂົ້ົາເບິ່ງໂປແກມໜ້າວຽກຕົວຈິງ, ຜ່ານ WebApp, Mobile App ແລະ ຜ່ານລະບົບການແຈ້ງພາສີ ASYCUDA ແລະ ສາມາດເຊື່ອມໂຍງລະບົບຊິງຊັ່ງທັນສະໄໝ, ການລາຍງານຂໍ້ມູນຫາລະບົບແຈ້ງພາສີ ASYCUDA ແລະ ຫ້ອງຄວບຄຸມ CCTV ໃຫ້ຮູ້ວ່າລົດທີ່ບັນທຸກສິນຄ້າທີ່ຈະຕິດຊັ່ງນ້ຳໜັກຖືກຕ້ອງຕາມເອກະສານໃບແຈ້ງເສຍພາສີແທ້ ຫຼື ບໍ່ມີຄວາມຜິດດ່ຽງນ້ອຍຫຼາຍປານໃດ;   ແຕ່ໃນການຈັດຕັ້ງປະຕິ ບັດໃນຊ່ວງເວລາທົດລອງຍັງບໍ່ທັນໄດ້ເກັບເງິນຄ່າບໍລິການຊິງຊັ່ງ, ຊຶ່ງຈະເລີ່ມຈັດຕັ້ງປະຕິບັດພາຍຫຼັງການຢັ້ງຢືນຄວາມພ້ອມດ້ານເຕັກນິກຂອງລະບົບຊິງຊັ່ງຈາກຂະແໜງການທີ່ກ່ຽວຂ້ອງນໍາອີກດ້ວຍ.

ທ່ານ ນາງ ລີນ່າ ພົມມະຈັກ ພະນັກງານບໍລິສັດຮັບຜິດຊອບໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງ ທັນສະໄໝຢູ່ດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ລະບົບຊິງຊັ່ງທັນສະໄໝ, ສາມາດຕິດຕາມ, ຄຸ້ມຄອງ, ກວດກາສິນຄ້າໂຕຈິງໃນເວລານໍາເຂົ້າ–ສົ່ງອອກສິນຄ້າຕ່າງໆ…ຜ່ານດ່ານຊາຍແດນໃຫ້ສະດວກ ແລະ ວ່ອງໄວຂຶ້ນ, ຊຶ່ງຈະມີໂປຣແກຣມບັນທຶກຂໍ້ມູນການຊັ່ງລົດໃນແຕ່ລະຄັນເພື່ອມາຄຳນວນເຊັ່ນ: ຈໍານວນ, ນໍ້າໜັກ, ບໍລິມາດໂຕຈິງ, ສາມາດກວດເຊັກລະບົບຍ້ອນຫຼັງໄດ້.

         ສຳລັບຂໍ້ສະດວກ, ການເຊື່ອມຕໍ່ກັບສູນກາງການຄວບຄຸມດ້ວຍລະບົບລະບົບຊິງຊັ່ງທັນສະໄໝແບບລວມສູນ ແລະ ຄວາມສະດວກ, ປະຢັດເວລາ, ວ່ອງໄວ, ພ້ອມນັ້ນຍັງສາມາດລະບຸຂໍ້ມູນໄດ້ຢ່າງຊັດເຈນ, ໃນການກວດວັດນໍ້າໜັກບັນທຸກສິນຄ້າ, ເພື່ອຮັບປະກັນໄດ້ວ່າສາມາດນໍາໃຊ້ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າຕ່າງໆໄດ້ຢ່າງຖືກຕ້ອງຕາມເປົ້າໝາຍ.

LEAVE A REPLY

Please enter your comment!
Please enter your name here