ກອງບັນຊາການ ປກສ ແຂວງອຸດົມໄຊມອບເງິນຊ່ວຍເຫຼືອໃຫ້ຄອບຄົວພະນັກງານ ທີ່ຖືກນໍ້າຖ້ວມ

0
1040

ກອງບັນຊາການ ປກສ ແຂວງອຸດົມໄຊມອບເງິນຊ່ວຍເຫຼືອໃຫ້ຄອບຄົວພະນັກງານ-ນັກຮົບທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ

ດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະພັກ-ຄະ ນະກອງບັນຊາການ ປກສ ແຂວງອຸດົມໄຊ ຕໍ່ຄອບ ຄົວພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມໃນເດືອນສິງຫາ ຜ່ານມາ;

ເຊິ່ງໃນນີ້ມີສອງຄອບຄົວໄດ້ຮັບຜົນກະທົບເສຍ ຫາຍຢ່າງໜ່ວງ ເປັນຕົ້ນແມ່ນເຮືອນຢູ່ອາໃສຖືກນໍ້າພັດໄຫຼໄປ ເຮັດໃຫ້ສອງຄອບຄົວຂາດທີ່ຢູ່ອາໃສ ໃນວັນທີ 29 ກັນຍາ 2022, ກອງບັນຊາການ ປກສ ແຂວງນຳໂດຍ ສະຫາຍ ພັທ ນາງ ວຽນໄຊ ຮົງດາລາ ຮອງຫ້ອງການເມືອງ ປກສ ແຂວງພ້ອມດ້ວຍຄະນະຮັບຜິດຊອບວຽກງານນະໂຍບາຍ ໄດ້ນຳເອົາເງິນຊ່ວຍເຫຼືອເປັນຈຳນວນ 10.000.000 ກີບ ໂດຍມອບໃຫ້ຄອບຄົວລະ 5.000.000 ກີບ.

ໃນນີ້, ໄດ້ແກ່ຄອບຄົວສະຫາຍ ວທ ຄອນ ຄຳມະນີ ຢູ່ບ້ານໂຮມສຸກ ເມືອງໄຊ ແລະ ວທເສົາ ເພັດສາຄອນ ຢູ່ບ້ານສາມະຄີໄຊ ເມືອງຫຼາ ແຂວງອຸດົມໄຊ ທັງສອງແມ່ນສັງກັດຢູ່ກອງຮ້ອຍປ້ອງກັນທີ່ຕັ້ງ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ.ໂອກາດມອບເງິນຊ່ວຍເຫຼືອດັ່ງກ່າວ, ທ່ານ ພັທ ນາງ ວຽນໄຊ ຮົງດາລາ ຍັງໄດ້ໂອ້ລົມຊຸກຍູ້ໃຫ້ຂັວນກຳລັງໃຈແກ່ ສອງຄອບຄົວທີ່ໄດ້ຮົບຜົນເສຍຫາຍໃນຄັ້ງນີ້ໃຫ້ພ້ອມກັນສູ້ຊົນບຸກບືນນຳພາຄອບຄົວສ້າງສາພັດທະນາທາງດ້ານຊີວິດການເປັນຢູ່ໃຫ້ຄ່ອຍໆດີຂຶ້ນເທື່ອລະກ້າວ.

LEAVE A REPLY

Please enter your comment!
Please enter your name here