ເປີດນໍາໃຊ້ ອາຄານຫຼັງໃໝ່ດ່ານສາກົນວັງເຕົ່າ

0
3762

ພິທີເປີດນໍາໃຊ້ ອາຄານຫຼັງໃໝ່ດ່ານສາກົນວັງເຕົ່າ ຊາຍແດນລາວ-ໄທ (ແຂວງຈຳສັກ-ຈັງຫວັດອຸບົນຣາຊະທານີ) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ດ່ານດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນ​ກາງ​ພັກ ຮອງນາຍົກລັດຖະມົນຕີ ​ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,​ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ​ ເຈົ້າແຂວງຈໍາປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ໃນພິທີ, ທ່ານ ຄໍາຫຼ້າ ລຸນທະປັນຍາ ຮອງອໍານວຍການ ບໍລິສັດ ພົງຊັບທະວີກໍ່ສ້າງ ຈໍາກັດ​ຜູ້ດຽວ​ ໃນນາມຜູ້ຮັບເໝົາໂຄງການ ໄດ້ລາຍງານວ່າ:

ໂຄງການກໍ່ສ້າງອາຄານດັ່ງກ່າວ ຮັບເໝົາໂດຍ ບໍລິສັດ ພົງຊັບທະວີກໍ່ສ້າງ ຈໍາກັດ​ຜູ້ດຽວ ຊຶ່ງປະກອບມີ 7 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງອາຄານດ່ານ, ວຽກກໍ່ສ້າງອາຄານຫໍພັກ, ວຽກກໍ່ສ້າງທາງເບຕົງ, ວຽກກໍ່ສ້າງຫ້ອງ ນໍ້າ, ວຽກກໍ່ສ້າງອາຄານສີດພົ່ນ-ຂ້າເຊື້ອ, ເຄື່ອງເຟີນີເຈີຄົບຊຸດ, ກ້ອງວົງຈອນ, ລະບົບ IT, ລະບົບດັບເພີງ ແລະ ນໍ້າປະປາຮັບໃຊ້ດ່ານ ລວມມູນຄ່າກໍ່ສ້າງທັງໝົດ 98,3 ຕື້ກີບ, ມີໄລຍະກໍ່ສ້າງ 36 ເດືອນ ແລະ ລັດຈະຊຳລະມູນຄ່າໂຄງການ ພາຍໃນ 5 ປີ. ໂຄງການດັ່ງກ່າວ, ໄດ້ດໍາເນີນການກໍ່ສ້າງໃນຕົ້ນປີ 2013 ແລະ ສ້າງສຳເລັດ 82,96% ເທົ່າກັບມູນຄ່າ 81,5 ຕື້ກີບ, ຈ່າຍເງິນແລ້ວ 56,4 ຕື້ກີບ.

ໃນນັ້ນ, ບ້ວງເງິນສະພາອະນຸມັດ 10 ຕື້ກີບ ແລະ ຢືມຈາກຄັງເງິນແຫ່ງຊາດ 46,4 ຕື້ກີບ, ຍັງຄ້າງຕາມການກວດກາ 25,1 ຕື້ກີບ, ຄ້າງຕາມສັນຍາ 16,8 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໄດ້ມີຜົນສຳເລັດດັ່ງນີ້:

ວຽກປັບປຸງ-ສ້ອມແປງພາຍໃນອາຄານດ່ານ, ວຽກໄຟຟ້າ, ວຽກຈັດຫາວັດຖຸອຸປະກອນກ່ຽວກັບການຮັບໃຊ້ຫ້ອງການ, ຫ້ອງປະຊຸມ, ປ່ອງບໍລິການ ແລະ ສຳລັບດ້ານນອກອາຄານ ແມ່ນໄດ້ສຳເລັດວຽກອະນາໄມ ແລະ ປະດັບປະດາ-ປູກຫຍ້າ, ແຕ້ມເສັ້ນ ຈໍລະຈອນ ແລະ ເຫັນວ່າສາມາດ ນຳໃຊ້ອາຄານໄດ້ໂດຍພື້ນຖານ, ສຳລັບວຽກທີ່ຍັງຄ້າງເຊັ່ນ: ວຽກກໍ່ສ້າງວົງວຽນນໍ້າພຸ, ຫຼັກທຸງ, ປ້າຍບອກຊື່ດ່ານ, ວຽກຕົບແຕ່ງສັນຍາລັກວັດພູ, ວຽກທັບມ້າງອາຄານດ່ານຫຼັງເກົ່າ, ວຽກກໍ່ສ້າງເສັ້ນທາງຂາອອກ ແລະ ເດີ່ນເບຕົງ ບໍລິສັດຮັບເໝົາຈະສືບຕໍ່ ສູ້ຊົນປະຕິບັດໃຫ້ສຳເລັດໃນທ້າຍປີ 2022 ທີ່ຈະມາເຖິງນີ້. ໃນພິທີ,​ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ລັ່ນ​ຄ້ອງ​ 9​ ບາດ ແລະ ຮ່ວມກັນຕັດແຖບຜ້າ ເປີດການນໍາໃຊ້ອາຄານຢ່າງ​ເປັນທາງການ.(ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ)

LEAVE A REPLY

Please enter your comment!
Please enter your name here