ເປີດຮັບກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສົກປີ 2022 ທີ່ແຂວງບໍ່ແກ້ວ

0
4114

ແຈ້ງການ ເຖິງ: ພະນັກງານທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ບັນດາເຜົ່າທົ່ວ ແຂວງບໍ່ແກ້ວຊາບ. ເລື່ອງ: ເປີດຮັບກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສົກປີ 2022. – ອີງຕາມ: ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1121/ປກສ, ລົງ

ວັນທີ 09 ກັນຍາ 2009 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພະນັກງານ.

– ອິງຕາມ: ແຈ້ງການຂອງກົມພະນັກງານ ສະບັບເລກທີ 310/ກພງ, ລົງວັນທີ 04 ຕຸລາ 2022ວ່າດ້ວຍ ການຮັບກໍາລັງໃຫມ່ເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຈໍາປີ 2022.

– ອີງຕາມ: ການຄົ້ນຄ້ວາ ຕົກລົງເຫັນດີ ເປັນເອກະພາບ ຂອງຄະນະພັກ – ຄະນະກອງບັນຊາການ ປກສ ແຂວງບໍ່ແກ້ວ ຄັ້ງວັນທີ 11 ຕຸລາ 2022.

ເພື່ອເຮັດໃຫ້ການເປີດຮັບກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ແຂວງບໍ່ແກ້ວ ສົກປີ 2022 ໄດ້ຮັບ ການຈັດຕັ້ງປະຕິບັດ ຖຶກຕ້ອງຕາມລະບຽບຫຼັກການ, ມີປະສິດທິພາບ ແລະ ສາມາດບັນລຸໄດ້ຕາມຈຸດປະສົງ, ຄາດຫມາຍທີ່ກໍານົດໄວ້.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຂໍຖືເປັນກຽດແຈ້ງການມາຍັງ ພະນັກງານ ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ໃຫ້ນໍາເອົາລູກຫຼານ ຜູ້ທີ່ມີຄວາມສະຫມັກໃຈ ເຂົ້າເປັນກໍາລັງປ້ອງກັນຄວາມສະຫງ ປະຊາຊົນ ແຂວງບໍ່ແກ້ວ ສົກປີ 2022 ໃນຄັ້ງນີ້:

ມາດຕະຖານ-ເງື່ອນໄຂ ຂອງຜູ້ທີ່ຈະສະມັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ປະຈໍາປີ 2022 ມີດັ່ງນີ້:

1. ເພດຊາຍ: ມີສຸຂະພາບແຂງແຮງດີ, ບໍ່ສັກມຶກສັກລາຍ, ບໍ່ບ່ອງຫູ, ລວງສູງບໍ່ໃຫ້ຫຼຸດ 1,60 ຊັງຕີແມັດ, ນ້ໍາຫນັກບໍ່ໃຫ້ຫຼຸດ 50 ກກ ແລະ ບໍ່ເກີນ 85 ກກ (ຕ້ອງເປັນຄົນໂສດ).

2. ເພດຍິງ: ມີສຸຂະພາບແຂງແຮງດີ, ບໍ່ສັກມຶກສັກລາຍ, ບໍ່ບ່ອງຫູຫຼາຍຮູ, ບໍ່ໃຫ້ດັດແຂ້ວ, ບໍ່ໃຫ້ສັນຍາ ກໍາຮ່າງກາຍ ທຸກພາກສ່ວນຂອງຮ່າງກາຍ, ລວງສູງບໍ່ໃຫ້ຫຼຸດ 1,55 ຊັງຕີແມັດ, ນ້ໍາຫນັກບໍ່ໃຫ້ຫຼຸດ 45 ກກ ແລະ ບໍ່ເກີນ 65 ກກ (ຕ້ອງເປັນຄົນໂສດ)

1. ຜູ້ທີ່ຈົບມໍ 7 ແມ່ນອາຍຸ 18-22ປີ.

2. ຜູ້ທີ່ຈົບວິຊາສະເພາະຕ່າງໆ ເພດຊາຍອາຍຸບໍ່ໃຫ້ເກີນ 30 ປີ, ເພດຍິງບໍ່ເກີນ 28 ປີ (ຕ້ອງເປັນຄົນໂສດ).

ເອກະສານທີ່ຈະປະກອບສະຫມັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ມີດັ່ງນີ້:

  • ຊີວະປະຫວັດຈົບມໍ 7, 01 ສະບັບ (ກ່ອບປີ້)
  • ໃບປະກາດພ້ອມໃບຄະແນນຈົບຊັ້ນມໍ 7 ແລະ ວິຊາສະເພາະ ຖ້າມີ, ຢ່າງລະ 01 ສະບັບ. (ກ໊ອບປີ້)
  • 3. ໃບຢັ້ງຢືນທີ່ຢູ່ (ບໍ່ເກີນ 03 ເດືອນ).

LEAVE A REPLY

Please enter your comment!
Please enter your name here