ອະນຸຍາດຈຳໜ່າຍຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກເສບ

0
1664

ໃນວັນທີ 7 ຕຸລາ ທີ່ຜ່ານມາ, ໄດ້ມີກອງ​ປະຊຸມ​ກ່ຽວ​ກັບ​ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກ​ເສບ​ໃນ​ລາວ ໃນ​ຫົວ​ຂໍ້​ “ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກເສບ”.

ໂດຍມີ ທ່ານ ດຣ ມະນີ ທຳ​ມະ​ວົງ ຫົວໜ້າ​ສູນ​ສະໜອງຢາ ແລະ ​ອຸປະກອນ​ການ​ແພດ ກະຊວງ​ສາທາລະນະ​ສຸກ ໄດ້​ກ່າວ​ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກ​ເສບ​ໃນ​ລາວ ໃນ​ຫົວ​ຂໍ້​ “ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກເສບ”. ທ່ານ ​ໄດ້​ກ່າວ​ວ່າ: ການອະນຸຍາດນໍາເຂົ້າຢາ Metadoxine ມາຈຳໜ່າຍໃຫ້ສັງຄົມລາວ ເພື່ອນໍາໃຊ້ປິ່ນປົວພະຍາດຕັບອັກເສບ ແມ່ນບໍລິສັດ ວຽງທອງການຢາ; ເຊິ່ງເປັນໜຶ່ງໃນເປົ້າໝາຍລວມຂອງລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງໃຫ້ການບໍລິການດ້ານສາທາລະນະສຸກໃນລາວ ໂດຍສະເພາະ ແມ່ນໄດ້ສົ່ງເສີມການປິ່ນປົວພະຍາດກ່ຽວຂ້ອງກັບຕັບ.

ນອກຈາກນີ້, ຍັງມີແພດຊ່ຽວຊານດ້ານພະຍາດຕັບ ຈາກໂຮງໝໍມະໂຫສົດ ທ່ານໝໍ ແສງດາວ ວັນນະລາດ ກ່າວວ່າ: ຫຼັງຈາກດື່ມເຫຼົ້າແລ້ວ, ເຫຼົ້າຈະຖືກດູດຊຶມຈາກທໍ່ຍ່ອຍອາຫານ ເຂົ້າສູ່ກະແສເລືອດ ແລະ ເຜົາຜານໃນຕັບ.

ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ກ່ຽວກັບການຄຸ້ມຄອງຄົນເຈັບ ໂດຍຜ່ານການນໍາສະເຫນີ ກໍລະນີທາງດ້ານຄລີນິກ ແລະ ການປະເມີນຕິດຕາມການລະບາດ ແລະ ກົນໄກຂອງພະຍາດຕັບ ທີ່ກ່ຽວຂ້ອງກັບເຫຼົ້າ, ປະລິມານເຫຼົ້າທີ່ເພີ່ມຄວາມສ່ຽງຕໍ່ຕັບ, ການວິເຄາະພະຍາດຕັບທີ່ກ່ຽວຂ້ອງກັບເຫຼົ້າ, ການປະເມີນຄວາມຮຸນແຮງຂອງພະຍາດຕັບ ແລະ ການປິ່ນປົວພະຍາດຕັບ ທີ່ເກີດຈາກເຫຼົ້າ. ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບພະຍາດຕັບ ແລະ ແລກປ່ຽນປະສົບການຮ່ວມກັບ ບໍລິສັດ Eurodrug ມາເລເຊຍ ກ່ຽວກັບການນຳໃຊ້ ແລະ ຜົນດີຂອງຢາ ເມຕາໂດຊິນ ໃນປະເທດທີ່ກໍາລັງປະສົບບັນຫາ ແລະ ສິ່ງທ້າທາຍ ຂອງພະຍາດດັ່ງກ່າວ.

ທ່ານ ສີຫາມະໂນ ບັນນະວົງ, ຜູ້ບໍລິຫານສູງສຸດຂອງ ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ກ່າວວ່າ: ການຮ່ວມມືລະຫວ່າງ ບໍລິສັດ ວຽງທອງການຢາ ແລະ ບໍລິສັດ Eurodrug ເບວຢຽມ ເພື່ອນໍາເຂົ້າຢາປິ່ນປົວພະຍາດຕັບອັກເສບ ຄື ເມຕາໂດຊີນ (metadoxine) ແມ່ນຫນຶ່ງໃນເປົ້າຫມາຍຫຼັກຂອງບໍລິສັດ; ເພື່ອສືບຕໍ່ພັດທະນາການຮ່ວມມືລະຫວ່າງ ບໍລິສັດ ວຽງທອງການຢາ ແລະ ບໍລິສັດ Eurodrug ເບວຢຽມ ເພື່ອຜັນຂະຫຍາຍການບໍລິການດ້ານສຸຂະພາບໃນ ສປປ ລາວ ຕາມນະໂຍບາຍສຸຂະພາບແຫ່ງຊາດ ເພື່ອສົ່ງເສີມວິທີການປິ່ນປົວ ໂດຍນຳໃຊ້ຢາທີ່ໄດ້ຄຸນະພາບ ແລະ ມີປະສິດທິພາບການປິ່ນປົວສູງ.

ຜູ້ຈັດການຝ່າຍພັດທະນາທຸລະກິດໃນເອເຊຍ ຂອງບໍລິສັດ Eurodrug ມາເລເຊຍ ທ່ານ ນາງ ຕູ່ ຕູ່ (Htoo Htoo Mai) ໄດ້ຍົກໃຫ້ເຫັນຜົນດີຂອງການນຳໃຊ້ຢາ ເມຕາໂດຊິນ ຢູ່ໃນປະເທດມາເລເຊຍ ແລະ ຢູໂຣບ; ເຊິ່ງສ່ວນຫຼາຍຢູ່ໃນຢູໂຣບ ແມ່ນເປັນຢາທີ່ໃຊ້ເພື່ອເລັ່ງການຂັບທາດເຫຼົົ້າ ແລະ ຫຼຸດຜ່ອນຄວາມຢາກເຫຼົ້າ.

ປັດຈຸບັນນີ້, ໄດ້ມີການສຶກສາ ໃນກຸ່ມຄົນເຈັບທີ່ເປັນພະຍາດຕັບຍ້ອນທາດເຫຼົ້າ ໄດ້ທົດລອງກິນຢາ ເມຕາໂດຊີນ ໃນກຸ່ມທີ່ໄດ້ງົດດື່ມເຫຼົ້າ ແລະ ກຸ່ມທີ່ສືບຕໍ່ດື່ມ; From British Medical Journal (2011) the EVIDENCE CENTER.

ເປັນຢາທີ່ຊ່ວຍຊີວິດ “Life-Saving Drug” ຈາກການເປັນພະຍາດຕັບຂັ້ນຮ້າຍແຮງຍ້ອນທາດເຫຼົ້າ, ຫຼຸດຜ່ອນພາວະໄຂມັນຫຸ້ມຕັບ ຈາກການດື່ມທາດເຫຼົ້າ ແລະ ຊ່ວຍຟື້ນຟູໜ້າທີ່ການຂອງຕັບ.

ອີງຕາມຂໍ້ມູນຈາກສູນ Centre Infectiology Lao-Christophe Mérieux ຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ມີປະມານ 400 ລ້ານຄົນ ໃນທົ່ວໂລກ ແມ່ນເປັນພະຍາດຕັບຊໍາເຮື້ອ. ໃນທຸກໆປີມີ 1 ລ້ານກ່ວາຄົນ ແມ່ນເສຍຊີວິດຈາກອາການສົນ ຂອງໄວຣັສຕັບອັກເສບ.

ໂດຍການເຂົ້າຮ່ວມຂອງຊ່ຽວຊານຫຼາຍໆທ່ານຈາກ ສປປ ລາວ, ໄທ ແລະ ມາເລເຊຍ ໄດ້ມີລະດົມສະໝອງ ແລະ ແລກປ່ຽນຄວາມຄິດເຫັນ ໃນການຈັດການກັບໄວຣັສຕັບ ໃຫ້ໄດ້ຮັບຜົນດີຂຶ້ນ ໂດຍການໃຊ້ຢາ Metadoxine.  

LEAVE A REPLY

Please enter your comment!
Please enter your name here