ກຽມເກັບກໍາຂໍ້ມູນຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາພະລັງງານສະອາດ

0
873

ໃນວັນທີ 17 ຕຸລາ 2022 ກະຊວງແຜນການ ການລົງທຶນ ແລະ ບໍລິສັດ CGN Energy Technology (Laos) co.,Ltd ລົງນາມໃນ ບົດບັນ ທຶກຄວາມເຂົ້າໃຈເພື່ອເກັບກໍາຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາພະລັງງານ ສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ ຫຼວງນໍ້າທາ ແລະ ອຸດົມໄຊ ຄາດວ່າການໄລຍະການສຶກສາຄວາມເປັນໄປໄດ້ຄັ້ງນີ້ຈະໃຊ້ເວລາ 6 ເດືອນ.ທ່ານ ຫຼີ ອີ້ ຫຼຸນ ອຳນວຍການ CGN Energy International Holdings Co., Limited (ສປ ຈີນ) ກ່າວວ່າ:

ປັດຈຸບັນ, ບໍລິສັດພວກເຮົາໄດ້ພັດທະນາໂຄງການພັດທະນາພະລັງງານສະ ອາດ ມີສາຂາ 5 ແຫ່ງ ມູນຄ່າການລົງ ທຶນທັງໝົດ 900 ຕື້ ຢວນ ກໍາລັງການຜະລິດ 72 ລ້ານກິ ໂລວັດ ໃນ ສປ ຈີນ ມີກໍາລັງຕິດຕັ້ງ 30 ບ້ານກວ່າກິໂລ ວັດ ນອກນັ້ນແມ່ນຢູ່ຕ່າງປະເທດ ບ້ານກວ່າກິໂລວັດ ປະ ເທດໃນອາຊີຕາເວັນອອກສຽງໃຕ້ ອີຢິບ ຝຣັ່ງ ບຣາຊິນ ແລະ ອື່ນໆ.ສໍາລັບການລົງນາມເທື່ອນີ້ແມ່ນປະຕິບັດຕາມຍຸດ ທະ ສາດພາຍໃຕ້ຄູ່ຮ່ວມຊາຕາກໍາດຽວກັບຂອງສອງປະເທດລາວ-ຈີນ ໃຫ້ປະສົບຜົນເປັນຈິງ ໂດຍສະ ເພາະແມ່ນ ການເຊື່ອມໂຍງຕາຂ່າວໄຟຟ້າລະຫວ່າງສອງປະເທດແມ່ນມີຄວາມສໍາຄັນຫຼາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນຈັດຕັ່ງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ກ່າວວ່າ: ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມ ກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະນຳໃຊ້ເຂົ້າໃນ ໃນໄລຍະ 6 ເດືອນ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ຢູ່ແຂວງຜົ້ງສາ ລີ ແຂວງຫຼວງນໍ້າ ແລະ ແຂວງອຸດົມໄຊ ຫວັງຢ່າງຍິ່ງວ່າ ໂຄງການດັ່ງກ່າວ ຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ້ນີ້.

ພິທີລົງນາມຄັ້ງນີ້ຈັດຂຶ້ນໃນວັນທີ 17 ຕຸລາ 2022 ທີ່ໂຮງແຮມແລນມາກ ໂດຍການລົງນາມຂອງ ທ່ານ ນາງ ພອນວັນ ອຸທະວົງ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດ Edra Power Holding/SDN Bhd ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ-ການລົງທຶນ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ນ້ອງນັ້ນຍັງມີແຂກຖືກເຊີນທາງວີດີໂດເຊັ່ນ ຈາກນະຄອນຫຼວງປັກກິ່ງ ເສິນເຈິ້ນ ກວາງໂຈ ຄຸນໝິງ ສປ ຈີນ ກົວລາລໍາເປີ ມາເລເຊຍ.

ແຫຼ່ງຂ່າວ ແລະ ຮູບ: Vientiane Mai

LEAVE A REPLY

Please enter your comment!
Please enter your name here