ງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022

0
5116

ງານມະຫາກຳສີມືຫັດຖະກຳລາວ ມີ 230 ຮ້ານເຂົ້າຮ່ວມວາງສະແດງມີຈຳນວນ 230 ຮ້ານ ເຂົ້າຮ່ວມງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ສະເໜຜ້າບ່ຽງລາວ” ປີນີ້ ຄົບຮອບ 25 ປີ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ.

ພິທີເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ ຫັດຖະກຳລາວ ຄົບຮອບ 25 ປີ ໄດ້ຈັດຂຶ້ນໃນວັນທີ 17 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນນາຍົກລັດຖະມົນຕີ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກຖືກເຊີນ, ບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ລາຍງານວ່າ: ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21, ເປີດຂຶ້ນຂຶ້ນແຕ່ 15-23 ຕຸລາ 2022, ພາຍໃຕ້ຄໍາຂວັນ: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ສະເໜ່ຜ້າບ່ຽງລາວ” ຖືເປັນບຸນປາງໃຫຍ່ສໍາລັບຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກໍາລາວ, ມີຈຸດປະສົງຫຼັກ ເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ທີ່ຈະມາເຖິງໃນມໍ່ໆນີ້ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກໍາລາວ ຄົບຮອບ 25 ປີ, ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ ສາມາດຊື້, ໄດ້ພົບ-ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຄວາມຫຼົງໄຫຼກັບມະຫັດສະຈັນສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ, ເພື່ອເຕົ້າໂຮມຄວາມສາມັກຄີບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນ ໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນ, ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນທີ່ວ່າ; “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 23 ຕຸລາ 2022 ຊຶ່ງມີຫຼາຍພາກສ່ວນຫັດຖະກໍາ ທີ່ມາຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ ປະກອບມີ:

ພາກສ່ວນແຜ່ນແພ ຜ້າ ໄໝ, ຜ້າຝ້າຍພື້ນເມືອງ, ພາກສ່ວນເຄື່ອງປະດັບ, ພາກສ່ວນເຄື່ອງຈັກສານ, ພາກສ່ວນຜະລິດຕະພັນວັດທະນະທໍາ ເຄື່ອງປັ້ນດິນເຜົາ, ພາກສ່ວນໄມ້ແກະສະຫຼັກ, ເຟີນີເຈີ, ພາກສ່ວນອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ. ນອກນນັ້ນ, ຍັງມີພາກສ່ວນສາທິດ ຫຼື ສະແດງການຜະລິດຕົວຈິງ ເປັນຕົ້ນແມ່ນ: ສາທິດການແສ່ວຜ້າ, ແກະສະຫຼັກຫີນ, ເຂັນຝ້າຍ, ສາວໄໝ, ປັກດິ້ງ, ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ, ຊຽງຂວາງ, ແຂວງວຽງຈັນ, ຈໍາປາສັກ, ສາລະວັນ ແລະ ອັດຕະປື. ຈໍານວນຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍຄັ້ງນີ້ ມີທັງໝົດ 230 ຮ້ານ (ບຸດ).

ພ້ອມກັນນີ້ ພາຍໃນງານຍັງມີຫຼາກຫຼາຍກິດຈະກຳຕື່ມອີກ.ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸສາຫະກຳແຫ່ງຊາດລາວ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ງານມະຫາກຳສີມືຫັດຖະກຳລາວ ກາຍເປັນບຸນປະເພນີປາງໃຫຍ່ ປະຈຳປີຂອງຊາວຊ່າງຫັດຖະກຳລາວ. ສະມາຄົມຫັດຖະກໍາລາວ ເປັນສະມາຄົມໜຶ່ງທີ່ໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ 25 ປີ, ມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານແຕ່ລະຊຸດ, ແຕ່ລະສະໄໝ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບໍລິຫານວຽກງານຂອງສະມາຄົມ ໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້. ພ້ອອມກັນນັ້ນ, ສະມາຄົມຫັດຖະກໍາລາວ ຍັງມີຜົນງານອີກຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ: ໃນການອານຸລັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ຊຶ່ງມັນສະແດງເຖິງການມີສ່ວນຮ່ວມໃນການສ້າງວຽກເຮັດງານທຳ ໃນຂົງເຂດຊົນນະບົດ, ການສ້າງລາຍໄດ້ ໃຫ້ກັບຊຸມຊົນ, ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຈົນ.ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ຢ່າງເປັນທາງການ ແລະ ຢ້ຽມຊົມການວາງສະແດງສີມືຫັດຖະກຳລາວ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here