ແຂວງຈຳປາສັກ ຮັບຮອງບ້ານພັດທະນາ ໄດ້ 576 ບ້ານ

0
647

ປັດຈຸບັນ ແຂວງຈຳປາສັກໄດ້ຢັ້ງຢືນ ແລະ ຮັບຮອງບ້ານພັດທະນາ ຈຳນວນ 576 ບ້ານ ກວມ 89,9% ຂອງຈຳນວນບ້ານທັງໝົດທົ່ວແຂວງ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໄດ້ 25 ບ້ານ, ໄດ້ກຳນົດເປັນຈຸດສຸມແຜນສ້າງບ້ານພັດທະນາໃຫ້ປະຊາຊົນຢູ່ດີກິນດີ ຈຳນວນ 20 ບ້ານ, ໃນຂະນະດຽວກັນໄດ້ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານການເມືອງ ຈຳນວນ 1.158 ສະຫາຍ ແລະ ສຸມໃສ່ນຳພາຈັດຕັ້ງປະຕິບັດຕາມ 6 ເນື້ອໃນ 9 ມາດຖານ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ຮັບຜົນສຳເລັດຫຼາຍດ້ານ.ສະ​ຫາຍ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ປະກອບຄຳເຫັນ ໃນຫົວຂໍ້” ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຢູ່ແຂວງຈຳປາສັກ” ຕໍ່ກອງປະຊຸມ ສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ ຕິດ​ພັນ​ກັບ​ການພັດທະນາຊົນນະບົດ ​ແລະ ວຽກ​ງານ 3 ສ້າງ ໃຫ້​ຮູ້ວ່າ:

ໃນ​ໄລ​ຍະ​ຜ່ານ​ມາ ແຂວງ​ຈຳ​ປາ​ສັກໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ຄະນະພັກ, ສະມາຊິກພັກ, ອົງການຈັດຕັ້ງຕ່າງໆ ແລະ ປະຊາຊົນດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ ຕິດພັນກັບ ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ ຢ່າງເປັນລະບົບຕໍ່ເນື່ອງ, ຄຽງຄູ່ກັນນັ້ນ ກໍໄດ້ຖືເປັນສໍາຄັນຕໍ່ການປັບປຸງຄວາມເຂັ້ມແຂງການຈັດຕັ້ງໃນລະ​ບົບການເມືອງຢູ່ຂັ້ນຮາກຖານ ໂດຍສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ເນື້ອ ໃນເປັນບັນຫາໃຈກາງ.ໃນນັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຕໍ່ການກໍ່ສ້າງ ແລະ ປັບປຸງການຈັດຕັ້ງການຜະລິດ ແລະ ການບໍລິການ ໂດຍສຸມໃສ່ຈັດຕັ້ງກຸ່ມການຜະລິດ, ສະຫະກອນການຜະລິດ ແລະ ການບໍລິການຢູ່ຂັ້ນບ້ານ ໄປຄຽງຄູ່ກັບການກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນຕິດພັນ ກັບການຍູ້ແຮງການຜະລິດເປັນສິນຄ້າ, ການບໍລິການ ດ້ວຍການປຸກລະດົມບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ສົມທົບກັບກໍາລັງແຮງຂອງປະຊາຊົນ ຊຶ່ງເປັນການ ປະກອບສ່ວນເຂົ້າໃນການພັດທະນາບ້ານ,

ໃນນັ້ນ, ໄດ້ສົ່ງເສີມ ແລະ ສ້າງເປັນກຸ່ມການຜະລິດ, ສະຫະກອນ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ, ທົ່ວແຂວງມີກຸ່ມການຜະລິດກະສິກໍາ 186 ກຸ່ມ, ມີ 14 ສະຫະກອນ ແລະ ມີ 157 ຟາມ, ອັນທີ່ພົ້ນເດັ່ນແມ່ນ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານປາໂມກ, ກຸ່ມຜະລິດກາເຟ ແລະ ພືດຜັກ ບ້ານກອງຕຸ່ນ, ກຸ່ມຜະລິດຕະພັນປາແດກ ບ້ານໂນນສະຫວ່າງ ນະຄອນປາກເຊ, ກຸ່ມການຜະລິດເສັ້ນເຝີບ້ານດອນຂະເໝົາ, ກຸ່ມການຜະລິດຫັດຖະກໍາ ຈັກສານບ້ານໂພນສະອາດ, ສະຫະກອນຜະລິດກາເຟພູພຽງບໍລິເວນ, ສະຫະກອນສິນເຊື່ອເງິນຝາກປະຢັດ ກະດັນ ຮຸ່ງເຮືອງ, ສະຫະກອນສິນເຊື່ອເງິນຝາກປະຢັດ ບ້ານໜອງໄຮໂຄກ ແລະ ສ້າງໄດ້ຜະລິດຕະພັນສິນຄ້າ ໂອດັອບ ຈໍານວນ 32 ຫົວໜ່ວຍ, 96 ຜະລິດຕະພັນ ລວມມູນຄ່າຜະລິດຕະພັນທັງໝົດ 30 ຕື້ກວ່າກີບ, ມູນຄ່າການຈໍາໜ່າຍ 39 ຕື້ກວ່າກີບ; ທົ່ວແຂວງມີກອງທຶນພັດທະນາບ້ານທັງໝົດ 474 ກອງທຶນ, ມີສະມາຊິກທັງໝົດ 48.340 ຄົນ, ມີທຶນໝູນວຽນທັງໝົດ 43 ຕື້ກວ່າກີບ; ໃນນັ້ນ, ໄດ້ຍົກລະດັບ ກອງທຶນທີ່ມີຄວາມເຂັ້ມແຂງເປັນສະຫະກອນສິນເຊື່ອເງິນຝາກປະຢັດ ຈໍານວນ 8 ແຫ່ງ ໃນ 5 ເມືອງ ທີ່ຂຶ້ນກັບການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້, ໄດ້ເອົາ ໃຈໃສ່ກໍ່ສ້າງ ແລະ ປັບປຸງກໍາລັງການຜະລິດຢູ່ ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ ໂດຍສຸມໃສ່ການຈັດຕັ້ງຝຶກອົບຮົມ, ສະໜອງຂໍ້ມູນຂ່າວສານ, ເຕັກນິກວິທະຍາສາດເຂົ້າໃນການຜະລິດ, ການປູກ, ການລ້ຽງ, ການປຸງແຕ່ງເປັນສິນຄ້າ ແລະ ການບໍລິການ.

ພ້ອມນັ້ນ, ໄດ້ຫັນເອົາພະນັກງານວິຊາການລົງຊ່ວຍປະຊາຊົນ ນໍາພາຈັດຕັ້ງປະຕິບັດຕົວຈິງ ໂດຍການນໍາໃຊ້ທ່າແຮງດ້ານຊັບພະຍາກອນທໍາມະຊາດກັບທີ່; ທົ່ວແຂວງມີສູນບໍລິການດ້ານເຕັກນິກ ກະສິກໍາ ຈໍານວນ 8 ສູນ, 2 ສະຖານີ, ໃນປີ 2021 ທີ່ຜ່ານມາ ສາມາດຜະລິດເຂົ້າໄດ້ 444.768 ໂຕນ, ຜະລິດກາເຟໄດ້ 85.878 ໂຕນ, ຜົນຜະລິດຢາງພາລາ 53.901 ໂຕນ, ມັນຕົ້ນ 819.835 ໂຕນ, ໝາກມ່ວງຫິມມະພານ 12.172 ໂຕນ, ໝາກອາໂວກາໂດ 1.911 ໂຕນ, ປູກພືດຜັກຕ່າງໆ ເປັນສິນຄ້າ ຜົນຜະລິດໄດ້ 1,5 ລ້ານໂຕນ, ການສະໜອງຊີ້ນ, ປາ, ອາຫານ ແລະ ອື່ນໆ ສະເລ່ຍໄດ້ 63,54 kg/ຄົນ, ບ້ານໄດ້ນໍາໃຊ້ໄຟຟ້າໃນລະບົບ 641 ບ້ານ ເທົ່າກັບ 100%, ທົ່ວແຂວງມີໄຟຟ້າ ຊົມໃຊ້ 129.099 ຫຼັງຄາເຮືອນ ເທົ່າກັບ 92,92%, ມີເສັ້ນທາງທຽວໄດ້ 2 ລະດູຢ່າງສະດວກ 633 ບ້ານ (98,75%), ສາມາດນໍາໃຊ້ລະບົບສື່ສານໂທລະຄົມມະນາຄົມໃນທົ່ວແຂວງ ກວມ 98%.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here