ບໍລິສັດ ຊີໂນ-ອາກຣີ ໂປຕາສ ເຂົ້າຮ່ວມມະຫາກໍາສີມືຫັດຖະກໍາລາວ

0
4194

ວັນທີ 17 ຕຸລາ ຜ່ານ​ມາ, ທ່ານ ທົງ ຢົງເຮີງ ປະທານ ແລະ ອໍານວຍການບໍລິສັດ ຊີໂນ-ອາກຣີ ໂປຕາສຈໍາກັດ (ຊີໂນ-ອາກຣີ ໂປຕາສ) ໂດຍໄດ້ຮັບການເຊື້ອເຊີນຈາກ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມພິທີເປີດມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21 (ຕໍ່ໄປນີ້ເອີ້ນຫຍໍ້ວ່າ “ງານວາງສະແດງ”) ທີ່ໄດ້ຈັດຂຶ້ນທີ່ສູນການ​ຄ້າ ລາວ-ໄອເຕັກ, ພ້ອມທັງໄດ້ໃຫ້ການສະໜັບສະໜູນດ້ານງົບປະມານແກ່ສະມາຄົມຫັດຖະກໍາລາວ, ທີ່ເປັນເຈົ້າພາບຈັດງານເປັນຈໍານວ 20.000.000 ກີບ. ງານດັ່ງກ່າວ, ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມ ຫັດຖະກໍາລາວ ແລະ ຍັງມີບັນດາທູຕານຸທູດ ແລະ ເພື່ອນມິດຈາກພາກທຸລະກິດ ອຸດສາຫະກໍາ-ການຄ້າ ກໍໄດ້ເຂົ້າຮ່ວມ.

ງານມະຫາກໍາຄັ້ງນີ້, ຈັດໂດຍ ສະມາຄົມ ຫັດຖະກໍາລາວ ​ໂດຍຈະຈັດຂຶ້ນປີລະຄັ້ງ, ເປັນການຮວບຮວມສິນຄ້າຫັດຖະກໍາຜ້າ​ໄໝລາວ, ຜະລິດຕະພັນເຮັດດ້ວຍໄມ້, ເຄື່ອງປະດັບ, ຜະລິດ ຕະພັນກະສິກໍາ ແລະ ອື່ນໆ, ຕາມທິດທາງນະໂຍບາຍຂອງລັດຖະບານລາວ “ໜຶ່ງເມືອງໜຶ່ງຜະລິດ ຕະພັນ” ເພື່ອເປັນການຊຸກຍູ ​ແລະ ຍົກລະດັບສີມືຫັດຖະກໍາລາວ ໃຫ້ມີຄຸນນະພາບຂຶ້ນເລື້ອຍໆ, ເຊິ່ງເປັນບາດກ້າວລິເລີ່ມທີ່ສໍາຄັນຂອງການພັດທະນາ. ​ໃນປີນີ້ ຄາດວ່າມີບັນດາໜ່ວຍງານຕ່າງໆເຂົ້າຮ່ວມງານວາງສະແດງຫລາຍກ່ວາ 230 ຮ້ານ, ຊຶ່ງມີຈໍານວນຫລາຍກວ່າປີຜ່ານມາ, ພ້ອມນັ້ນ ຄຸນນະພາບຂອງຜະລິດຕະພັນ ຖ້າທຽບໃສ່ປີທີ່ຜ່ານມາຖືວ່າມີການຍົກລະດັບຂຶ້ນຫລາຍ, ງານວາງສະ ແດງ ຈະສົ່ງເສີມການສົ່ງອອກຜະລິດຕະພັນ ສີມືຫັດຖະກໍາລາວ ທີ່ມີຄຸນນະພາບ, ເປັນການຂັບເຄື່ອນການພັດທະນາເສດຖະກິດພາຍໃນທ້ອງຖິ່ນ ແລະ ສົ່ງເສີມເສດຖະກິດຂອງ ສປປ ລາວ.

ພິທີເປີດໄດ້ເລີ່ມຕົ້ນ ດ້ວຍການສະແດງຂອງກອງດຸລິຍາງ ຈາກຄະນະຊາວໜຸ່ມ ແລະ ການ ສະແດງສິນລະປະຈາກສະມາຄົມ ຫັດຖະກຳລາວ, ບັນດາແຂກທີ່ມີກຽດໄດ້ເຂົ້າຮ່ວມກັນຕັດແຖບຜ້າ ແລະ ທ່ານນາຍົກ ພັນຄໍາ ວິພາວັນ ໄດ້ລັ່ນຄ້ອງ 9 ບາດ ເພື່ອເປັັນສີລິມຸງຄຸນ​ໃນການປະກາດເປີດງານມະຫາກໍາສີມືຫັດຖະກຳລາວ ຄັ້ງທີ 21 ຢ່າງເປັນທາງການ.

ໂອກາດ​ນີ້, ທ່ານພັນຄໍາ ວິພາວັນ ກໍ​ໄດ້ຢ້ຽມຊົມສະຖານທີ່ວາງສະແດງຕ່າງໆ, ໃນແຕ່ລະຫ້ອງວາງສະແດງ ທີ່ທ່ານ ນາຍົກ ໄດ້ເຂົ້າຢ້ຽມຊົມ ທ່ານກໍໄດ້ໃຫ້ຄວາມສົນໃຈລາຍລະອຽດກ່ຽວກັບຜະລິດຕະພັນ, ທັງໄດ້ສຳພັດ ແລະ ກວດເບິ່ງຄຸນນະພາບຂອງຜະລິດຕະພັນ, ໄດ້ສອບຖາມກ່ຽວກັບຂັ້ນຕອນການຜະລິດແປຮູບ ແລະ ການຈຳໜ່າຍ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະສະໜັບສະໜູນຂອງທ່ານນາຍົກລັດຖະມົນຕີ ທີ່ມີຕໍ່ການພັດທະນາຫັດຖະກຳລາວ.

ໃນລະຫວ່າງການຢ້ຽມຊົມງານວາງສະແດງຂອງທ່ານນາຍົກລັດຖະມົນຕີ, ທ່ານ ທົງຢົງເຮີງ ກໍໄດ້ລາຍງານໂດຍຫຍໍ້ສະພາບຄວາມຄືບໜ້າຂອງໂຄງການຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຕໍ່ທ່ານນາຍົກ, ເມື່ອທ່ານນາຍົກໄດ້ຮັບຊາບວ່າບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຕີບໂຕກາຍເປັນວິສາຫະກິດຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດຢູ່ ສປປ ລາວ ແລະ ໃນພາກພື້ນອາຊີຕາເວັນ ອອກສ່ຽງໃຕ້, ທ່ານ ກໍໄດ້ງຶກຫົວສະແດງຄວາມພາກພູມໃຈເປັນຢ່າງຍິ່ງ, ພ້ອມທັງເນັ້ນໜັກວ່າ ບໍລິສັດ ຕ້ອງສືບຕໍ່ຮັກສາຄວາມໄວຂອງການພັດທະນາ ແລະ ເຮັດການພັດທະນາໂຄງການເກືອໂປຕາສຂອງລາວໃຫ້ດີຂຶ້ນຕື່ມອີກກ້າວໜຶ່ງ. ທ່ານ ທົງ ຢົງເຮີງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກ ທີ່ໄດ້ໃຫ້ການເອົາໃຈໃສ່ ແລະ ສະໜັບສະໜູນໂຄງການຝຸ່ນໂປຕາສຂອງ ບໍລິສັດ ຊີໂນ-ອາກຣີ ແລະ ໄດ້ກ່າວວ່າຊີໂນ-ອາກຣີ ໂປຕາສ ຈະໃຊ້ທຸກຄວາມພະຍາຍາມ ເພື່ອສ້າງໃຫ້ກາຍເປັນວິສາຫະກິດຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີ.

ຫລັງຈາກນັ້ນ, ທ່ານ ທົງຢົງເຮີງ ຍັງໄດ້ໂອ້ລົມຮ່ວມກັບລັດຖະມົນຕີ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານປະທານ ແລະ ຮອງປະທານສະມາຄົມຫັດຖະກຳ ຢ່າງໄມຕີຈິດມິດຕະພາບ. ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຂອບໃຈບໍລິສັດ ຊີໂນ-ອາກຣີ ທີ່ເຂົ້າຮ່ວມໃນພິທີເປີດມະຫາກໍາສີມືຫັດຖະກໍາລາວຄັ້ງນີ້. ນອກນີ້, ທ່ານ ທົງ ຢົງເຮີງ ໄດ້ກ່າວຕື່ມອີກວ່າບໍລິສັດ ຕັ້ງໝັ້ນທີ່ຈະພັດທະນາເປັນເວລາຍາວນານຢູ່ລາວ ກໍຕ້ອງປະຕິບັດໜ້າທີ່ຮັບ ຜິດຊອບທາງສັງຄົມ. ບໍລິສັດ ຊີໂນ-ອາກຣີ ບໍ່ພຽງແຕ່ຈະຊຸກຍູ້ການພັດທະນາເສດຖະກິດພາຍໃນທ້ອງຖິ່ນຂອງແຂວງຄຳມ່ວນ ເທົ່ານັ້ນ, ແຕ່ຍັງຫວັງທີ່ຈະປະກອບສ່ວນກຳລັງແຮງເຂົ້າໃນການພັດທະນາຂະແໜງອຸດສາຫະກໍາຕ່າງໆ ເຊິ່ງລວມທັງ ຂະແໜງຫັດຖະກຳ; ບໍລິສັດຈະປະຕິບັດຕາມທິດຊີ້ນຳຂອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ປະສານສົມທົບກັບ ສະມາຄົມ ຫັດຖະກຳລາວ ເພື່ອພະຍາຍາມຊ່ວຍກັນໃຫ້ຜະລິດຕະພັນຫັດຖະກຳ ທີ່ມີຄຸນນະພາບຂອງລາວໄດ້ໄປຈຳໜ່າຍຢູ່ ສປ ຈີນ, ບັນດາປະເທດ ອາຊີອາຄະເນ ແລະ ປະເທດອື່ນໆໃນຂອບເຂດທົ່ວໂລກ, ເພື່ອໃຫ້ຫລາຍໆຄົນ ແລະ ຫລາຍໆປະເທດ ໄດ້ເຂົ້າໃຈ ແລະ ຮູ້ຈັກປະເທດລາວຫລາຍຂຶ້ນໂ ດຍຜ່ານສີນຄ້າຫັດຖະກຳ, ຈາກສິ່ງດັ່ງກ່າວ ກໍຈະດຶງດູດນັກລົງທຶນເຂົ້າມາລົງທຶນ ແລະ ພັດທະນາໃນຂະແໜງການຕ່າງໆຢູ່ລາວໄດ້ຫລາຍຍິ່ງຂຶ້ນ ​ເຊິ່ງຈະຊ່ວຍຂັບເຄື່ອນການພັດທະນາເສດຖະກິດຂອງ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here