ວັນອາຫານໂລກ, ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ

0
729

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດ ຈະຈັດງານສະເຫຼີມສະຫຼອງ ວັນອາຫານ​ໂລກ ຄົບຮອບ 42 ປີ ແລະ ການລະນຶກ ວັນ​ສາກົນ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ຄົບຮອບ 30 ພາຍໃຕ້ຄໍາຂວັນ “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” ແລະ ຄໍາຂວັນທີ່ວ່າ: “ກຽດສັກສີເພື່ອທຸກຄົນ ໃນການປະຕິບັດຕົວຈິງ: ຄວາມໝາຍໝັ້ນທີ່ພວກເຮົາໃຫ້ຮ່ວມກັນ ເພື່ອຄວາມຍຸຕິທໍາທາງສັງຄົມ, ສັນຕິພາບ ແລະ ໂລກຂອງພວກເຮົາ” ດ້ວຍຫຼາຍກິດຈະກຳ ເຊັ່ນ: ຕອນບ່າຍໃນວັນ​ທີ 24 ຕຸລາ ຈະມີປາຖະກະຖາ ແລະ ໃນວັນທີ 25 ຈະມີການຈັດສຳມະນາ ກ່ຽວກັບ 2 ວັນດັ່ງກ່າວ,ງານວາງສະແດງສິນຄ້າ ແລະ ຈຳໜ່າຍສິນຄ້າກະສິກຳ ແຕ່ວັນທີ 24 -28 ຕຸລາ 2022 ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ເຂດດົງໂດກ).

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນກ່າວໃນງານຖະແຫລງຂ່າວ ເນື່ອງໃນໂອກາດວັນອາຫານໂລກ, ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບ​ລ້າງ​ຄວາມທຸກ​ຍາກ ໃນວັນທີ 21 ຕຸລາ 2022 ວ່າ: ຄວາ​ມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ ​ໄດ້​ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ​ມາ​ເປັນ​ເວລາ​ຫລາຍ​ສະຕະວັດ​ແລ້ວ.

ຕະຫຼອດ​ໄລຍະ​ຜ່ານ​ມາ​ ໂລກ​ຂອງ​ພວກ​ເຮົາ ​ຍັງ​ໄດ້​ພົບ​ກັບຫລາຍໆບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງທາງດ້ານດິນຟ້າອາກາດຂອງໂລກ, ​ໄພພິບັດທາງທໍາມະຊາດ, ການລະບາດ​ຂອງ​ພະຍາດ, ຄວາມ​ວຸ້ນວາຍ​ທາງ​ສັງ​ຄົມ, ​ບັນຫາຄວາມຂັດແຍ່ງ, ການລະບາດພະຍາດໂຄວິດ-19, ການເພີ່ມຂຶ້ນຂອງລາຄາສິນຄ້າ, ນໍ້າມັນ ໄດ້ສືບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາກອນໂລກເກືອບ 828 ລ້ານຄົນຂາດສານອາຫານ ແລະ ປະສົບກັບຄວາມອຶດຫິວ ຊຶ່ງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ປະກົດ​ການ​ດັ່ງກ່າວ​ນັ້ນ ​ໄດ້​ເປັນ​ການ​ເພີ່ມ​ທະວີ​ໃຫ້​ມີ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ​ຫຼາຍ​ຂຶ້ນ.

ດັ່ງນັ້ນ, ​ອົງການ​ອາຫານ ​ແລະ ການ​ກະ​ເສດຂອງ​ສະຫະ​ປະຊາ​ຊາດ ​ໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກ​ປີ ​ເປັນ​ວັນ​ອາຫານ​ໂລກ ຊຶ່ງ​ເລີ່​ມ​ແຕ່ ປີ 1980 ເປັນຕົ້ນມາ ແລະ ໄລຍະຕໍ່​ມາ ສະຫະ​ປະຊາ​ຊາດ ​ກໍໄດ້​ກຳນົດ​ເອົາວັນ​ທີ 17 ຕຸລາ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່​ມ​ແຕ່ ປີ 1992​ ເປັນ​ຕົ້ນ​ມາ, ມາ​ຮອດ​ ປີ 2003 ລັດຖະບານ ​ແຫ່ງ​ ສປປ ລາວ ກໍໄດ້​ກຳນົດ​ເອົາ ວັນ​ທີ 17-24 ຕຸລາ ​ເປັນ​ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.

ດັ່ງ​ນັ້ນ, ການ​ໂຮມຊຸມນຸມ 2 ​ວັນດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນຫລາຍ, ບໍ່ສະເພາະແຕ່​ແນ​ໃສ່ປູກ​ຈິດ​ສຳນຶກ ​ແລະ ສ້າງ​ຄວາມ​ຮັບ​ຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງ ຄວາມທຸກ​ຍາກ ​ແລະ ​ໄພ​ອຶດຫິວ ເຊິ່ງບໍ່​ແມ່ນ​ບາບກຳ​ທີ່​ເທວະ​ດາ​ຟ້າ​ແຖນເປັນ​ຜູ້​ກຳນົດ​ໃຫ້ ​ແຕ່​ມັນ​ແມ່ນ​ປະກົດ​ການ​ທາງ​ສັງຄົມ​ທີ່​ສາມາດ​ລຶບລ້າງ​​ໃຫ້​ໝົດ​ໄປ​ໄດ້ ​ແລະ ປຸກລະດົມ​​ປະຊາ​ຊາດ​​ ໂດຍສະເພາະຜູ້ທຸກຍາກ ອຶດຫິວ ໃຫ້ຮູ້ສຶກວ່າຕົນເອງມີກຽດສັກສີ ຂອງຄວາມເປັນມະນຸດ, ມີເຫື່ອແຮງສະຕິປັນຍາຄືຄົນທົ່ວໄປ ເທົ່ານັ້ນ ແຕ່ຍັງເປັນການເຮັດໃຫ້ເຂົາເຈົ້າມີກໍາລັງໃຈ, ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ພ້ອມນັ້ນ ກໍຖືໂອກາດນີ້ ເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງມີສ່ວນຮ່ວມ ໃນການຜະລິດສະບຽງອາຫານ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here