ມອບ-ຮັບ ຊັບສິນທີ່ສານຕັດສິນຮິບເປັນຂອງລັດ

0
12922

ໂດຍປະຕິບັດຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ, ລົງວັນທີ 05 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຢຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ.

ສະນັ້ນ, ໃນວັນທີ 21 ຕຸລາ 2022 ນີ້ ທີ່ສາງເກັບມ້ຽນຂອງກາງຄະດີ ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ໄດ້ເຊັນບົດບັນທຶກມອບ-ຮັບຊັບສິນທີ່ສານຕັດສິນຮິບເປັນຂອງລັດ (ສະເພາະຢູ່ນະຄອນຫຼວງວຽງຈັນ) ທີ່ຢູ່ໃນການຄຸ້ມຄອງຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ເພື່ອນໍາໄປຂຶ້ນບັນຊີເປັນຂອງລັດ ແລະ ມອບເງິນເຂົ້າງົບປະມານຂອງລັດຕາມກົດໝາຍ ແລະ ລະບຽບການ.

ໂດຍຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າເຊັນບັດບັນທຶກຮັບຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໂດຍຊ້ອງໜ້າຄະນະກໍາມະການຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ພະແນກຍຸຕິທໍານະ ຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຊັບສິນທີ່ສານຕັດສິນຮິບເປັນຂອງລັດມອບ-ຮັບປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ, ໄມ້ແປຮູບຈໍານວນ 92 ໂຕ, ລົດໃຫຍ່ຈໍານວນ 12 ຄັນ, ລົດຈັກຈໍານວນ 19 ຄັນ, ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ; ເງິນສົດ. ໃນນີ້, ເງິນກີບຈຳນວນ 2,103 ຕື້ກີບ, ເງິນບາດໄທຈຳນວນ 698.680 ບາດ, ເງິນໂດລາສະຫະລັດຈຳນວນ 4.202 ໂດລາສະຫະລັດ, ເງິນຢວນຈຳນວນ 50 ຢວນ, ເງິນດົງ ຈຳນວນ 10.000 ດົງ.

ສ່ວນທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ,ລົງວັນທີ 4 ມີນາ 2022 ຈະໄດ້ສືບຕໍ່ລົງກວດກາເກັບກໍາຂໍ້ມູນຊັບສິນທີ່ຮິບເປັນຂອງລັດຢູ່ບັນດາແຂວງ, ເພື່ອນໍາເອົາຊັບສິນມາເຕົ້າໂຮມຂຶ້ນບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.

ແຫຼ່ງຂໍ້ມູນ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here