ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມພົບປະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

0
1457

(ສພຊ) ໃນວັນທີ 31 ຕຸລາ 2022, ທີ່ທຳນຽບລັດຖະບານ, ກຸງເທບມະຫານະຄອນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ເຂົ້າຢ້ຽມພົບປະ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 30 ແລະ ສືບຕໍ່ຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ.

ໃນການຢ້ຽມພົບປະຄັ້ງນີ້, ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ພົບປະ ແລະ ປຶກສາຫາລື ກັບພະນະທ່ານນາຍົກລັດຖະມົນຕີໄທ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດລາວ ແລະ ໄທ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ມີແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ໄທ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ.

ໃນໂອກາດນີ້, ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມ APPF ຄັ້ງທີ 30 ແລະ ຜົນສໍາເລັດເຂົ້າຮ່ວມພິທີວາງສີລາລືກກໍ່ສ້າງຂົວ ມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາໄຊ-ບຶງການ ແລະ ໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ພະນະທ່ານ ຊວນ ຫຼີກໄພ ປະທານລັດຖະສະພາໄທ ແລະ ພະນະທ່ານ ພອນເພັດ ວິຊິດຊົນໄຊ ປະທານວຸດທິສະພາ ເຊິ່ງໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ/ສະພາຜູ້ແທນຣາຊະດອນ ເຊິ່ງເປັນພື້ນຖານສໍາຄັນ ໃຫ້ແກ່ການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດ.

ໃນຕອນທ້າຍ, ພະນະທ່ານນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ແລະ ສອງຝ່າຍ ໄດ້ປຶກສາຫາລືການຊຸກຍູ້ການຮ່ວມມືໃນຫຼາຍດ້ານ ໂດຍສະເພາະແມ່ນການຮ່ວມມື ດ້ານຄວາມໝັ້ນຄົງ, ວຽກງານຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ, ດ້ານພະລັງງານ, ວຽກງານແຮງງານ ແລະ ບັນຫາ ອື່ນໆ.

ແຫຼ່ງຂ່າວ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

LEAVE A REPLY

Please enter your comment!
Please enter your name here