ງານເທດສະການແຫ່ພຣະໄຕປິດົກ ສືບສານວັດທະນະທໍາ ລຳວົງສາລະວັນ

0
2026

ພິທີ ຖະແຫຼງການງານເທດສະການ ແຫ່ງພະໄຕປິດົກ ສືບສານວັດທະນະທໍາ ລຳວົງສາລະວັນ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 29 ຕຸລາ 2022 ທີ່ຜ່ານມາ ຢູ່ທີ່ພັດຕະຄານສິນສະໄໝ ໂດຍເປັນກຽດຖະແຫຼງການຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຈັດງານ ເທດສະການແຫ່ພຣະໄຕປິດົກ, ສືບສານວັດທະນະທໍາ, ລຳວົງສາລະວັນ; ມີ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ; ທ່ານ ສຸວິລັນ ສີອັກຄະສອນ ຮອງປະທານບໍລິສັດມໍເທັນອິນເຕີເນເຊິນນໍ, ມີບັນດາມວນຊົນ ແລະ ສື່ມວນຊົນພາຍໃນແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນແຂວງສາລະວັນວ່າ: ງານເທດສະການແຫ່ພຣະໄຕປີດົກ, ສືບສານວັດທະນະທໍາ, ລຳວົງສາລະວັນ ແມ່ນ ເພື່ອເຫຼີມສະຫຼອງພິທີປະກາດຫໍໄຕຣປີດົກ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງສາລະວັນ ແລະ ເພື່ອເປັນການອະນຸລັກ, ປົກປັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າ, ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນປະເທດເວົ້າລວມ, ເວົ້າສະເພາະພາຍໃນແຂວງສາລະວັນກັບມາມີບັນຍາກາດຄຶກຄື້ນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ສປປ ລາວ ເຮົາໄດ້ມີນະໂຍບາຍຜ່ອນຜັນ, ຕາມນະໂຍບາຍຂອງລັດຖະບານໃນການທ່ອງທ່ຽວສີຂຽວ; ໃນນັ້ນພິທີສະເຫຼີມສະຫຼອງຄັ້ງນີ້ຍັງແນໃສ່ເສີມສ້າງສາຍພົວພັນຮ່ວມມືສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພາະແມ່ນປີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວາລະແຫ່ງຊາດ, ໂດຍສະເພາະແມ່ນວາລະ ວ່າດ້ວຍ: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນງານຄັ້ງນີ້ຫວັງວ່າຈະສ້າງລາຍຮັບ, ການຈັບຈ່າຍໃຊ້ສອຍ ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງແຂງແຮງ.ງານເທດສະການແຫ່ພຣະໄຕປິດົກ ສືບສານວັດທະນະທໍາ ລຳວົງສາລະວັນ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-20 ພະຈິກ 2022 ນີ້, ເຊິ່ງພາຍໃນງານຈະໄດ້ມີການຈັດກິດຈະກຳຫຼາຍຢ່າງ ເປັນຕົ້ນ: ພິທີປະກາດຫໍໄຕຣປີດົກ ເປັນມໍລະດົກທາງດ້ານວັດທະນະທໍາແຫ່ງຊາດ ລະດັບທ້ອງຖິ່ນ ເຊິ່ງເປັນມໍລະດົກທາງດ້ານວັດທະນະທຳແຫ່ງຊາດ ແຫ່ງທຳອິດ ຂອງແຂວງສາລະວັນ, ງານປະກວດສະແດງສິລະປະ, ປະກວດນັກຮ້ອງ, ໝໍລໍາ, ນາງສາວບັນດາເຜົ່າ ແລະ ອາຫານພື້ນເມືອງ, ສະແດງກາຍະສິນ ແລະ ອື່ນໆ

ນອກນີ້ ພາຍໃນງານຍັງມີການວາງສະແດງຜະລິດຕະພັນສິນຄ້າ 2 ປະເທດ ລາວ-ຫວຽດນາມ ຈາກບັນດາເມືອງຕ່າງໆຂອງແຂວງສາລະວັນ ແລະ ບັນແຂວງພາກກາງ ຂອງ ສສ ຫວຽດນາມ, ຈັດງານສຳມະນາກ່ຽວກັບການຈັບຄູ່ທຸລະກິດດ້ານການທ່ອງທ່ຽວ, ຈັດງານກິລາແຂ່ງຂັນປະເພດຕ່າງໆ ທີ່ຈະໄປຊຽງຂວາງເກມ ແລະ ກິລາພື້ນເມືອງ. ນອກຈາກນີ້ພິທີແຫ່ພຣະໄຕປີດົກ ຈະມີການແຫ່ 15 ກ້ອນກໍາລັງ ຈາກບັນດາເມືອງຕ່າງໆ ແລະ ແຂວງ ເຊີ່ງໃນນັ້ນແຕ່ລະກ້ອນກໍາລັງແມ່ນໄດ້ແຕ່ງກາຍທີ່ເປັນເອກະລັກສະເພາະປະຈໍາທ້ອງຖິ່ນ ທີ່ເຮັດໃຫ້ແຂກເຂົ້າຮ່ວມງານໄດ້ເບີ່ງຄາດວ່າຈະມີມວນຊົນເຂົ້າຮ່ວມປະມານ 3 ພັນກວ່າຄົນ ພ້ອມນັ້ນຍັງມີພິທີທາງສາສະໜາ ໂດຍສະເພາະແຫ່ຜ້າປ່າສາມັກຄີ, ສົມໂພດພຣະພຸດທະຮູບ ແລະ ຕັກບາດຖວາຍສັງຄະທານ ຈັດຂຶ້ນທີ່ວັດກາງ (ວັດສີມຸງຄຸນ) ເມືອງ ແລະ ແຂວງສາລະວັນ.ໂອກາດດັ່ງກ່າວທ່ານ ກໍ່ໄດ້ເຊີນນຊວນມວນຊົນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມງານເທດສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ .

LEAVE A REPLY

Please enter your comment!
Please enter your name here