3 ສິນຄ້າກະສິກຳ ທີ່ສົ່ງອອກຫຼາຍກວ່າໝູ່ ມີມູນຄ່າສູງເຖິງ 522 ລ້ານໂດລາ

0
2209

ໃນໄລຍະ 6 ເດືອນ ຕົ້ນປີ 2022 ມີ 3 ປະເພດ ສິນຄ້າກະສິກໍາ ທີ່ ສປປ ລາວ ສົ່ງອອກຫຼາຍກວ່າໝູ່, ມີມູນຄ່າສູງເຖິງ 522 ລ້ານໂດລາສະຫະລັດ. ໃນນັ້ນ, ອັນດັບທີ 1 ແມ່ນ ມັນຕົ້ນ, ຮອງລົງມາແມ່ນ ໝາກກ້ວຍ ແລະ ຢາງພາລາ.

ສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ສິນຄ້າກະສິກໍາ ຖືໄດ້ວ່າເປັນອີກໜຶ່ງສິນຄ້າສໍາຄັນ ທີ່ສ້າງລາຍຮັບຈາກການສົ່ງອອກຂອງ ສປປ ລາວ ກວມເອົາ 20% ຂອງຈໍານວນສິນຄ້າສົ່ງອອກທັງໝົດ ແລະ ຍັງຕິດອັນດັບຕົ້ນໆຂອງມູນຄ່າການສົ່ງອອກທັງໝົດ ເມື່ອທຽບໃສ່ການສົ່ງອອກສິນຄ້າ ປະເພດໄຟຟ້າ ແລະ ຄໍາ. ໃນນີ້, 3 ລາຍການສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດແມ່ນ: ມັນຕົ້ນ, ໝາກກ້ວຍ ແລະ ຢາງພາລາ.

ມັນຕົ້ນ ຖືໄດ້ວ່າເປັນສິນຄ້າທີ່ສ້າງລາຍຮັບສູງທີ່ສຸດໃນໝວດສິນຄ້າກະສິກໍາ ຊຶ່ງມີມູນຄ່າ 249 ລ້ານໂດລາສະລັດ ແລະ ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ ເມື່ອທຽບໃສ່ໃນໄລຍະດຽວກັນຂອງ 6 ເດືອນຕົ້ນປີ 2021 ທີ່ມີມູນຄ່າ 196 ລ້ານໂດລາສະລັດ ສະເລ່ຍເພີ່ມຂຶ້ນ 27% ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ໄທ, ສສ ຫວຽດນາມ ແລະ ສປ ຈີນ.

ໝາກກ້ວຍ ມີມູນຄ່າສົ່ງອອກເປັນອັນດັບທີ 2 ມີມູນຄ່າ 141 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ສປ ຈີນ, ໄທ ແລະ ສສ ຫວຽດນາມ.

ຢາງພາລາ ມີມູນຄ່າສົ່ງອອກເປັນອັນດັບທີ 3 ມີມູນຄ່າ 132 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ສປ ຈີນ, ຫວຽດນາມ ແລະ ມາເລເຊຍ.

ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າ ປະເທດຄູ່ຄ້າທີ່ ສປປ ລາວ ສົ່ງອອກຫຼາຍແມ່ນ ໄທ, ສສ ຫວຽດນາມ ແລະ ສປ ຈີນ, ຊຶ່ງປະເທດດັ່ງກ່າວແມ່ນປະເທດພາຄີຂອງ ສປປ ລາວ ທີ່ນອນໃນສັນຍາການຄ້າເສລີ ແລະ ສັນຍາການຄ້າສອງຝ່າຍ. ສະນັ້ນ, ການສົ່ງອອກສິນຄ້າດັ່ງກ່າວ ຈຶ່ງໄດ້ຮັບຜົນປະໂຫຍດຈາກສິດທິພິເສດທາງການຄ້າ ໃນການຫຼຸດຜ່ອນອັດຕາພາສີຂາເຂົ້າຂອງປະເທດຜູ້ນໍາເຂົ້າ.

ແຫຼ່ງຂ່າວ: ຂ່າວເສດຖະກິດ-ການຄ້າ Lao Economic Daily

LEAVE A REPLY

Please enter your comment!
Please enter your name here