ລາວ ກຽມ​ຜະ​ລິດ​ນ້ຳ​ມັນ​ຊີ​ວະ​ພາບ

0
3430

ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ເຊັນສັນຍາ ກັບ ບໍລິສັດ Gaia Petro ຈາກ ສາ​ທາ​ລະ​ນະ​ລັດເກົາຫຼີ ເພື່ອສ້າງຕັ້ງບໍລິສັດ ຮ່ວມທຶນ (JVC) ໂດຍໃຊ້ທຶນທັງໝົດ 20 ລ້ານໂດລາ ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ນ້ຳ​ມັນ​ແອັດ​​ຊັງຊີວະພາບ ຫຼື ເອ​ຕາ​ໂນນ ສະ​ໜອງໃນ ສ​ປ​ປ ລາວ ໂດຍ​ຈະເລີ່ມທ້າຍປີນີ້ ໂດຍ​ຄາດ​ວ່າ ປີ​ທຳ​ອິດ​ຈະ​ສາ​ມາດ​ສະ​ໜອງ​ນ້ຳ​ມັນ​ໄດ້​ປະ​ມານ 10 ລ້ານ​ລິດ​ຕໍ່​ເດືອນ, ກ່ອນ​ຈະ​ຜະ​ລິດ​ເພີ່ມ​ຂຶ້ນ 20% ​ຕໍ່​ປີ ນັບ​ແຕ່​ປີ​ທີ 2 ເປັນ​ຕົ້ນ​ໄປ.

ພິທີເຊັນສັນຍາການຮ່ວມທຶນເພື່ອດໍາເນີນໂຄງການຜະລິດນໍ້າມັນຊີວະພາບ ລະຫວ່າງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ Gaia Petro ສ ເກົາຫຼີ ໄດ້​ມີ​ຂຶ້ນ ໃນວັນທີ 1 ພະຈິກ 2022 ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີພາກສ່ວນທີ່ກ່ຽວຂ້ອງ.ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍທາງດ້ານຄວາມໝັ້ນຄົງທາງດ້ານພະລັງງານຂອງລັດຖະບານ, ລນລ ໄດ້ຈັດຫາແຫຼ່ງນໍ້າມັນທາງເລືອກອື່ນ ນອກຈາກການນຳເຂົ້າຈາກຕ່າງປະເທດ ຊຶ່ງການຈັດຫາພະລັງງານຈາກທັນຍະພືດ ທີ່ສາມາດປູກໄດ້ເອງ ແລະ ເປັນທ່າແຮງຂອງ ສປປ ລາວ ກໍເປັນທາງເລືອກໜຶ່ງທີ່ ລນລ ໄດ້ຮ່ວມກັບ ບໍລິສັດ Gaia Petro ຈາກ ສ ເກົາຫຼີ ໄດ້ສຶກສາຄວາມເປັນໄປໄດ້ດັ່ງກ່າວ.

ພາຍຫຼັງ ລນລ ແລະ ບໍລິສັດ Gaia Petro ໄດ້ມີການເຊັນບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງງານຜະລິດນ້ຳມັນເອຕາໂນນ ໃນ ສປປ ລາວ ໃນວັນທີ 5 ມິຖຸນາ 2022 ຈາກນັ້ນກໍໄດ້​ນຳເອົານໍ້າມັນຕົວແບບແອັດຊັງຊີວະພາບ​ສົ່ງໄປໃຫ້ 5 ຫ້ອງທົດລອງຂອງອົງ ການທີ່ກ່ຽວຂ້ອງ ແລະ ໄດ້ຮັບຜົນການທົດສອບແລ້ວ ວ່າເປັນນໍ້າມັນຊີວະພາບຊະນິດໃໝ່ ທີ່ບໍ່ເຄີຍນຳໃຊ້ໃນ ສປປ ລາວ ແລະ ສາມາດນຳໃຊ້ກັບເຄື່ອງຈັກທຸກຊະນິດທີ່ໃຊ້ນ້ຳມັນແອັດຊັງທີ່ນໍາໃຊ້ທົ່ວໄປໄດ້.ໃນວັນທີ 21 ຕຸລາ 2022 ລນລ ແລະ ບໍລິສັດ Gaia Petro ໄດ້ຈັດສຳມະນາສະເໜີຜະລິດ ຕະພັນດັ່ງກ່າວ ພ້ອມທັງສາທິດການຜະລິດແອັດຊັງເອຕາໂນນ ຂຶ້ນທີ່ຫ້ອງການເຕັກນິກ ຂອງ ລນລ ທີ່ບ້ານດົງຈອງ ໂດຍມີບັນດາກົມທີ່ກ່ຽວຂ້ອງ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກບໍລິສັດ ນໍາເຂົ້າລົດຈຳນວນໜຶ່ງເຂົ້າຮວມ. ບໍລິສັດ Gaia Petro ໄດ້ສົມທົບກັບ ບໍລິສັດ ທີ່ປຶກສາ ເຂົ້າມາຊ່ວຍໃນການເກັບກໍາຂໍ້ມູນ ຂຽນບົດວິພາກຕ່າງໆ ໂດຍປະສານງານຕໍ່ເນື່ອງກັບ ລນລ ຊຶ່ງທາງດ້ານຫຼັກການ ແມ່ນທຸກຝ່າຍເຫັນດີນໍາບົດສຶກສາໂຄງການດັ່ງກ່າວ ເພາະເປັນໂຄງການໜຶ່ງ ທີ່ມີປະສິດທິຜົນ ແລະ ເປັນການຈັດຫາຜະລິດຕະພັນ ໃໝ່ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຕົ້ນທຶນທີ່ຕໍ່າກວ່າ ການນໍາເຂົ້ານໍ້າມັນຈາກຕ່າງປະເທດ, ຫຼຸດຜ່ອນການນໍາໃຊ້ເງິນຕາ ແລະ ເປັນການສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນລາວ ໃນຂະແໜງກະສິກໍາອີກດ້ວຍ.ທ່ານ ສີສັງຄົມ ໂຄດໂຍທາ ຍັງໃຫ້ຮູ້ວ່າ:

ໂຄງການ ແມ່ນຈະຕັ້ງຢູ່ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ້າງຕັ້ງເປັນບໍ​ລິ​ສັດຮ່ວມທຶນ (JVC) ດ້ວຍໃຊ້ທຶນທັງໝົດ 20 ລ້ານໂດລາ, ໄລຍະໂຄງການ 12 ປີ; ໃນນັ້ນ ບໍລິສັດ Gaia Petro ຖືຮຸ້ນ 55 %; ລນລ ຖືຮຸ້ນ 22,5% ແລະ ນັກລົງທຶນພາຍໃນ ຖືຮຸ້ນ 22,5% ຄາດວ່າຜົນຜະລິດໃນປີທີ 1 ຈະ​ໄດ້​ປະ​ລິ​ມານ​ນ້ຳ​ມັນແອັດຊັງຊີວະພາບ 500.000 ລິດ/ວັນ ຫຼື 10 ລ້ານລິດ/ເດືອນ ແລະ ໃນປີທີ 2 ເປັນຕົ້ນໄປຈະເພີ່ມຂຶ້ນປີລະ 20% ໂດຍຜົນຜະລິດທັງໝົດ ລນລ ຈະເປັນຜູ້ຈຳໜ່າຍ.

ແຫຼ່ງ​ຂ່າວ: ເສດ​ຖະ​ກິດ​ການ​ຄ້າ

LEAVE A REPLY

Please enter your comment!
Please enter your name here