ຄະນະສະເພາະກິດເມືອງຫາດຊາຍຟອງ ເລີ່ມປະຕິບັດຈັດສັນຄວາມບໍ່ເປັນລະບຽບຕາມເສັ້ນທາງ

0
3845

ວັນທີ 2 ພະຈິກຜ່ານມາ ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກໃນຂອບເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນກ່ຽວຂ້ອງຈາກຫ້ອງວ່າການເມືອງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຫ້ອງການອຸດສາຫະກຳ ແລະ ການຄ້າ ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພະລັງງານບໍ່ແຮ່ ແລະ ໜ່ວຍຕໍາຫຼວດຈະລາຈອນ ເມືອງຫາດຊາຍຟອງ ໄດ້ຮ່ວມກັບອົງການປົກຄອງບ້ານຫາດຊາຍຂາວ ລົງຈັດຕັ້ງປະຕິບັດວຽກງານເພື່ອຈັດສັນຄືນຄວາມບໍ່ເປັນລະບຽບທາງດ້ານການປຸກສ້າງຕໍ່ເຕີມອາຄານຮ້ານຄ້າທີ່ຂາຍເຄື່ອງຍ່ອຍຕາມແຄມທາງ ແລະ ການຕິດຕັ້ງປ້າຍໂຄສະນາອື່ນໆທີ່ບໍ່ໄດ້ຢູ່ໃນລະບຽບວາງອອກ ບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ພ້ອມທັງການນໍາເອົາເຄື່ອງຂອງມາວາງຂາຍຊະຊາຍຢູ່ຕາມແຄມທາງແບບບໍ່ຄົງທີ່ ເຊິ່ງໄດ້ສ້າງຄວາມບໍ່ເປັນລະບຽບທີ່ບໍ່ຈົບງາມ ເຮັດໃຫ້ກີດຂວາງການສັນຈອນ ແລະ ອາດສົ່ງຜົນກໍ່ໃຫ້ເກີດອຸບັດເຫດອີກດ້ວຍ ດັ່ງນັ້ນເພື່ອປະຕິບັດຕາມທິດຊີ້ນໍາຂອງເຈົ້າເມືອງຫາດຊາຍຟອງ ແລະ ຕາມຂໍ້ຕົກລົງແຕ່ງຕັ້ງດັ່ງກ່າວ ເພື່ອໃຫ້ຄະນະສະເພາະກິດ ໄດ້ລົງຈັດຕັ້ງປະຕິບັດຕົວຈິງຢູ່ພື້ນຖານ ແລະ ມີຜົນສໍາເລັດ.

ພ້ອມດຽວກັນ ຄະນະດັ່ງກ່າວກໍໄດ້ລົງວັດແທກພື້ນທີ່ຂອບເຂດຂອງທາງທີ່ກໍານົດໃຫ້ເປັນເຂດສະຫງວນ 5 ແມັດ ຈາກຂອບທາງອອກມາ ເຊີ່ງພົບເຫັນວ່າຍັງມີບັນດາຮ້ານຄ້າທີ່ຂາຍເຄື່ອງຍ່ອຍຕາມແຄມທາງໄດ້ລະເມີດ ລະບຽບການເປັນຈໍານວນຫຼາຍຮ້ານ ໂດຍສະເພາະແມ່ນຢູ່ໜ້າທາງເຂົ້າຕະຫຼາດສົມຫວັງຫຼັກ 8 ແລະ ນອກນັ້ນຍັງມີປ້າຍໂຄສະນາຈໍານວນໜຶ່ງທີ່ຕິດຕັ້ງຢູ່ໃນເຂດທີ່ຫ້າມເອົາໄວ້ ແລະ ກໍໃກ້ແຄມທາງເກີນໄປ ເພາະອາດຈະເຮັດໃຫ້ກີດຂວາງການສັນຈອນຂອງພາຫະນະ ທັງໝົດນັ້ນ ຄະນະສະເພາະກິດແມ່ນໄດ້ມີການຕັກເຕືອນໃຫ້ເຈົ້າຂອງຮ້ານຫຍັບຍ້າຍເຄື່ອງອອກ ພ້ອມທັງໝາຍເຂດແດນເອົາໄວ້ສໍາລັບເຂດສະຫງວນ ສ່ວນເທີບເງີບທີ່ຕໍ່ເຕີມກາຍອອກມາ ແມ່ນແນະນໍາໃຫ້ເຈົ້າຂອງຮ້ານມ້າງອອກ ແລະ ເຮັດບົດບັນທຶກກັບທີ່ ເພື່ອບໍ່ໃຫ້ຜູ້ກ່ຽວນໍາເອົາເຄື່ອງ ແລະ ສີ່ງກີດກັ້ນມາວາງໃສ່ອີກ ຖ້າຫາກວ່າໄດ້ຮັບການກ່າວເຕືອນແລ້ວ ແຕ່ຍັງມີການລະເມີດບໍ່ປະຕິບັດຕາມ ກໍຈະຖືກປັບໃໝຕາມລະບຽບຂອງກົດໝາຍວາງອອກ.

ແຫຼ່ງຂ່າວ: Vientiane Mai

LEAVE A REPLY

Please enter your comment!
Please enter your name here