ປກສ ເມືອງ ວິລະບູລີ ມ້າງຄະດີຢາເສບຕິດໄດ້ຈໍານວນ 2 ລາຍ, ມີຜູ້ຖືກຫາ 3 ຄົນ

0
1233

ປກສ ເມືອງ ວິລະບູລີ ມ້າງຄະດີຢາເສບຕິດໄດ້ຈໍານວນ 2 ລາຍ, ມີຜູ້ຖືກຫາ 3 ຄົນ ຢຶດຂອງກາງປະເພດຢາບ້າໄດ້ຈໍານວນ 3 ມັດ ເທົ່າກັບ 18.000 ເມັດ

ຕາມການລາຍງານຂອງທ່ານ ພັຕ ສົມຊາຍ ອິນທິລາດ ຮອງຫົວໜ້າພະແນກຕໍາຫຼວດ ຜູ້ຊີ້ນໍາໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ ຂອງກອງບັນຊາ ປກສ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາ ໃນວັນທີ 8 ພະຈິກ 2022 ນີ້ວ່າ : ໃນຄັ້ງວັນທີ 30 ຕຸລາ 2022 ທີ່ຜ່ານມາ ທາງເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງກອງບັນຊາການ ປກສ ເມືອງ ວິລະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ:

ໄດ້ມີກຸ່ມຄົນບໍ່ດີຈະມີການຂົນສົ່ງ ຢາເສບຕິດ ( ຢາບ້າ ) ຕາມເສັ້ນທາງເລກທີ 10 ແຕ່ເມືອງ ອາດສະພອນ ຫາ ເມືອງ ວິລະບູລີ, ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງຊັນນະສູດແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້ ຈຶ່ງໄດ້ຈັດວາງກໍາລັງສົມທົມກັບພາກສ່ວນທີ່ກ່ຽວຂ້ອງລົງສະກັດກັ້ນທັນທີ, ຕົກມາຮອດເວລາ 07 ໂມງ 40 ນາທີຂອງວັນດຽວກັນ ໄດ້ມີຊາຍຈໍານວນ 02 ຄົນ ຜູ້ທີໜຶ່ງຊື່ທ້າວ ພູ ພິລາຄໍາ ອາຍຸ 62 ປີ ອາຊີບ ເຮັດນາ ຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ແຂວງ ສະຫັວນນະເຂດ ແລະຜູ້ທີສອງຊື່ທ້າວ ສຸກນະພາ ອາຍຸ 20 ປີ ( ຜູ້ເປັນລູກ ) ອາຊີບ ເຮັດນາ ຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ທັງສອງໄດ້ຂັບຂີ່ລົດຈັກເວບໄອ ສີຟ້າແກ່ ຊ້ອນກັນມາຮອດຂອບເຂດ ບ້ານ ຫ້ວຍຊວ້ານ ເມືອງ ວິລະບູລີ ແຂວງ ສະຫັວນນະເຂດ ທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າໄປຈັບກຸມ ພ້ອມທັງກວດຄົ້ນຕົນຕົວ ແລະ ກະເປົາເຄື່ອງ ຈຶ່ງໄດ້ພົບເຫັນຢາບ້າ ຈໍານວນ 03 ມັດ ເທົ່າກັບ 18.000 ເມັດ, ຕາມການສອບຖາມໃນເບື້ອງຕົ້ນໄດ້ຮູ້ວ່າ ຢາບ້າ ຈໍານວນດັ່ງກ່າວແມ່ນເປັນຂອງພວກກ່ຽວແທ້ ເພື່ອກະກຽມສົ່ງຕໍ່ໃຫ້ລູກຄ້າ ຢຸ່ຂອບເຂດ ເມືອງ ວິລະບູລີ, ຫຼັງຈາກນັ້ນເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ກັກຕົວພວກກ່ຽວພ້ອມກັບເຄື່ອງຂອງກາງ ຂື້ນໄປທີ່ກອງບັນຊາການ ປກສ ເມືອງ ວິລະບູລີ ເພື່ອນໍາມາສືບສວນ-ສອບສວນຂະຫຍາຍຜົນ ແລະດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ ຂອງກອງບັນຊາ ປກສ ເມືອງ ວິລະບູລີ ຍັງໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ : ໃນຄັ້ງວັນທີ 04 ພະຈິກ 2022 ທາງເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດຢູ່ເຂດບ້ານ ບຸ່ງຄໍາ ເມືອງ ວິລະບູລີ ຊື່ ທ້າວ ຫວັນ ອາຍຸ 38 ປີ ຢູ່ບ້ານ ດົງນາຄໍາ ນະຄອນໄກສອນ ແຂວງ ສະຫວັນນະເຂດ, ພອ້ມທັງກວດຄົ້ນຕົນຕົວພົບເຄື່ອງຂອງກາງ ຢາບ້າ ຈໍານວນ 86 ເມັດ ທາງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວຜູ້ກ່ຽວຂື້ນໄປທີ່ກອງບັນຊາການ ປກສ ເມືອງ ວິລະບູລີ ເພື່ອສືບສວນ-ສອບສວນເອົາຂໍ້ມູນ ຂະຫຍາຍຜົນຕື່ມຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here