ທ່ານ ປອ. ບຸນທອງ ຈິດມະນີ ຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບົວລະພາ

0
1353

ວັນທີ 10 ພະຈິກ 2022 ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດພ້ອມຄະນະໄດ້ເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຄະນະການນຳຂອງແຂວງ, ພະແນກການ, ຄະນະພັກ-ອຳນາດການປົກຄອງເມືອງ, ຕະຫຼອດຮອດພະນັກງານ, ທະຫານ-ຕໍາຫຼວດ, ນ້ອງນັກຮຽນ ແລະ ປະຊາຊົນ ເມືອງບົວລະພາເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ບຸນກວ້າງ ແກ້ວບຸນຍົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ບົວລະພາໄດ້ລາຍງານສະພາບທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃຫ້ທ່ານຮອງປະທານປະເທດພ້ອມດ້ວຍຄະນະໄດ້ຮັບຊາບ, ເມືອງ ບົວລະພາ ເປັນເມືອງໜຶ່ງໃນ 10 ເມືອງຂອງແຂວງຄຳມ່ວນ ປະກອບ ມີ 73 ບ້ານ, ມີ 11 ກຸ່ມບ້ານ, ມີ 6.479 ຄອບຄົວ, ພົນລະເມືອງ 36.527 ກວ່າຄົນ, ມີ 6 ຈຸດສຸມພັດທະນາ, ເປັນເມືອງທີ່ຫ່າງໄກສອກຫຼີກ ເນື່ອງຈາກລະບົບຄົມມະນາຄົມ ຍັງມີຂໍ້ຈໍາກັດຫຼາຍ, ປະຈຸບັນຍັງມີ ບ້ານທຸກ 49 ບ້ານຕາມການປະເມີນ ດຳລັດ 348/ລບ, ມີຄອບຄົວທຸກ 2.311 ຄອບຄົວ. ປະຊາຊົນ ປະມານ 90% ຍັງດໍາລົງຊີວິດຕິດພັນກັບກະສິກໍາ, ການຜະລິດຍັງອີງໃສ່ທໍາມະຊາດ, ລະບົບຊົນລະປະທານມີຈໍາກັດ, ເນື້ອທີ່ທຳການຜະລິດສ່ວນຫຼາຍ ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຍັງກວມເອົາພື້ນທີ່ 80%ໃນທົ່ວເມືອງ, ດ້ານລາຍຮັບງົບປະມານສາມາດປະຕິບັດໄດ້ທັງໝົດ 1.320 ລ້ານກວ່າກີບ ເທົ່າກັບ 66% ຂອງແຜນປີ, ດ້ານລາຍຈ່າຍງົບປະມານ ເທົ່າກັບ 13.667 ລ້ານກວ່າກີບ ເທົ່າກັບ 91% ຂອງແຜນປີ.

ປະຈຸບັນທົ່ວເມືອງມີໂຄງການລົງທຶນ ທັງໝົດ 45 ໂຄງການ, ມີມູນຄ່າອະນຸມັດປີ 2022 ມີ 21,78 ຕື້ກີບ, ໃນນັ້ນມີໂຄງການສືບຕໍ່ 22 ໂຄງການ ມູນຄ່າ 9 ຕື້ກວ່າກີບ, ໂຄງການສໍາລະໜີ້ສິນ 22 ໂຄງການ ມູນຄ່າ 11 ຕື້ກວ່າກີບ, ໂຄງການສະເໜີໃໝ່ 01 ໂຄງການ ມູນຄ່າ 1,5 ຕື້ກີບ. ຄຽງຄູ່ກັນນັ້ນ ດ້ານວຽກງານພັກ – ພະນັກງານ, ວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນກໍ່ໄດ້ຮັບການເອົາໃຈໃສ່ພັດທະນາເປັນກ້າວໆມາ. ນອກນັ້ນຕາງໜ້າການນໍາຂອງເມືອງຍັງໄດ້ມີພາກສະເໜີຈໍານວນໜຶ່ງທີ່ຕິດພັນກັບການພັດທະນາພື້ນຖານໂຄງລ່າງຂອງເມືອງເປັນຕົ້ນ: ສະເໜີ ໂຄງການກໍ່່ສ້າງທາງປູຢາງສອງຊັ້ນ – ຂົວເບຕົງຂ້າມນໍ້າເຊບັ້ງໄຟ ເສັ້ນທາງເລກທີ 5528 ໂຮ່ຈີ່ມິນ ແຍກທາງເລກທີ 12 ຈຸດສຸມຫຼັງຄັງ ຫາ ເຂດແດນເມືອງວິລະບູລີ ແຂວງສະຫວັນນະເຂດ, ໂຄງການກໍ່ສ້າງຂົວເບຕົງຂ້າມນຳພະນັງໃຫ້ເທສສະບານເມືອງບົວລະພາ, ໂຄງການກໍ່ສ້າງນໍ້າປະປາໃນເທດສະບານເມືອງບົວລະພາ ແລະ ຈຸດສຸມຫຼັງຄັງ ແລະ ສະເໜີ ໂຄງການກໍ່ສ້າງ ຫໍພິພິທະພັນ ຂອງເມືອງ ເຂົ້າແຜນງົບປະມານແຫ່ງລັດ.

ໃນໂອກາດດັ່ງກ່າວ ສະຫາຍ ປອ. ບຸນທອງ ຈິດມະນີ ຮອງປະທານປະເທດ ຍັງໄດ້ເປັນກຽດມີຄໍາເຫັນໂອ້ລົມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວທີ່ທາງເມືອງຍາດມາໄດ້ ພ້ອມທັງເນັ້ນໜັກຕໍ່ຄະນະພັກອໍານາດການປົກຄອງເມືອງໃນຫຼາຍບັນຫາໂດຍສະເພາະແມ່ນ: ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ, ທະຫານ, ຕຳຫລວດ, ພໍ່ແມ່ປະຊາຊົນພາຍໃນເມືອງໃຫ້ມີຄວາມເຊື່ອມຊຶມຕໍ່ແນວທາງຂອງພັກ, ຂອງລັດ, ກໍ່ຄືຂອງແຂວງ, ເມືອງ, ສຶກສາອົບຮົມປະຊາຊົນໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສະຕິຕໍ່ສະພາບບັນຫາທີ່ເກີດຂຶ້ນໃນສັງຄົມ, ເປັນຕົ້ນບັນຫາອັດຕາເງິນເຟີ, ບັນຫານໍ້າມັນ ແລະ ອື່ນໆ. ກ່ຽວກັບວຽກງານພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ສືບຕໍ່ນຳໃຊ້ທ່າແຮງ ທີ່ມີຂອງເມືອງ, ເສີມຂະຫຍາຍ ທ່າແຮງດ້ານການປູກ, ການລ້ຽງ, ການບໍລິການ ແລະ ອາຊີບທີ່ຕິດພັນມູນເຊື້ອການທຳມາຫາກິນຂອງປະຊາຊົນພາຍໃນເມືອງ ແລະ ຈັດສັນໃຫ້ຖຶກຕ້ອງ, ພ້ອມນັ້ນກໍ່ຕ້ອງສືບຕໍ່ຊຸກຍູ້ແກ້ໄຂດ້ານການສຶກສາ ເພື່ອຫຼຸດຜ່ອນອັດຕາປະລະການຮຽນ ແລະ ຄວາມແຕກໂຕນກັນໃນການເຂົ້າຮຽນ ລະຫວ່າງເພດຍິງ ກັບເພດຊາຍ ເພື່ອໃຫ້ມີຄວາມສະເໝີພາບກັນ, ເອົາໃຈໃສ່ປັບປຸງລະບົບການເມືອງ, ການຈັດຕັ້ງຮາກຖານພັກ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ຄະນະພັກ, ຄະນະນຳ ໃຫ້ສືບຕໍ່ ເພີ່ມທະວີການນຳພາໃນທຸກຂົງເຂດ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ເພື່ອພ້ອມກັນພັດທະນາເມືອງບົວລະພາໃຫ້ດີຂຶ້ນໄປເລື້ອຍໆ.

ໂອກາດນີ້ ທ່ານ ປອ. ບຸນທອງ ຈິດມະນີ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານຕະຫລອງ ເຊິ່ງບ້ານດັ່ງກ່າວ ແມ່ນຊົນເຜົ່າຜູ້ໄທການດຳລົງຊີວິດຕິດພັນກັບທຳມະຊາດ, ມີມູນເຊື້ອດຸໜັ່ນຂະຫຍັນພຽນ, ຍຶດຖືອາຊີບປູກຝັງ – ລ້ຽງສັດ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງເຜົ່າໄດ້ເປັນຢ່າງດີ.

ພິເສດ : ໂອກາດທີ່ທ່ານຮອງປະທານປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມຄັ້ງນີ້ຍັງໄດ້ນຳເອົາເສື້ອກັນໜາວ, ຜ້າຮົມ ແລະ ເງິນສົດຈຳນວນໜຶ່ງມາມອບໃຫ້ເມືອງບົວລະພາ ແລະ ບ້ານຕາຫລອງອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here