ຍື່ນສານແຕ່ງຕັ້ງຕໍ່ ອົງການ UNIDO

0
505

ໃນວັນທີ 8 ພະຈິກ 2022 ນີ້, ທີ່ຫ້ອງການຂອງອົງການສະຫະປະຊາຊາດ, ທີ່ນະຄອນ ຫລວງວຽນ, ສາທາລະນະລັດ ໂອຕຣິດ, ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານ Ciyong Zou ອະທິການບໍດີ ບໍລິຫານ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ (UNIDO).

ໃນໂອກາດດັ່ງກ່າວ, ທ່ານ Ciyong Zou ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ອົງການ UNIDO ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ ຂອງ ທ່ານ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ UNIDO ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນ ດ້ານຕ່າງໆຂອງອົງການຕໍ່ ສປປ ລາວ ຜ່ານມາ ໃນການສະໜັບສະໜູນ ແລະ ຊ່ວຍເຫລືອທາງດ້ານວິຊາການ ແລະ ການປະກອບສ່ວນທີ່ສໍາຄັນຕໍ່ການຈັດຕັ້ງ ແຜນຍຸດທະສາດການພັດທະນາ ຕາມທິດຫັນເປັນອຸດສາຫະກໍາ ແລະ ຫັນເປັນທັນສະໄໝ ເທື່ອລະກ້າວຂອງລັດຖະບານ ສປປ ລາວ ແລະ ອື່ນໆ ຕະ ຫລອດໄລຍະ 37 ປີ ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືອັນດີດັ່ງກ່າວ ຈະສືບຕໍ່ຂະຫຍາຍຕົວ ຍິ່ງໆຂຶ້ນ ໃນຕໍ່ໜ້າ. ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວ ຈາກ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Gerd Müller ຜູ້ອຳນວຍການອົງການ UNIDO ພ້ອມດ້ວຍພະນັກ ງານຂອງອົງການດັ່ງກ່າວ.

ຂ່າວ-ພາບ: ກຕທ

LEAVE A REPLY

Please enter your comment!
Please enter your name here