ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຂວງໄຊສົມບູນ

0
5658

ເມື່ອບໍ່ດົນມານີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ ວຽກງານການຈັດຕັ້ງປະຕິບັດຄວາມຄືບໜ້າ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ-ທົ່ງຮັກ ຫາສາມແຍກພູຄໍາ ເມືອງອະນຸວົງ ແຂວງໄຊສົມບູນ ມີຄວາມຍາວ 18 ກິໂລແມັດ ໂດຍມີ ທ່ານ ພູນໄຊ ພູນມີໄຊ ປະທານບໍລິສັດ ພິເອັດກໍ່ສ້າງ ແລະ ທອງທ່ຽວ ຈໍາກັດ ຜູ້ດຽວ, ທ່ານ ຄໍາພຸດ ແກ້ວວົງພອນ, ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ພ້ອມດ້ວຍບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ເພັດສະຫວັນ ພັນສະດາ ຫົວໜ້າຂະແໜງຂົວທາງ ແລະ ທາງນໍ້າ ໄດ້ລາຍງານຄວາມຄືບໜ້າຂອງ ໂຄງການດັ່ງກ່າວວ່າ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ-ທົ່ງຮັກ ຫາສາມແຍກພູຄໍາ ເມືອງອະນຸວົງ ໄດ້ເຊັນສັນຍາທີ່ປືກສາຄວບຄຸມການກໍ່ສ້າງກໍານົດ 24 ເດືອນ ແລະ ປັດຈຸບັນ ແມ່ນໝົດອາຍຸສັນຍາແລ້ວ, ແຕ່ກໍາລັງດໍາເນີນຂັ້ນຕອນການສະເໜີຕໍ່ສັນຍາ ສໍາລັບໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ໃນນີ້, ໄດ້ບຸກເບີກ ແລະ ອະນາໄມ ສໍາເລັດ 100 %, ວຽກຕັດດິນສໍາເລັດ 94,97 %, ວຽກຕັດຫີນ ສໍາເລັດ 81,83 %, ວຽກຖົມດິນຍົກ ລະດັບ ສໍາເລັດ 94,97%, ວຽກດິນຖົມຊັ້ນຮອງພື້ນທາງ ສໍາເລັດ 31,46 %, ວຽກດິນຖົມຊັ້ນພື້ນທາງ ສໍາເລັດ 30,75 %, ວຽກປູຢາງຊັ້ນ 1 ສໍາເລັດ 27,73 %, ສໍາເລັດທໍ່ລ່ຽມ 6 ຈຸດ ເທົ່າກັບ 13,33%, ຍັງເຫລືອ 7 ຈຸດ ທີ່ຈະຈັດຕັ້ງປະຕິບັດ ແລະ ສໍາເລັດທໍ່ກົມ 52 ຈຸດ ເທົ່າກັບ 47,00% ຍັງເຫລືອ 10 ຈຸດ ທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກນີ້,ວຽກງານຕ່າງໆທີ່ຍັງບໍ່ທັນສໍາເລັດ ກໍຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດດຽວກັນນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະກໍາມະການ, ເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ກໍ່ສ້າງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດທຸກໜ້າວຽກໃຫ້ສໍາເລັດ ແລະ ໃຫ້ປະຊາຊົນບັນດາເຜົ່າ ສາ ມາດນໍາໃຊ້ເສັ້ໜທາງດັ່ງກ່າວ ເຂົ້າໃນການສັນຈອນໄປມາ ດ້ວຍຄວາມສະດວກສະບາຍ ແລະ ປອດໄພ.

ທ້

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here