ປກສ ເມືອງແອດ ມ້າງລາຍຄະດີ!

0
1120

ເຈົ້້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີຄົນບໍ່ດີ ມົ້ວສຸມຄ້າຂາຍ ແລະເສບຢາເສບຕິດ ຢູ່ຂອບເຂດຊາຍແດນ ລະຫວ່າງ ບ້ານຫ້ວຍຊາຍ ເມືອງແອດ ແຂວງຫົວພັນ ແລະ ບ້ານ ບົວຫີນ ເມືອງຊົງມ່າ ແຂວງເຊິນລາ ສສ ຫວຽດນາມ, ສະນັ້ນເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງຕິດຕາມເກັບກໍາຂໍ້ມູນ ພິສູດແຫຼ່ງຂ່າວຕົວຈິງເຫັນວ່າມີຂໍ້ມູນຄວາມຈິງແທ້.

ຕົກມາຮອດຕອນເຊົ້າເວລາ 05 ໂມງ 00 ນາທີ ຂອງວັນທີ 11 ພະຈິກ 2022 ເຈົ້າໜ້າທີ່ ປກສ ເມືອງແອດໄດ້ນໍາກໍາລັງ ສົມທົບ ທະຫານຊາຍແດນ ຄໍ 212 ເຂົ້າກວດຄົ້ນ ຖຽງໄຮ່ ຂອງ ທ້າວຖ່າຍ ອາຍຸ 48 ປີ, ຊົນເຜົ່າມົ້ງ, ອາຊີບປະຊາຊົນ ຢູ່ບ້ານຫ້ວຍຊາຍ ເມືອງແອດ ແຂວງຫົວພັນ ຈຶ່ງພົບເຫັນ ທ້າວຖ່າຍ ແລະ ທ້າວ ກົວເນັ່ງ ປະຊາຊົນ ບ້ານຫ້ວຍຊາຍ ເມືອງແອດ ແຂວງຫົວພັນ ກໍາລັງມົ້ວສຸມເສບຢາເສບຕິດ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກວດກາ ພົບເຫັນຢາເສບຕິດນໍາຕົນຕົວ ຂອງທ້າວ ກົວເນັ່ງ ມີຢາບ້າຈໍານວນ 2 ເມັດ, ເຮໂຣອິນ 1 ຫໍ່ນ້ອຍ ແລະ ພົບເຫັນຢາບ້າຈໍານວນ 1 ເມັດ, ເຮໂຣອິນ 1 ຫໍ່ນ້ອຍ ຊຸກເຊື່ອງຢູ່ໃນຖຽງໄຮ່ຂອງ ທ້າວຖ່າຍ.

ມາຮອດເວລາ 06 ໂມງ 30 ນາທີ ຂອງວັນດຽວກັນນີ້ ໄດ້ເຂົ້າກວດກາ ຖຽງໄຮ່ຂອງ ນາງ ໄມ່ ອາຍຸ 45 ປີ, ຊົນເຜົ່າມົ້ງ, ປະຊາຊົນ ຢູ່ບ້ານ ຫ້ວຍຊາຍ ເມືອງແອດ ແຂວງຫົວພັນ, ເຈົ້າໜ້າທີ່ ຈິ່ງຂໍກວດຄົ້ນຕົນຕົວ ໄດ້ພົບເຫັນຂອງກາງປະເພດຢາບ້າ ຈໍານວນ 637 ເມັດ, ເງິນດົງ ຈໍານວນ 310,000 ດົງ ( ສາມແສນສິບພັນດົງ ); ໂທລະສັບ 1 ເຄື່ອງ ຢູ່ນໍາຖົງຮັດແອວຂອງຜູກ່ຽວ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ່ກ່ຽວໄດ້ຮັບສາລະພາບວ່າ ຢາເສບຕິດ ແລະ ຂອງກາງ ຈໍານວນດັ່ງກ່າວແມ່ນຂອງຜູ່ກ່ຽວແທ້, ສະນັ້ນເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ຍຶດຂອງກາງດັ່ງກ່າວ ພ້ອມທັງຈັບຕົວພວກກ່ຽວ ມາດໍາເນີນການສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ປກສ ເມືອງແອດ

LEAVE A REPLY

Please enter your comment!
Please enter your name here