ລາງວັນສັນຕິພາບໂລກ ທີ່ປະເທດສາທາລະນະລັດເກົາຫຼີໃຕ້

0
1006

ພຣະສົງຈາກ ສປປ ລາວ ໄດ້ຮັບ “ລາງວັນສັນຕິພາບໂລກ ເປັນກຽດໂດຍພຸດທະສາສະນິກກະຊົນໂລກ ແລະ ມອບໃຫ້ນັກບຸນ”

ຕອນບ່າຍ ຂອງວັນທີ 12/11/2022 ທີ່ ຫໍປະຊຸມແຫ່ງຊາດ ປະເທດສາທະລະນະລັດເກົາຫຼີໃຕ້, ໂດຍຕອບສະໜອງ ຕາມການອາຣາທະນານິມົນ ຂອງພຣະອາຈານ ສັງຄະລາຊາ ມ໊ອກເທັກ (Sang galaja MOKTAK) ຈາກ ປະເທດສາທາລະນະລັດເກົາຫຼີໃຕ້, ໄດ້ນິມົນພຣະສົງທີ່ມີຄຸນໝູປະການຕໍ່ພຣະພຸດທະສາສະໜາ ແລະ ມີຄວາມສະໜິດສະໝົມ ຮັກແພງເປັນພິເສດ ໃຫ້ມາຮ່ວມງານ ຈັດໂດຍ ສະມາຄົມຜູ້ນໍາພຣະພຸດທະສາສະໜາສາກົນ ຫລື International Buddhism Leader Association ເຊິ່ງເອີ້ນວ່າ WORLD BUDDHIST DHARMA-KING.

ພິທີດັງກ່າວ ໄດ້ຈັດແບບລຽບງ່າຍ ເລິ່ມຕົ້ນດ້ວຍ ມອບດອກໄມ້ ເຄື່ອງບູຊາ, ສູດມົນ-ຮ້ອງເພງສັນລະເສີນພຣະພຸດທະເຈົ້າ ແນະນໍາແຂກສຳຄັນ ທີ່ມາຮ່ວມງານ. ໂດຍມີພຣະສົງທີ່ມີບົດບາດສຳຄັນ ເປັນຜູ້ນຳດ້ານພຣະພຸດທະສາສະໜາ ຈາກນາໆປະເທດ ປະກອບດ້ວຍ ປະເທດສະຫະພາບມ້ຽນມາ, ປະເທດ ສປປ ລາວ, ປະເທດຣາຊອານາຈັກໄທ, ສີລັງກາ, ມົງໂກເລຍ ມາຮ່ວມງານ ຢ່າງອົບອຸ່ນ ເປັນກັນລະຍານະມິດ ກັນລະຍານະທັມ, ຫລັງຈາກນັ້ນ ທາງເຈົ້າພາບຈັດງານໄດ້ນິມົນພຣະສົງແຕ່ລະປະເທດໄດ້ສະແດງຄວາມຮູ້ສຶກ ຄວາມຄິດເຫັນ ທັດສະນະຄະຕິຕໍ່ພຣະພຸດທະສາສະໜາ ເພື່ອໃຫ້ຢູ່ຮ່ວມກັນຍ່າງມີສັນຕິ.

ໂດຍພຣະສົງຈາກປະເທດ ສປປ ລາວ. ໄດ້ຖືກຄັດເລື່ອກໃຫ້ໄດ້ຮັບລາງວັນແມ່ນ ພຣະອາຈານ ປອ.ພວງປະເສີດ ພູມາວົງ ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການສຶກສາສົງ ສູນກາງ ອພສ. ໃນນາມເຈົ້າອະທິການວັດອົງຕື້ ວໍຣະມະຫາວິຫານ ເປັນອົງໄດ້ຮັບລາງວັນ ຊື່ວ່າ “ລາງວັນສັນຕິພາບໂລກ ເປັນກຽດໂດຍພຸດທະສາສະນິກະຊົນໂລກ ແລະ ມອບໃຫ້ນັກບຸນ” ຫລື World Peace Prize Honored by World Buddhists and Degree Awarded to a Saint ແລະ ໄດ້ມີການມອງລາງວັນຢ້ອງຍໍໃຫ້ພຣະສົງເກົາຫລີ ແລະບັນດາສະມາສິກ, ຈົບລົງດ້ວຍຊາວພຸດເກົາຫລີ ຂາບໄຫວ້ ຄະນະພຣະສົງເຖຣະ.

LEAVE A REPLY

Please enter your comment!
Please enter your name here