ທໍາລາຍສິນຄ້າບໍ່ມີຄຸນນະພາບ,​ ບໍ່ໄດ້​ມາດຕະຖານ,​ ປອມແປງ

0
2837

ວັນທີ 16​ ພະຈິກ​ 2022,​ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກໍາ ແລະ ການຄ້າຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່ພະແນກຕໍາຫຼວດເສດຖະກິດ​ ກອງບັນຊາການ​ປ້ອງກັນຄວາມສະຫງົບສຸກ(ປກສ)​ ແຂວງ​ ພ້ອມດ້ວຍໜ​່ວຍງານທີ່ກ່ຽວຂ້ອງ​ ໄດ້ທໍາລາຍສິນຄ້າບໍ່ມີຄຸນນະພາບ,​ ບໍ່ໄດ້​ມາດຕະຖານ,​ ປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ​ ຂອງບໍລິສັດທລີລິກີ ແອນ​ ກິບບິນສ໌ ລາວຈໍາກັດ ຍີ່ຫໍ້ ຄູບູຕ້າ​ (KUBOTA).​

ພິທີຈັດຂຶ້ນ​ ຢູ່ສະໜາມກໍາຈັດຂີ້ເຫຍື້ອ​ ຫຼັກ​ 17​ ເມືອງຊະນະສົມບູນ​ ໂດຍການເຂົ້າຮ່ວມຂອງ​ ທ່ານ ພູວຽງ ພົງສາ ຫົວໜ້າການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ,​ ທ່ານ ຄໍາ​ແດງ​ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ, ທ່ານ ພັນໂທ ບຸນຍູ້ ແກ້ວພິດາວົງ ຮອງພະແນກຕໍາຫຼວດເສດຖະກິດ​ ກອງບັນຊາການ​ ປກສ ແຂວງ.​ ມີຜູ້ຕາງໜ້າບໍລິສັດ​ ທລີລີກີ ແອນ ກິບບິນສ໌ ລາວ ຈໍາກັດ​ ທີ່ປຶກສາທາງດ້ານກົດໝາຍ​ ຕາງໜ້າບໍລິສັດ ຄູໂບຕ້າ ເຊິ່ງເປັນເຈົ້າຂອງເຄື່ອງໝາຍການຄ້າ ຄູໂບຕ້າ ປະເພດນ້ໍາມັນເຄື່ອງ ແລະ ອາໄຫຼ່,​ ເຈົ້າໜ້າທີ່ກວດກາການຄ້າ​ ຕະຫຼອດ​ຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

LEAVE A REPLY

Please enter your comment!
Please enter your name here