ພິທີເປີດສູນບໍລິການ ກີລີ ລາວ!

0
7931

ພິທີເປີດໂຕສູນບໍລິການ ກີລີ ລາວ ຢ່າງເປັນທາງການ! ພ້ອມກັບເປີດໂຕລົດໃຫມ່ ສອງລຸ້ນ ກີລີ Emgrand ແລະ ລົດໄຟຟ້າ 100% Geometry C.

ພິທີເປີດໂຕສູນບໍລິການກີລີລາວຄົບວົງຈອນ ໄດ້ຈັດຂື້ນໃນວັນສຸກ ທີ່ 28 ຕຸລາ 2022 ທີ່ຜ່ານມາ, ທີ່ສູນກີລີລາວບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ໂດຍຖືເປັນກຽດເຂົ້າຮ່ວມໂດຍທ່ານທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີ ວ່າການ ກະຊວງ ອຸດສະຫະກໍາ ແລະ ການຄ້າ, ທ່ານສຸກສະໜອນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມ ກຣຸບ ແລະ ກີລີ ລາວ ແລະ ທ່ານນາງ ມະນີຍົມ ສີຫາເທບ ຮອງປະທານ ກຸ່ມບໍລິສັດມະນີຍົມ ກຣຸບ ແລະ ກີລີ ລາວ ພ້ອມດ້ວຍຄະນະບໍລິຫານ ແລະ ແຂກຜູ້ມີກຽດ.

ພາຍຫຼັງເຊັນສັນຍາເປັນຕົວແທນຈຳໜ່າຍຢ່າງເປັນທາງການຂອງກີລີ ໃນວັນທີ່ 18 ກຸມພາ 2021 ທີ່ຜ່ານມາ. ທາງບໍລິສັດ ມະນີຍົມ ກໍ່ໄດ້ຮີບຮ້ອນລິເລີ່ມລົງມືກໍ່ສ້າງໂຊລູມ ແລະ ສູນບໍລິການ ລະດັບ Class A ມາດຕະຖານໃຫຍ່ສຸດຂອງກີລີ ໃນທັນທີ ໂດຍໃຊ້ໄລຍະເວລາກໍ່ສ້າງ 1 ປີເຕັມ ໂຊລູມ ກີລີ ໃຫມ່ ຈຶ່ງໄດ້ສຳເລັດສົມບູນ ແລະ ພ້ອມຮັບໃຊ້ບໍລິການແລ້ວ ຊຶ່ງຜ່ານມາ ທາງ ມະນີຍົມໂອໂຕກລຸບ ກໍ່ຄື ກີລີລາວ ກໍ່ໄດ້ເປີດຕົວລົດກີລີມາແລ້ວ 2 ລຸ້ນ ຄື : ລົດ Geely Coolray ແລະ Geely Azkarra ຊຶ່ງໄດ້ຮັບການຕອບຮັບຈາກສັງຄົມໄດ້ເປັນຢ່າງດີ ແລະ ໃນຄ່ຳຄືນດຽວກັນນັ້ນ ກໍ່ຍັງມີພິທີ ເປີດໂຕແນະນຳລົດໃຫມ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C.

ລຸ້ນອິດນັ້ນກໍ່ຄື 1. ລົດເກງ Geely Emgrand ເປັນລົດ Sedan-B ເໝາະສຳລັບຄົນລຸ້ນໃຫມ່ທຸກເພດທຸກໄວ ທີ່ມາພ້ອມກັບເທັກໂນໂລຍີ່ຟັງຊັນທີ່ຫຼາກຫຼາຍ ແລະ ການຂັບຂີ່ທີ່ສະມູດນຸ້ມນວນທຸກຈັງຫວະ.

ລຸ້ນທີ່ 2 ແມ່ນ ລົດໄຟຟ້າ Geometry C ຈະເປັນລົດພະລັງງານໄຟຟ້າ 100% ສາກເຕັມໜຶ່ງຄັ້ງໄປໄດ້ 550Km ມາດຕະຖານ NEDC. Geometry C ມີນີຍາມ ທີ່ສືບທອດແຟຊັນ ແລະ ເທັກໂນໂລຍີ່ທີ່ເນັ້ນການອອກແບບຕາມຫຼັກເລຂາຄະນິດ. ມາພ້ອມກັບນະວັດຕະກຳທີ່ທັນສະໃຫມ ແລະ ຟັງຊັນຄວາມປອດໄພລະດັບສູງສຸດ ບໍ່ວ່າຈະເປັນລະບົບກູ້ດືງພະລັງງານກັບມາໃຊ້ງານຄືນ ຫຼື ໂມດຂັບຂີ່ສຸກເສີນ Eco+ ທີ່ຈະຊ່ວຍໃຫ້ເພີ່ມໄລຍະທາງໄປໄດ້ໄກຂື້ນອີກ 8% ແລະ ອື່ນໆ.

ສໍາລັບລົດ GEELY ແມ່ນລົດສັນຊາດຈີນທີ່ໄດ້ປະສົມປະສານ ແລະ ຖ່າຍທອດເຕັກໂນໂລຊີ ຈາກລົດ ຍີ່ຫໍ້ Volvo ທີ່ມີຊື່ສຽງໃນລະດັບໂລກ (ຈາກປະເທດສະວີເດັນ) ຕັ້ງແຕ່ປີ 2010 ແລະ ເປັນລົດສັດຊາດຈີນລຸ້ນທຳອິດ ແລະ ລຸ້ນດຽວທີ່ ບັນລຸຍອດຂາຍທົ່ວໂລກ ໄດ້ຫຼາຍກວ່າ 10 ລ້ານຄັນ ໃນປີ 2020 ( ຍອດຂາຍສະເພາະປີ 2020 ແມ່ນຈຳນວນ 1,32 ລ້ານຄັນ) ແລະ ຕັ້ງເປົ້າຄາດໝາຍ 1,53 ລ້ານຄັນ ໃນປີ 2021 ແລະ ໃນປີ 2022 ເອງກໍ່ເປັນບາດກ້າວທີ່ສຳຄັນທີ່ສຸດ.

ກຸ່ມບໍລິສັດ Manignom Group ຍັງນໍາເຂົ້າລົດຈາກ General Motor ເຊັ່ນ: Chevrolet ແລະ Cadillac ນັບແຕ່ປີ 2012. ນອກຈາກນັ້ນ ຍັງມີ ອຸປະກອນໜັກ ແລະ ລົດບັນທຸກປະເພດຕ່າງໆ (Heavy Equipment & Truck) ຫຼາຍຍີ່ຫໍ້ຈາກ ສ.ເກົາຫຼີ ເຊັ່ນ: Hyundai, Daewoo, ,Soosan ແລະ ຈາກ ສປ ຈີນ ເຊັ່ນ: Shantui, Tongly, Shacman ແລະ ອື່ນໆ ເປັນຕົ້ນ.

ທ່ານປະທານ ສຸກສະໝອນ ສີຫາເທບ ຍັງໄດ້ກ່າວຕື່ມວ່າ: ພວກເຮົາມີຄວາມໝັ້ນໃຈເປັນຢ່າງຍີ່ງວ່າ ລົດທັງ 2 ລຸ້ນ ທີ່ເປີດໂຕໃໝ່ໃນຄັ້ງນີ້ ແລະ ໂຊລູມ-ສູນບໍລິການກີ້ລີ້ ລາວ ຈະສາມາດຕອບສະໜອງຄວາມຕ້ອງການ ແລະ ໃຫ້ທ່ານໄດ້ພົບກັບປະສົບການທີ່ເກີນຄວາມຄາດຫວັງຂອງທ່ານ. ເພຶ່ອອຳນວຍຄວາມສະດວກແກ່ລູກຄ້າແບບຄົບວົງຈອນດ້ວຍມາດຕະຖານດຽວກັນໃນທົ່ວປະເທດ, ກີ້ລີ້ ລາວ ມີແຜ່ນທີ່ຈະຂະຫຍາຍ ສາຂາ ໄປທາງພາກໃຕ້ ໃນໄວໆນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນຳເອົາຜະລິດຕະພັນທີດີທີ່ສຸດ ແລະ ເປັນທີ່ເໝາະສົມກັບສະພາບປະເທດເຮົາຫລາຍທີ່ສຸດ ມາໃຫ້ກັບພີ້ນ້ອງຊາວລາວທຸກໆທ່ານ ຂໍໃຫ້ທ່ານເຊື້ອໝັ້ນ ແລະ ໃຫ້ການສະໜັບສະໜູນກີ້ລີ້ລາວ.

.

LEAVE A REPLY

Please enter your comment!
Please enter your name here