ປູຢາງ 2 ຊັ້ນ ລະຫວ່າງ ບ້ານນາຫຍ້າຫວາຍ ຫາ ບ້ານນາເມືອງ

0
5039

ຄວາມຄືບໜ້າ ທາງປູຢາງ 2 ຊັ້ນ ແຕ່ບ້ານນາຫຍ້າຫວາຍ ຫາ ບ້ານນາເມືອງຈະໃຫ້ສໍາເລັດໃນຕົ້ນເດືອນທັນວາ 2022

ໂຄງການປັບປຸງ ແລະ ກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ທາງເລກທີ 13 ໃຕ້ ບ້ານນາຫຍ້າຫວາຍ ຫາ ບ້ານນາເມືອງ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງມີຄວາມຍາວ 1,7 ກິໂລແມັດ ຄາດວ່າຈະໃຫ້ສໍາເລັດໃນຕົ້ນເດືອນທັນວາ 2022.

ທ່ານ ຄຳຮຸ່ງ ວົງພິນິດ ຮອງປະທານບໍລິສັດເກດສຸວັນ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການກ່າວວ່າ: ເສັ້ນທາງດັ່ງກ່າວ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ເດືອນມີຖຸນາ 2022 ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ເລີ່ມແຕ່ວັນທີ 1 ມີຖຸນາ – ວັນທີ 5 ກໍລະກົດ 2022. ຫຼັງຈາກນັ້ນແມ່ນໄດ້ຢຸດການກໍ່ສ້າງ ເນື່ອງຈາກເປັນຊ່ວງລະດູຝົນ ແລະ ຊ່ວງທີ 2 ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 5 ພະຈິກ ໂດຍຈະໃຫ້ສໍາເລັດໃນຕົ້ນເດືອນທັນວາ 2022 ລວມມູນຄ່າການກໍ່ສ້າງທັງໝົດ 3,7 ຕື້ກວ່າກີບ.

ທ່ານ ດອນຂຽວ ພົງພັກດີ ວິຊາການພາກສະໜາມໂຄງການ ໄດ້ກ່າວວ່າ: ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານນາຫຍ້າຫວາຍ ຫາ ບ້ານນາເມືອງ ເປັນເສັ້ນທາງຢູຢາງ 2 ຊັ້ນ, ມີຄວາມກວ້າງ 2 ລະດັບຄື: 12 ແມັດ ແລະ 9 ແມັດ, ຍາວ 1.750 ແມັດ, ເຊິ່ງມາຮອດປະຈຸບັນແມ່ນໄດ້ຈັດຕັ້ງປະຕິບັດສຳເລັດແລ້ວໃນບາງໜ້າວຽກເປັນຕົ້ນ: ໜ້າວຽກການຖົມຊັ້ນຍົກລະດັບ, ຕັດຕົ້ນໄມ້ທີ່ກີດຂວາງອອກ, ຂູດທາງຢາງເກົ່າອອກ, ວາງທໍ່ລະບາຍນໍ້າ, ຖົມຊັ້ນຮອງພື້ນທາງ. ສ່ວນບັນດາໜ້າວຽກທີ່ກຳລັງເລັ່ງລົງມືຈັດຕັ້ງປະຕິບັດໃນປະຈຸບັນ ປະກອບມີ: ການຖົມຊັ້ນພື້ນທາງ, ສີດຢາງກັນຊຶມ ແລະ ປູຢາງຊັ້ນທີ 1 ແລະ ໜ້າວຽກທີ່ ຈະສືບຕໍ່ໃນຕໍ່ໜ້າ ແມ່ນໜ້າວຽກ ປູຢາງຊັ້ນທີ 2, ແຕ້ມເສັ້ນແບ່ງທາງ, ເສັ້ນຂອບທາງ, ຕິດຕັ້ງເສົາໄຟເຍືອງທາງ, ເທຮ່ອງລະບາຍນໍ້າ, ຕິດຕັ້ງຫຼັກລາຍ ແລະ ຫຼັກກິໂລແມັດ.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here