ລາວສ້າງລາຍຮັບຈາກນັກທ່ອງທ່ຽວ

0
2317

ຖືວ່າເປັນສັນຍານທີດີໃນການຟືນຟູເສດຖະກິດດ້ານການທ່ອງທ່ຽວ, ອີງຕາມການລາຍງານຂອງ ໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ນັບຕັ້ງແຕ່ເດືອນມັງກອນ ຫາ ເດືອນກັນຍາປີ 2022 ນີ້ ສປປ ລາວ ສາມາດສ້າງລາຍຮັບຈາກນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດໄດ້ແລ້ວຫຼາຍເຖິງ 217 ລ້ານໂດລາສະຫະລັດ ແບ່ງອອກເປັນ ຈາກນັກທ່ອງທ່ຽວພາຍໃນ 117 ລ້ານໂດລາ ແລະ ຈາກນັກທ່ອງທ່ຽວຕ່າງປະເທດ 100 ລ້ານໂດລາ.

ຫຼັງຈາກເປີດປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເຕັມຕົວໃນໄລຍະ ເດືອນ ພຶດສະພາທີ່ຜ່ານມາ,

ໂດຍມີສະຖິຕິຈາກກົມການຕະຫຼາດການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຊີ້ໃຫ້ເຫັນວ່າ: 9 ເດືອນຕົ້ນປີ ໄດ້ມີນັກທ່ອງທ່ຽວເດີນທາງມາທ່ຽວລາວແລ້ວ 1.701.806 ຄົນ ແບ່ງເປັນນັກທ່ອງທ່ຽວຕ່າງປະເທດ 644.756 ຄົນ ແລະ ນັກທ່ອງທ່ຽວພາຍໃນປະເທດ 1.037.050 ຄົນ.

5 ປະເທດທີ່ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວ ໃນປະເທດລາວຫຼາຍທີ່ສຸດ ປະກອບມີ: ປະເທດໄທ 365.515 ຄົນ, ສປ ຈີນ 18.902 ຄົນ, ສ. ເກົາຫຼີ 9.885 ຄົນ, ສ. ອາເມລິກາ 6.695 ຄົນ ແລະ ກໍາປູເຈຍ 6.379 ຄົນ.

ນັກທ່ອງທ່ຽວ ຈາກຊາດອາຊຽນ ກວມເອົາຫຼາຍກ່ວາ 89% ຂອງນັກທ່ອງທ່ຽວທັງຫມົດ ແລະ ມີ 6% ຈາກ ອາຊີ ປາຊີຟິກ. ສ່ວນນັກທ່ອງທ່ຽວ ຈາກເອີຣົບ ແມ່ນມີພຽງ 2%, ສ່ວນ ສ. ອາເມລິກາ ກວມ 1.52% ແລະ ຈາກ ອາຟຣິກກາ ແລະ ອາຊີກາງ ກວມເອົາພຽງ 0.41%.

ນອກຈາກນີ້ ທາງລັດຖະບານ ແລະ ພາກທຸລະກິດໃນທ້ອງຖິ່ນຍັງໄດ້ຮ່ວມກັນສຸມໃສ່ສົ່ງເສີມການທ່ອງທ່ຽວໃນລາວ ບໍ່ວ່າຈະເປັນການ ເຜີຍແຜ່ໂຄສະນາແຫຼ່ງທ່ອງທ່ຽວຕ່າງໆ, ຈັດງານວາງສະແດງ ສິນຄ້າ, ສ້າງເງື່ອນໄຂຕ່າງໆເພື່ອອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວໃຫມ່ໆ ເພື່ອ ສ້າງຄວາມດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວໃຫ້ຫຼາຍຂຶ້ນ ແລະ ຄາດວ່າ ທ້າຍປີ 2022 ນີ້ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວລາວຕື່ມອີກ 300.000 ຄົນ.

ແຫຼ່ງຂ່າວຈາກ: ໜັງສືພິມວຽງຈັນທາຍ

LEAVE A REPLY

Please enter your comment!
Please enter your name here