ປະກາດ 12 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ

0
1787

ອີງຕາມກາລາຍງານຂອງ ຂປລ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ເມືອງຊານໄຊ ຈັດພິທີປະກາດ 12 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ ເຊິ່ງປະກອບມີ: ບ້ານສຸກສະຫວ່າງ, ດາກດາວ, ດາກເສງ, ດາກປະດຸ, ດາກລະ, ດອນຈັນ, ນໍ້າງອນເໜືອ, ດາກກະໜາດ, ດາກປອກໃໝ່, ດາກສຽດ ແລະ ບ້ານດາກດໍ ໂດຍມີ ທ່ານ ບຸນເນັມ ໄຊຍະເສັ້ມ ປະທານກວດກາພັກ, ຫົວໜ້າອົງການກວດກາລັດເມືອງຊານໄຊ, ທ່ານວຽງໄຊ ໄຊສົມບັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການດ້ານສຸຂະນາໄມ ເຊິ່ງ 12 ບ້ານດັ່ງກ່າວ ເປັນບ້ານທີ່ຕັ້ງໃນຂອບເຂດເນີນສູງ, ມີປະຊາກອນທັງໝົດ 5.488 ຄົນ, ຍິງ 2.835 ຄົນ,ມີ 901 ຫຼັງຄາເຮືອນ, ມີ 1.114 ຄອບຄົວ, ອາຊີບຕົ້ນຕໍໂດຍສ່ວນໃຫຍ່ແມ່ນກະສິກອນ, ຄ້າຂາຍ ແລະ ພະນັກງານ, ທັງ 12 ບ້ານ ແມ່ນໄດ້ຜ່ານການປະເມີນຕາມ 11 ມາດຖານຄື: ມີວິດຖ່າຍ ແລະ ຖ່າຍໃສ່ວິດ 100%, ນອນໃນມຸ້ງ, ດື່ມນໍ້າຕົ້ມສຸກ ແລະ ນໍ້າສະອາດ 94%, ກິນອາຫານທີ່ສະອາດ ແລະ ສຸກດີ 88%, ອະນາໄມຮ່າງກາຍ ແລະ ລ້າງມືໃສ່ສະບູ 95%, ອະນາໄມຮ່າງກາຍ ແລະ ທີ່ຢູ່ອາໃສໃຫ້ສະອາດ 93%, ມີກະຕ່າໃສ່ຂີ້ເຫຍື່ອ-ຖິ້ມຂີ້ເຫຍື່ອເປັນລະບຽບ 86%, ມີຮ່ອງລະບາຍນໍ້າເປື້ອນອອກຈາກຄົວເຮືອນ 95%, ຍ້າຍຄອກສັດອອກຈາກຕະລ່າງເຮືອນ 100%, ນ້ຳໃຊ້ໃຫ້ມີຝາປົກປິດ 85%, ມີຮົ້ວອ້ອມເຮືອນຢ່າງແໜ້ນໜາທາງເຂົ້າ-ອອກ 96% ຜົນຂອງການປະເມີນທັງ 11 ມາດຖານ ສາມາດປະຕິບັດໄດ້ສະເລ່ຍລວມ 95%.

ໂອກາດນີ້, ທ່ານ ບຸນເນັມ ໄຊຍະເສັ້ມ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງຊານໄຊ ຕ້ອງອອກແຮງຮັກສາມູນເຊື້ອ ແລະ ນາມມະຍົດ ໂດຍເລີ່ມຈາກຄອບຄົວຢຸດຕິການຖ່າຍຊະຊາຍ, ບ້ານຢຸດຕິການຖ່າຍຊະຊາຍ ແລະ ເມືອງຢຸດຕິການຖ່າຍຊະຊາຍ ໃນຂັ້ນຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here