ໂຄງການສ້ອມແປງປັບປຸງທາງ 13 ໄຕ້ ສັນຍາ 1

0
2892

ຕາມການໃຫ້ສຳພາດຂອງທ່ານ ກ້ອນນວນດຳ ຈັນທະມີນາວົງ ຮອງຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ຊ່ວງແຂວງບໍລິຄຳໄຊ ( ກມ 71 – ກມ 190 ) ໄດ້ໃຫ້ສຳພາດ ຜ່ານສື່ມວນຊົນຂອງແຂວງບໍລິຄຳໄຊ ໃນວັນທີ 22 ພະຈິກ 2022 ວ່າ:

ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້, ຊ່ວງ ແຂວງ ບໍລິຄຳໄຊ, ສັນຍາ 1 ຈາກ ກມ 71 ຫາ ກມ 111 ແລະ ສັນຍາ 2 ຈາກ ກມ 111 ຫາ ກມ 190 ແມ່ນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ຈາກນະຄອນຫຼວງວຽງຈັນ ຫາ ແຂວງຄຳມ່ວນ, ຈາກ ກມ 71 ຫາ 346 ຊຶ່ງໄດ້ແປງເປັນ 4 ຊ່ວງສັນຍາ ແລະ ໄດ້ຮັບການ ສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ (ດອກເບັ້ຍແບບຜ່ອນຜັນ) ຈາກທະນາຄານໂລກ (WB), ທະນາຄານ ການລົງທຶນຂອງເອີຣົບ (EIB), ທະນາຄານການລົງທຶນເພື່ອພັດະນາໂຄງລ່າງພື້ນຖານຂອງອາຊີ (AIIB) ແລະ ງົບປະມານຈາກກອງທຶນທາງຂອງລາວ ສຳລັບໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້.

ຊ່ວງ ແຂວງບໍລິຄຳໄຊ (ກມ 71 ຫາ ກມ 190) ໄດ້ ແບ່ງອອກເປັນ 2 ສັນຍາ ຄື: ສັນຍາ 1 ຈາກ ກມ 71 ຫາ ກມ 111 ຍາວ 40 ກິໂລແມັດ ແມ່ນຖືກຮັບເໝົາກໍ່ສ້າງໂດຍບໍລິສັດ ທັງລ່ອງ ( Than Long ) ສສ ຫວຽດນາມ ຮ່ວມກັບ ບໍລິສັດ ສຸພາພອນ ( Souphaphone ) ສປປ ລາວ ມູນຄ່າສັນຍາທັງໝົດ 17.531.013 ໂດລາສະຫະລັດ ໃນໄລຍະເວລາການປະຕິບັດ 120 ເດືອນ ຫຼື 10 ປີ, ໃນນີ້ ໄລຍະປັບປຸງເສັ້ນທາງແມ່ນ 2 ປີ ແຕ່ວັນທີ 1 ເມສາ 2021 – 31 ມີນາ 2023 ແລະ ໄລຍະສ້ອມແປງພາຍຫຼັງສຳເລັດການປັບປຸງ ແມ່ນ 8 ປີ ມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 28,96%.

ສັນຍາ 2 ຈາກ ກມ 111 ຫາ ກມ 190 ຍາວ 79 ກິໂລແມັດ ແມ່ນຖືກຮັບເໝົາກໍ່ສ້າງໂດຍບໍລິສັດ ຈຸງນາມ ( Trung Nam ) ສສ ຫວຽດນາມ ຮ່ວມກັບ ບໍລິສັດ ສຸພາພອນ ສປປ ລາວ ມູນຄ່າຂອງໂຄງການແມ່ນ 28.129.999 ໂດລາສະຫະລັດ ໃນໄລຍະເວລາການປະຕິບັດ 120 ເດືອນ ຫຼື 10 ປີ, ໃນນີ້ ໄລຍະປັບປຸງເສັ້ນທາງແມ່ນ 3 ປີ ແຕ່ວັນທີ 1 ສິງຫາ 2021 – 31 ກໍລະກົດ 2024 ແລະ ໄລຍະສ້ອມແປງພາຍຫຼັງສຳເລັດການປັບປຸງ ແມ່ນ 7 ປີ ມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 12,67%.

ຕອນທ້າຍ ທ່ານຮອງຫົວໜ້າໂຄງການ ຍັງໄດ້ຮຽກຮ້ອງມາຍັງຜູ້ນຳໃຊ້ລົດ ຕາມຖະໜົນຫົນທາງ ຈົ່ງມີສະຕິໃນການເດີນທາງໄປ-ມາ ເພາະຢູ່ໃນໄລຍະການປັບປຸງເສັ້ນທາງ ເພື່ອລີກລ່ຽງໃນການເກີດອຸບັດເຫດ.

Cr. bolikhamxay.gov.la

LEAVE A REPLY

Please enter your comment!
Please enter your name here