ເມືອງກາສີ ຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ

0
813

ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີຈູດທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມຢູ່ເຂດບ້ານຫົວເມືອງ ໂດຍມີທ່ານ ຍົມສອນ ຄຳມາສີ ຫົວໜ້າພະແນກ ຮສສ ແຂວງ ທັງເປັນຮອງຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດທີ່ຕົກຄ້າງແຂວງວຽງຈັນ, ມີທ່ານ ຄໍາອ້ວນ ສຸວັນທອງ ຮອງເຈົ້າເມືອງກາສີ, ທ່ານ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນຕີ ຄໍາສິງ ພິມພັນທະວົງ ຫົວໜ້າທີມງານກວດກູ້ລະເບີດເພື່ອມະນຸດສະທໍາກອງທັບ (ກອງ 58) ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານແຕ່ວັນທີ 29 ຕຸລາ ຫາ ວັນ 25 ພະຈິກ 2022 ວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັກແຕກສາມາດເຮັດໄດ້ຈຳນວນ 5 ບ້ານ 6 ໂຮງຮຽນ. ໄດ້ສຳຫຼວດດ້ານບໍ່ແມ່ນວິຊາການໄດ້ 3 ຈຸດ ພົບເຫັນລະເບີດລູກຫວ່ານ 2 ຈຸດ ຢູ່ບ້ານແກ່ວກວ້າງ ແລະ ບ້ານຜາເຈົ້າ ໄດ້ທຳລາຍເຄື່ອນທີ່ແລ້ວ, ຍັງສົງໃສ 1 ຈຸດ ຢູ່ບ້ານພູຄຳ ແລະ ຂຶ້ນແຜນສືບຕໍ່ຂໍສຳຫຼວດທາງດ້ານວິຊາການ 2 ຈຸດຄື: ບ້ານຜາເຈົ້າ ແລະ ບ້ານພູຄຳ, ໄດ້ກວດກູ້ພື້ນທີ່ກະສິກຳບ້ານຫົວເມືອງ ລະເບີດທີ່ກວດພົບທັງໝົດ 36 ລູກມີຄື: ຟິວບົ່ມໃຫຍ່ 904 ຈຳນວນ 1 ຟິວທຳລາຍແລ້ວ, BLU 26 ຈຳນວນ 18 ໜ່ວຍທຳລາຍແລ້ວ 11 ໜ່ວຍ ຍັງ 7 ໜ່ວຍ, ລູກຫຼວດ 2,75 ນິ້ວ 1 ລູກຊະນິດຟົດສະຟໍຂາວ, ລູກປືນຄົກ 81 ມມ 1 ລູກຊະນິດແຮງສູງ, ລູກປືນຄົກ 60 ມມ 3 ລູກຊະນິດແຮງສູງ 1 ແລະ ຊະນິດແສງສະວ່າງ 2 ລູກ, ລູກປືນ 40 ມມ 2 ລູກ, ຫົວລູກປືນ 20 ມມ 10 ລູກ.

ຈາກນັ້ນ, ກໍໄດ້ມີການຈູດທຳລາຍລະເບີດທີ່ບໍ່ທັນແຕກຈຳນວນດັ່ງກ່າວ ໃຫ້ກຽດກົດທຳລາຍລະເບີດໂດຍທ່ານ ຄໍາອ້ວນ ສຸວັນທອງ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here