ເຊັນສັນຍາວ່າດ້ວຍການສໍາຫຼວດ, ສ້າງເປັນແບບຢ່າງການພັດທະນາບໍ່ແຮ່, ຍູ້ແຮງການພັດທະນາອຸດສາຫະກໍາ

0
3249

ລັດຖະບານ ແລະ ຊີໂນ-ອາກຣີ ໂປຕາສ ໄດ້ເຊັນສັນຍາວ່າດ້ວຍການສໍາຫຼວດ, ສ້າງເປັນແບບຢ່າງການພັດທະນາບໍ່ແຮ່, ຍູ້ແຮງການພັດທະນາອຸດສາຫະກໍາ

default

ໃນ​ວັນ​ທີ 28 ພະ­ຈິກ 2022 ຢູ່ທີ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ​ທຶນ, ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ (ຕໍ່​ໄປ​ນີ້“ຊີ​ໂນ​-​ອາ​ກຣີ ໂປ​ຕາສ”) ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ມີ​ການ​ລົງ​ນາມໃນ​ສັນ­ຍາ​ວ່າ​ດ້ວຍ​ການ​ສໍາ​ຫຼວດ​ແຮ່​ເກືອ​ໂປ​ຕາສ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ເມືອງ​ໜອງ​ບົກ ແຂວງ​ຄໍາ​ມ່ວນ ເນື້ອ­ທີ່ 48.52 ກິ­ໂລຕາ​ແມັດ, ຕາງໜ້າສໍາ​ນັກ​ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ການ​ນໍາ​ຂອງ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່, ອໍາ​ນາດ​ການ​ປົກ­ຄອງ ແຂວງ​ຄໍາ​ມ່ວນ ແລະພາກສ່ວນກ່ຽວຂ້ອງອື່ນໆ ແມ່ນ​ໄດ້​ເຂົ້າ​ຮ່ວມ ແລະ  ເປັນ​ສັກ­ຂີ​ພະ­ຍານ​ໃນ​ການ​ເຊັນ​ສັນ­ຍາ​ດັ່ງ­ກ່າວ. ພ້ອມ​ນັ້ນ, ທາງ  ຊີ​ໂນ-ອາ​ກຣີ ໂປຕາສ ຍັງ​ມີ​ການ​ຈັດ​ພິ­ທີ​ເປີດການຊີເຈາະສໍາຫຼວດ​ຢ່າງ​ເປັນ​ທາງ​ການ​ທີ່​ເຂດ​ແຮ່​ໜອງ​ລົ່ມ, ເລ­ຂາຄະນະ​ພັກ​ແຂວງ ເຈົ້າ­ແຂວງໆ ຄໍາມ່ວນ, ຮອງເລຂາ​ຄະ­ນະ​ພັກ​ແຂວງ, ຫົວ­ໜ້າ​ພະ​ແນ​ກ​ພະ­ລັງ­ງານ ແລະ ບໍ່​ແຮ່, ເຈົ້າ­ເມືອງ​ຫີນ​ບູນ ແລະ ການ​ນໍາ​ຄົນ​ອື່ນໆ,  ຕາງ­ໜ້າ​ທີ​ມ​ກໍ່­ສ້າງ​ຂອງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ, ທັງ​ໝົດ 200 ກວ່າ​ຄົນ ໄດ້​ເຂົ້າ​ຮ່ວມ​ແລະ​ເປັນ​ພະ­ຍານ​ໃນ​ພິ­ທີ​ເປີດ​ການ​ຊີ​ເຈາະ​ສໍາ​ຫຼວດ​ດັ່ງ­ກ່າວ​ດ້ວຍ. ສິ່ງ​ດັ່ງ­ກ່າວ​ໄດ້​ເປັນ​ສັນ­ຍາ​ລັກ​ວ່າ​ເຂດ​ເນື້ອ­ທີ່​ແຮ່​ເກືອ​ໂປ​ຕາສ 48.52 ກິ­ໂລ​ຕາ​ແມັດ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ໄດ້​ກ້າວ​ເຂົ້າ​ສູ່​ໄລ­ຍະ​ແຫ່ງ​ຄວາມ​ເປັນ​ຈິງ​ນັ້ນ​ສູງ​ຂຶ້ນ ແລະ ເປັນ​ນິ­ມິດ​ໝາຍ­ວ່າ​ໃນ​ອະ­ນາ­ຄົດ​ປະ­ເທດ​ລາວ ຈະ​ກາຍ­ເປັນ​ຖານ​ການ​ຜະ­ລິດ​ຝູ່ນ​ໂປ​ຕາສ ທີ່​ໃຫຍ່​ອັນ​ດັບ 4 ຂອງ​ໂລກ.

ໃນ 8 ບໍລິສັດ ທີ່ເຂົ້າຮ່ວມປະມູນ ຊີໂນ-ອາກຣີ ໂປຕາສ ແມ່ນໂດດເດັ່ນກວ່າໝູ່

ຕາມ​ທີ່​ຮູ້­ຈັກ, ໃນ​ການ​ແຂ່ງ­ຂັນ​ປະ­ມູນ ສິດ​ສໍາ​ປະ­ທານ ຂຸດ​ຄົ້ນ ບໍ່​ແຮ່ ໂປ​ຕາສ ຢູ່​ບ້ານ ໜອງ​ລົ່ມ​ນັ້ນ,ລັດ­ຖະ­ບານ​ຂອງ​ຈີນ ໄດ້​ສືບ­ຕໍ່​ຮັບ​ການ​ສະ­ເໜີ​ຈາກ 8 ວິ​ສາ​ຫະ​ກິດ, ແຕ່​ໃນ​ທີ່​ສຸດ ບໍ­ລິ­ສັດ  ຊີ​ໂນ-ອາ​ກຣີ ໂປ​ຕາສ ຈໍາ​ກັດ ກໍ​ໄດ້​ຊະ­ນະ​ການ​ປະ­ມູນ, ໄດ້​ຮັບ​ສິດ​ສໍາ​ປະ­ທານ​ບໍ່​ແຮ່​ດັ່ງ­ກ່າວ,   ອັນ​ເປັນ​ບໍ່​ແຮ່​ແຫ່ງ​ຄວາມ​ຫວັງຂອງ​ລັດ​ຖະ​ບານ.

ການ​ນໍາ​ທີ່​ເຂົ້າ​ຮ່ວມ​ພິ­ທີ​ເປີດ​ໄດ້​ເວົ້າ​ວ່າ, ຊັບ­ພະ­ຍາ­ກອນ​ເກືອ​ໂປ​ຕາສ ທີ່​ອຸ­ດົມ­ສົມ­ບູນ​ຂອງ​ລາວ ໄດ້​ດຶງ​ດູດ​ຈາກ​ນັກ​ລົງ­ທຶນ​ໃນ​ທົ່ວ​ໂລກ​ຢ່າງ​ຫຼວງ­ຫຼາຍ ແລະ ລັດ­ຖະ­ບານ ສປປ ລາວ ແມ່ນ​ມີ​ຄວາມ​ລະ­ມັດ­ລະ­ວັງ​ຫຼາຍ​ໃນ​ການ​ເລືອກ​ບໍ­ລິ­ສັດ​ມາ​ພັດ​ທະ​ນາ. ລັດ­ຖະ­ບານ​ຈະ​ໃຫ້​ບູ​ລິ​ມະ​ສິດ ຫຼື ຈະ​ເລືອກ ບໍ­ລິ­ສັດ ທີ່​ມີ​ທຶນ­ຮອນ​ອັນ​ເຂັ້ມ­ແຂງ ແລະ ມີ​ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ບໍ່​ແຮ່​ໂປ​ຕາ​ສ​ທີ່​ສຸກ​ງອມ, ຮັບ­ປະ­ກັນ​ໃຫ້​ບັນ­ດາ​ວິ​ສາ​ຫະ​ກິດ ທີ່​ຊະ­ນະ​ການ​ປະ­ມູນ ມີ​ຄວາມ​ສາ­ມາດ​ດໍາເນີນການ​ສໍາຫຼວດ ແລະ ພັດ­ທະ­ນາ​ບໍ່​ແຮ່ ໂປ​ຕາສ ໂດຍ​ໄວ ແລະ ປົດປ່ອຍໃຫ້ເຫັນຄຸນຄ່າຂອງ​ຊັບ­ພະ­ຍາ­ກອນ​ແຮ່​ທາດ. ພ້ອມ​ກັນ​ນັ້ນ, ແມ່ນ​ໄດ້​ພິ­ຈາ­ລະ­ນາ ເຖິງ​ເປົ້າ​ໝາຍ​ການ​ໄດ້​ຮັບ​ສິດ​ສໍາ​ປະ­ທານ​ຂອງ​ບໍ­ລິ­ສັດ ທີ່​ຊະ­ນະ​ການ​ປະ­ມູນ, ພວກ​ເຮົາ​ຫວັງ​ວ່າ ວິ​ສາ​ຫະ​ກິດ​ທີ່​ຊະ­ນະ​ການ​ປະ­ມູນ ຈະ​ມີ​ຄວາມ​ຮັບ­ຜິດ­ຊອບ, ເຮັດ​ວຽກ​ງານ​ຈິງ​ຈັງ​ໜັກ​ແໜ້ນ, ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ແຮ່​ທາດ​ໄດ້​ຢ່າງ​ເລິກ­ເຊິ່ງ, ຜ່ານ​ການ​ພັດ­ທະ­ນາ​ບໍ່​ແຮ່​ເຮັດ​ໃຫ້ອຸດ​ສາ​ຫະ​ກໍາ, ກະ​ສິ​ກໍາ​ຂອງ​ປະ­ເທດ​ລາວ   ມີຄວາມທັນສະໄໝ, ເຮັດໃຫ້ເສດຖະກິດຂອງທ້ອງຖິ່ນມີການພັດທະນາ, ຊີວິດການເປັນຢູ່ຂອງ  ປະຊາຊົນດີຂຶ້ນ. ຈາກການປະເມີນ, ກວດກາ, ທາງລັດຖະບານຈິ່ງເຫັນວ່າ ຊີໂນ-ອາກຣີ ໂປຕາສ ແມ່ນມີຄວາມເໝາະສົມທີ່ສຸດ.

ຄວາມ​ໄວ ແລະ ປະ­ສິດ­ທິ­ພາບ​ຂອງ ຊີໂນ-ອາ​ກຣີ ໂປ​ຕາສ ໄດ້​ກາຍເປັນ “​ທີ​ໜຶ່ງ” ໃນຫລາຍດ້າຍຂອງ ສປປ ​ລາວ

ຕາມ​ທີ່​ຮູ້­ຈັກ, ປີ 2009 ເປັນ­ຕົ້ນ​ມາ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເຂົ້າ​ມາ​ປະ­ເທດ​ລາວ​ເພື່ອ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ການ​ຂຸດ​ຄົ້ນ ແລະ ຈຳ­ໜ່າຍ​ຝຸ່ນ​ໂປ​ຕາສ, ຮອດ​ປະ­ຈຸ​ບັນ​ແມ່ນ​ດໍາ​ເນີນ​ການ​ວຽກ​ງານ​ເກືອ​ໂປ​ຕາ​ສ​ແລ້ວ 13 ປີ, ໄດ້​ຮັບ​ສິດ​ສໍາ​ປະ­ທານ​ເກືອ​ໂປ​ຕາ​ສ​ທັງ​ໝົດ​ໃນ​ແຂວງ​ຄໍາ​ມ່ວນ, ມີ​ຊັບ​ພະ­ຍາ​ກອນ​ສໍາ​ຮອງ ໂປ​ຕາ​ສ​ຊຽມ ຄ​ລໍ​ໄຣ ຫຼາຍ​ຫວ່າ 829 ລ້ານ​ໂຕນ, ເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊັບ­ພະ­ຍາ­ກອນ ເກືອ​ໂປ​ຕາ​ສ​ໃຫຍ່​ທີ່​ສຸດ​ໃນ​ລາວ ແລະ ອາ​ຊີ. ໃນ​ປີ 2011, ບໍ­ລິ­ສັດ ໄດ້​ສໍາ​ເລັດ​ການ​ກໍ່­ສ້າງ​ໂຄງ­ການ​ຝຸ່ນ​ໂປ​ຕາ​ສ​ແບບ​ອຸດ​ສາ​ຫະ​ກໍາ​ທັນ​ສະ­ໄໝ, ຂະ­ໜາດ​ການ​ຜະ­ລິດ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ປະ­ເທດ​ລາວ.  ໃນ​ເດືອນ​ມັງ­ກອນ   2020, ຫຼັງ​ຈາກ​ທີ່ ທີ​ມບໍໍ​ລິ​ຫານ​ໃໝ່​ຂຶ້ນ​ດໍາ​ລົງ​ຕໍາ​ແໜ່ງ, ກໍ​ເຮັດ​ໃຫ້​ການ​ດໍາ​ເນີນ​ງານ​ມີ​ປະ­ສິດ​ທິ​ຜົນ​ສູງ​ຂຶ້ນ, ເຮັດ​ໃຫ້​ຄົນ​ພາຍ​ນອກ​ເຫັນ​ໄດ້​ໃນ​ຄວາມ​ມະ­ຫັດ­ສະ­ຈັນ​ດັ່ງ​ກ່າວ.

ໃນ​ເດືອນ​ກັນ­ຍາ 2021, ບໍ­ລິ­ສັດ​ໄດ້​ສໍາ​ເລັດ​ໃນ​ການ​ກໍ່­ສ້າງ​ໂຄງ­ການ​ຝຸ່ນ​ໂປ​ຕາ​ສ​ຂະ­ໜາດ 1 ລ້ານ​ໂຕນ​ແຫ່ງ​ທໍາ​ອິດ 1 ປະ­ເທດ​ລາວ, ເຊິ່ງ​ໃຊ້​ເວ­ລາ​ພຽງ​ແຕ່ 17 ເດືອນ, ມີ​ຄວາມ​ໄວ​ໃນ​ການ​ກໍ່­ສ້າງ​ທີ່​ກາຍ​ລະ­ດັບ​ສາ­ກົນ, ອັນ​ເປັນ​ການ​ສ້າງ “ຄວາມ​ໄວ​ຂອງ​ປະ­ເທດ​ລາວ” ແລະ “ສິ່ງ​ມະ­ຫັດ­ສະ­ຈັນ​ຂອງຂະ­ແໜງ­ການ”, ສຸດ​ທ້າຍ​ກາຍ­ເປັນ ໂຄງ­ການ​ຝຸ່ນ​ໂປ​ຕາ​ສ​ທີ່​ໃຫຍ່​ທີ່​ສຸດ  ໃນ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້,  ສະ­ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ­ແຂງ​ທາງ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ­ຫນ້າ ແລະ ຄວາມ​ສາ­ມາດ​ໃນ​ການ​ຄຸ້ມ​ຄອງ​ແບບ​ມື​ອາ­ຊີບ​ຂອງ​ທີ​ມ​ງານ​ບໍລິຫານຄຸ້ມ​ຄອງ,   ກາຍ­ເປັນ​ການ​ດໍາ​ເນີນ​ງານ​ດ້ານ​ແຮ່​ເກືອ​ໂປ​ຕາ​ສ​ອັນ​ດັບ​ໜຶ່ງ​ຂອງ​ປະ­ເທດ​ລາວ.

ໂຄງ­ການ​ຜະ­ລິດ​ຝຸ່ນ​ໂປ​ຕາສ ຂະ­ໜາດ 1  ລ້ານ​ໂຕນ​ຕໍ່​ປີ​ແຫ່ງ​ທີ 2 ຄາດ​ວ່າ​ຈະ​ເລີ່ມ​ດຳ­ເນີນ​ການ​ທົດ​ລອງ​ໃນ​ທ້າຍ​ປີ​ນີ້, ໄລ­ຍະ​ເວ­ລາ​ການ​ກໍ່­ສ້າງ​ຂອງ​ໂຮງ­ງານ​ແມ່ນ​ໃຊ້​ເວ­ລາ​ພຽງ​ແຕ່ 10 ເດືອນ, ເປັນ​ສະ­ຖິ­ຕິ​ຄວາມ​ໄວ​ທີ່​ລື່ນ​ກາຍ​ສາ​ກົນ. ໂຄງ­ການ​ຜະ­ລິດ​ຝຸ່ນ​ໂປ​ຕາ​ສ​ແຫ່ງ​ທີ​ສາມ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 1 ລ້ານ​ໂຕນ​ຕໍ່​ປີ ໄດ້​ເລີ່ມ​ກໍ່­ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄາດ​ວ່າ​ທ້າຍ​ປີ​ໜ້າ​ກໍ​ສາ­ມາດ​ທົດ​ລອງ​ຜະ​ລິດ.

ໃນ​ຂະ­ນະ​ການ​ໄດ້​ຮັບ​ສິດ​ສໍາ​ປະ­ທານ​ແຮ່​ເກືອ​ໂປ​ຕາສ, ທາງ ຊີໂນ-ອາ​ກຣີ ໂປ​ຕາສ ໄດ້ຖື​ເອົາ​ໂອ­ກາດທີ່​ຕົນ​ເອງ​ມີ​ກໍາ​ລັງ​ແຮງ ເພື່ອ​ສ້າງ​ປະ­ສິດ​ຕິ​ພາບການ​ຜະ­ລິດ​ທີ່​ໄວ​ໃນ​ລາວ, ສ້າງ​ສະ­ຕິ​ຖິ​ຕິ​ໃໝ່​ດ້ານ​ການ​ພັດ­ທະ­ນາ​ບໍ່​ແຮ່​ໃນ​ລາວ, ບັນ­ລຸ​ການ​ດໍາ​ເນີນ​ງານ​ທີ່​ວ່ອງ­ໄວ ແລະ ໄດ້​ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ­ດັບ​ສູງ​ຈາກ​ລັດ­ຖະ­ບານ ສປປ ລາວ.

​ຮັບ­ຜິດ­ຊອບ​ຂອງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເວົ້າ​ວ່າ ໃນ​ເດືອນ​ເມ­ສາ​ຂອງ​ປີ​ນີ້ ບໍ­ລິ­ສັດ ໄດ້​ເລີ່ມ​ສະ­ເໜີຂໍ​ສໍາ​ປະ­ທານ​ບໍ່​ແຮ່ ເກືອ​ໂປ​ຕາ​ສ​ບ້ານ​ໜອງ​ລົ່ມ ເນື້ອ­ທີ່ 48.52km2,  ໃນ​ວັນ​ທີ 27 ຕຸ­ລາ​ ໄດ້​ຮັບແຈ້ງ​ການກ່ຽວ​ກັບ​ການ​ເຈ­ລະ­ຈາ​ສັນ​ຍາ​ສໍາ​ຫຼວດ​ຈາກ​ກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ, ໃນ​ວັນ​ທີ 4 ພະ­ຈິກ​ ໄດ້​ສໍາ​ເລັດ​ການ​ເຈ­ລະ­ຈາກັບອໍາ​ນາດ​ການ​ປົກ­ຄອງ​ແຂວງ​ຄໍາ​ມ່ວນ. ວັນ​ທີ 25 ເດືອນ​ພະ­ຈິກ ຫຼັງ​ຈາກ​ທີ່ນາ­ຍົກ­ລັດ­ຖະ­ມົນ­ຕີ​ມອບ​ສິດ​ໃຫ້​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ  ເຊັນ​ສັນ​ຍາ​ສໍາ​ຫຼວດ  ກັບ​ບໍ­ລິ­ສັດ, ໃນ​ວັນ​ທີ 27 ພະ­ຈິກ ບໍ­ລິ­ສັດ ກໍ​ສໍາ​ເລັດ​ການ​ຊໍາ​ລະ​ຄ່າ​ສໍາ​ປະ­ທານ 10 ລ້ານ​ໂດ​ລາ, ໄດ້​ຈ່າຍ​ອາ­ກອນ​ຊັບ­ພະ­ຍາ­ກອນ ແລະ ໄດ້​ຈັດ​ຕັ້ງ​ການ​ເຊັນ​ສັນ​ຍາ​ສໍາ​ຫຼວ​ດສໍາ​ເລັດ ແລະ ເລີ່ມ​ການ​ສໍາ​ຫຼວດ​ໃນ​ວັນ​ທີ 28 ພະ​ຈິກ.

ໃນ​ລະ­ຫວ່າງ​ນັ້ນ, ທາງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ກໍາ​ນົດ​ແຜນ​ການ​ສໍາ​ຫຼວດ​ທີ່​ລະ­ອຽດ, ທາງ ຊີ​ໂນ-ອາ​ກຣີ ໂປຕາສ ໄດ້​ເພີ່ມຈໍາ​ນວນ​ຂຸມ​ເຈາະ​ສໍາ​ຫຼວດ​ທີ່​ໄດ້​ມາດ­ຕະ­ຖານຕາມ​ຂັ້ນ​ຕອນ​ການ​ຂຸດ​ຄົ້ນ ໂດຍເພີ່ມ​ຂຶ້ນ​ຈາກ 37 ເປັນ 46, ເກີນ​ມາດ­ຕະ­ຖານ​ການ​ຂຸດ​ເຈາະ ໃນ​ພື້ນ​ທີ່​ຂຸດ​ຄົ້ນ​ບໍ່​ແຮ່​ເບື້ອງ​ຕົ້ນ​ໃນ​ໄລ­ຍະ​ການ​ຂຸດ​ຄົ້ນ​ບໍ່​ແຮ່.  ພ້ອມ​ນັ້ນ​ຍັງ​ໄດ້​ມີ​ການ​ກໍາ​ນົດ​ເຈດ​ຈໍາ​ນົງ​ການ​ສໍາ​ຫຼວດ​ກັບ 2 ບໍ­ລິ­ສັດ,  ສາ­ມາດ​ຮວບ­ຮວມ​ເຄື່ອງ​ຂຸດ​ເຈາະ​ໄດ້ 23 ເຄື່ອງ, ຮອດ​ປະ­ຈຸ​ບັນ​ແມ່ນ​ມີ 10 ກວ່າ​ເຄື່ອງ ທີ່​ມາ​ຮອດ​ສະ­ໜາມ ແລະ ສາ​ມາດ​ນໍາ​ໃຊ້​ໄດ້​ແລ້ວ, ສ່ວນ​ທີ່​ເຫຼືອ​ແມ່ນ​ກໍາ​ລັງ​ທະ­ຍອຍ​ມາ.

​ຮັບ­ຜິດ­ຊອບ​ໄດ້​ເວົ້າ​ວ່າ, ແຜນ​ການ​ສໍາ​ຫຼວດ ຂອງ​ບໍ­ລິ­ສັດ ໄດ້​ຍົກ​ສູງປະ­ສິດ­ທິ­ພາບ ແລະ ຄວາມ​ໄວ​ໃນ​ການ​ສຳ­ຫຼວດ ແລະ ຜະ­ລິດ​ເກືອ​ໂປ​ຕາສ ໃນ​ບ້ານ​ໜອງ​ລົ່ມ. ປັບ​ໄລ­ຍະ​ເວ­ລາ​ການ​ສໍາ​ຫຼວດ​ເດີມ 2 ປີ,  ການ​ສຶກ­ສາ​ຄວາມ​ເປັນ​ໄປ​ໄດ້ 1 ປີ ແລະ ການ​ປະ​ເມີນ​ສິ່ງ­ແວດ­ລ້ອມ 1 ປີ ມາ​ເປັນ 2 ຂັ້ນ​ຕອນ  ແຕ່​ລະຂັ້ນ​ຕອນ 1 ປີ ແລະ ພະ­ຍາ­ຍາມ​ໃຫ້​ສຳ­ເລັດ​ການ​ສຳ­ຫຼວດພາຍໃນ​ເຄິ່ງ​ປີ, ສຳ­ເລັດ​ການ​ສຶກ­ສາ​ຄວາມ​ເປັນ​ໄປ​ໄດ້ ແລະ ການ​ປະ​ເມີນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວດ­ລ້ອມ​ໃນອີກ​ເຄິ່ງ​ປີ. ຫຼັງ​ຈາກ​ດໍາ​ເນີນ​ການ​ຜະ­ລິດ​ເກືອ​ໂປ​ຕາສ,  ນອກ­ຈາກ​ຜົນ​ປະ­ໂຫຍດ​ທີ່​ໄດ້​ມາ​ຈາກ​ການ​ລົງ­ທຶນ​ໃນ​ຊັບ​ສິນ​ຄົງ​ທີ່​ໃນ​ໄລ­ຍະ​ການ​ກໍ່­ສ້າງ, ທຸກໆ​ການ​ຜະ­ລິດ ເກືອ​ໂປ​ຕາສ 1 ລ້ານ​ໂຕນ ຊຸກ­ຍູ້​ໃຫ້​ເກີດ​ການ​ຈ້າງ​ງານ​ແກ່ 3000 ຄົນ ແລະ ຍັງ​ສາ​ມາດ​ນໍາ​ມາ​ເຊິ່ງ​ການ​ເສຍ​ພາ­ສີ​ອາ­ກອນ​ປະ​ຈໍາ​ປີ​ໃຫ້​ແກ່​ລັດ­ຖະ­ບານເປັນ​ເງິນ 30 ລ້ານ​ໂດ​ລາ​ສະ­ຫະ​ລັດ. ຜົນ​ປະ­ໂຫຍດ​ທາງ​ດ້ານ​ເສດ­ຖະ­ກິດ​ໃນ​ອະ­ນາ­ຄົດ​ຂອງ​ໂຄງ­ການ ຂຸດ​ຄົ້ນ​ເກືອ​ໂປ​ຕາສ ຢູ່​ບ້ານ​ໜອງ​ລົ່ມ ຄາດ​ວ່າ​ຈະ​ສູງ​ກວ່າ​ຄວາມ​ຄາດ​ຫວັງ​ຂອງ​ລັດ­ຖະ­ບານ​ລາວ.

ໃນ​ໄລ­ຍະ​ທີ່​ສຳ­ຄັນ​ຂອງ​ການ​ຫັນ­ປ່ຽນ ແລະ​ພັດ­ທະ­ນາ​ເສດ­ຖະ­ກິດ, ປະ­ສິດ​ຕິ​ພາບ ແລະ ຄວາມ​ໄວ​ໃນ​ການ​ດໍາ​ເນີນ​ງານ​ຂອງ​ບໍ­ລິ­ສັດ ແມ່ນ​ເປັນ​ແບບ­ຢ່າງ​ທີ່​ໃຫ້​ກັບ​ຂະ­ແໜງ­ການ​ອື່ນໆ​ໃນ​ລາວ.

ຮູບ​ແບບ​ການ​ພັດ­ທະ­ນາ​ເຂດ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​​ໂປ​ຕາ​ສ​ຂອງ ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ​ໂປ​ຕາສ ຈໍາ​ກັດ ທີ່ໜ້າສຶກສາແລະຮຽນຮູ້

ເນັ້ນ​ໃສ່​ການ​ພັດ­ທະ­ນາ​ກໍ່­ສ້າງ​ເຂດ​ບໍ່​ແຮ່​ດັ່ງ­ກ່າວ, ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣິ ​ໂປ​ຕາສ ຈໍາ​ກັດ  ກໍ​ມີ​ການ​ວາງ​ແຜນ​ຢ່າງ​ລະ­ອຽດ, ການ​ວາງ​ແຜນ​ດັ່ງ­ກ່າວ​ເປັນ​ນະ​ວັດ​ຕະ​ກໍາ​ໃໝ່​ຂອງ​ຮູບ​ແບບ​ການ​ພັດ­ທະ­ນາ​ບໍ່ແຮ່ ຫລື ຈະ​ເປັນ​ການ​ຫັນ­ປ່ຽນ​ມູນ​ຄ່າ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ຂອງ​ປະ­ເທດ​ລາວ​ກາຍ­ເປັນ​ມູນ​ຄ່າ​ເສດ­ຖະ­ກິດ, ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ສັງ­ຄົມ​ປະ­ເທດ​ລາວ​ຢ່າງ​ແທ້​ຈິງ.

ຈາກການເປີດເຜີຍຂອງຫົວໜ້າວິສະວະກອນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ: ບໍລິສັດ  ກໍາລັງກໍ່ສ້າງເຂດນິຄົມອຸດສາຫະກໍາລະດັບປະເທດຢູ່ແຂວງຄໍາມ່ວນ. ອີງໃສ່ຊັບພະຍາກອນບໍ່ແຮ່ທີ່ມີໃນ ປັດຈຸບັນ, 1. ເລັ່ງຂະຫຍາຍກໍາລັງການຜະລິດຂອງຝຸ່ນໂປຕາສ, ສ້າງເຂດນິຄົມອຸດສາຫະກໍາຝຸ່ນໂປຕາສ. ປັດຈຸບັນ,  ໂຄງການທີສອງ ແລະ ໂຄງການທີສາມ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ  ແມ່ນກໍາລັງດໍາເນີນການກໍ່ສ້າງຢ່າງເຕັມທີ່, ສ່ວນໂຄງການທີສີ່ ແລະ ໂຄງການທີຫ້າ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ ແມ່ນໄດ້ປະກອບເອກະສານ ແລະ ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງຂອງພາກລັດລາວແລ້ວ. ຄາດຄະເນ ປີ 2023 ບັນລຸກໍາລັງການຜະລິດປຸ໋ຍໂປຕາສ 3 ລ້ານໂຕນ, ປີ 2025 ບັນລຸກໍາລັງການຜະລິດ 5 ລ້ານໂຕນ, ພະຍາຍາມສູ້ຊົນເພື່ອໃຫ້ບັນລຸຂະໜາດກໍາລັງການຜະລິດລະດັບ 10 ລ້ານໂຕນໃນໄລຍະກາງ ແລະ ໄລຍະຫຼັງ, ກາຍເປັນຖານຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອັນດັບທີ 4 ຂອງໂລກ; 2. ສົມ­ທົບ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ທີ່​ບໍ່​ແມ່ນ​ໂປ​ຕາສ, ສ້າງ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອະໂປຕາສ (​ບໍ່​ມີ​ໂປ​ຕາ​ສ),  ນໍາ​ໃຊ້​ຊັບ­ພະ­ຍາ­ກອນ​ແຮ່​ຕິດ​ພັນ​ຂອງບໍ່ແຮ່​ເກືອ​ໂປ​ຕາສ (ໂບຣ​ມິນ, ເກືອນາຕີ ແລະ ອື່ນໆ), ພັດ­ທະ­ນາ​ໂຄງ­ການ​ສານ​ໂບຣ​ມິນ, ອຸດ​ສາ​ຫະ​ກໍາ​ເຄ​ມີ​ ຄລໍ-ອານຄາໄລ (chlor-alkali), ເກືອ​ບໍລິໂພກ ແລະ ອື່ນໆ, ນໍາ​ໃຊ້​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ແບບກວມລວມໃນ​ວົງ​ປິດ, ລົງເລິກການເພີ່ມ​ມູນ​ຄ່າ​ເສດ­ຖະ­ກິດ​, ຜ່ານ​ການ​ວາງ​ແຜນ​ຜະ­ລິດ​ຕະ​ພັນ​ຫຼາຍ​ຮູບ​ແບບ,   ສ້າງ​ເປັນ​ຮູບ​ແບບ​ອຸດ​ສາ​ຫະ​ກໍາ​ໃໝ່​ທີ່​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ​ປະ­ເທດ​ລາວ; 3. ສ້າງ​ຕົວ​ເມືອງ ອາຊີ​-​ໂປ​ຕາ​ສ​ຂະ­ໜາດ​ນ້ອຍ, ຊຸກ­ຍູ້​ການ​ພັດ­ທະ­ນາ​ແບບ​ຕົວ​ເມືອງ. ຜ່ານ​ການ​ສ້າງ​ຕົວ​ເມືອງ​ຂະ­ໜາດ​ນ້ອຍ, ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ດໍາ​ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ໃນ​ບໍ­ລິ­ເວນ​ອ້ອມ​ຂ້າງ,   ດໍາ​ເນີນ​ການ­ເຄື່ອນ­ໄຫວ​ຊ່ວຍ­ເຫຼືອ​ຄວາມ­ທຸກ​ຍາກ​ດ້ວຍ​ກະ​ສິ​ກໍາ ແລະ ສ້າງ​ກອງ​ທຶນ​ການ​ສຶກ­ສາ, ເຮັດ​ໃຫ້­ການ​ພັດ­ທະ­ນາ​ສົ່ງ​ຜົນ​ປະ­ໂຫຍດ​ຕົວ​ຈິງ​ຕໍ່​ປະ­ຊາ­ຊົນ​ໃນ​ບໍ­ລິ­ເວນ​ອ້ອມ​ຂ້າງ, ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ທ້ອງ­ຖິ່ນ   ແລະ ການ​ກໍ່­ສ້າງ​ຊີ­ວິດ​ສັງ​ຄົມ. ໃນ​ອະ­ນາ­ຄົດ,  ບໍ­ລິ­ສັດ​ວາງ​ແຜນ​ຈະ​ນໍາ​ເອົາ​ຮູບ​ແບບ​ການ​ພັດ­ທະ­ນາ​ດັ່ງ­ກ່າວ​ໄປ​ນໍາ​ໃຊ້​ໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ເນື້ອ­ທີ່ 48.52 ກິ­ໂລ​ຕາ​ແມັດ ຢູ່​ບ້ານ​ໜອງລົ່ມ ແລະ ເຮັດ​ໃຫ້​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ມີ​ການ​ເຊື່ອມ​ໂຍງ​ກັນ, ສ້າງ​ມູນ​ຄ່າ​ສູງ​ກວ່າ​ເກົ່າ ແລະ ສົ່ງ​ຜົນ​ປະ­ໂຫຍດ​ຕໍ່​ປະ­ຊາ­ຊົນ​ຫຼາຍ​ກວ່າ​ເກົ່າ.

ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໄດ້​ຖື​ເອົາ​ອຸດ​ສາ​ຫະ​ກໍາ​ຝຸ່ນ​ໂປ​ຕາ​ສ​ເປັນ​ແກ່ນ​ສານ, ດໍາ​ເນີນ​ການ​ຂະ­ຫຍາຍ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ແບບ​ແນວ​ຕັ້​ງ-​ແນວ​ນອນ,  ສ້າງ​ຮູບ​ແບບ​ການ​ພັດ­ທະ­ນາ​ຂອງ​ເຂດ​ນິ­ຄົມ​ອຸດ​ສາ​ຫະ​ກໍາ, ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ສະ­ໜອງ​ແນວ​ຄິດ​ໃໝ່  ແລະ  ການ​ສາ­ທິດ​ໃໝ່​ໃຫ້​ແກ່​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ຂອງ​ປະ­ເທດ​ລາວ,  ມີ​ຜົນ​ດີ​ຕໍ່​ການ​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ຕົວ​ເມືອງ​ຂອງ​ປະ­ເທດ​ລາວ.

ປຽບ​ເໝືອນ​ຟ້າ​ກັບ​ດິນ, ການ​ສົມ​ທຽບ​ຢ່າງ​ຮຸນ​ແຮງ​ເຮັດ​ໃຫ້​ມີ​ການ​ໄຕ່­ຕອງ

ໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ, ບໍ­ລິ­ສັດ ໄດ້​ຈັດ​ສັນ​ເຄື່ອງ​ຈັກ​ຊີ​ເຈາະ 10 ກວ່າ​ເຄື່ອງ ເຂົ້າ​ໃນ​ວຽກ​ງານ​ການ​ເຈາະ​ສໍາ​ຫຼວດ​ໃນ​ອາ­ກາດ​ທີ່​ຮ້ອນ​ຫຼາຍ,  ບັນ­ຍາ­ກາດ​ອັນ​ຟົດ­ຟື້ນ​ໃນ​ພິ​ທິ​ເປີດ   ໂຄງ­ການ​ກໍ່​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ​ໃນ​ອະ​ນາ​ຄົດ. ແຕ່​ວ່າ,  ນັກ​ຂ່າວ​ກໍ່​ໄດ້​ສັງ­ເກດ​ເຫັນ​ເຂດ​ບໍ່​ແຮ່​ອີກ​ເຂດ​ໜຶ່ງ​ທີ່​ຕິດ​ກັບ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ ແມ່ນ​ງຽບ​ເຫງົາ​ຫຼາຍ. ພາຍ​ຫຼັງ​ທໍາ​ຄວາມ​ເຂົ້າ­ໃຈ​ແລ້ວ,ນັກ​ຂ່າວ​ຈຶ່ງ​ຮູ້​ວ່າ ນີ້​ກໍ່​ເປັນ​ເຂດ​ບໍ່​ເກືອ​ໂປ​ຕາ​ສ​ອີກ​ເຂດ​ໜຶ່ງ​ທີ່​ຕິດ​ກັບ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ,    ເຊິ່ງ​ໄດ້​ເຊັນ​ສັນ­ຍາ​ສຶກ­ສາ​ສໍາ​ຫຼວດ​ໃນ​ເດືອນ 3 ປີ 2022, ແຕ່​ວ່າ ການ​ວາງ­ເງິນ​ຂອງ​ບໍ­ລິ­ສັດ​ແມ່ນ​ມີ​ຄວາມ​ຊັກ​ຊ້າ, ປະ­ສິດ­ທິ­ພາບ​ການ​ສໍາ​ຫຼວດ​ກໍ່​ຕໍ່າ​ຫຼາຍ, ປັດ​ຈຸ​ບັນ​ສໍາ​ເລັດ​ການ​ຊີ​ເຈາະ​ພຽງ 2 ຮູ​ເທົ່າ​ນັ້ນ ແລະ ວຽກ​ງານ​ການ​ສໍາ​ຫຼວດ​ຢູ່​ໃນ​ສະ­ພາບ​ຢຸດ​ເຊົາ.

ຈາກ​ທີ່​ຮັບ​ຮູ້​ແລ້ວ, ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ຂອງ​ປະ­ເທດ​ລາວ​ມີ​ຄວາມ​ອຸ­ດົມ­ສົມ­ບູນ, ລວມ​ທັງ​ບໍ່​ເກືອ​ໂປ​ຕາສ, ບໍ່​ຖ່ານ​ຫີນ, ບໍ່​ບົກ​ຊິດ ແລະ ບໍ່​ແຮ່​ອື່ນໆ, ລະ­ດັບ​ການ​ພັດ­ທະ­ນາ​ຂ້ອນ​ຂ້າງ​ຕໍ່າ, ພື້ນ​ທີ່​ການ​ພັດ­ທະ­ນາ​ກວ້າງ, ກາຍ­ເປັນ “ສະ­ຫວັນ​ແຫ່ງ​ການ​ຂຸດ​ຄົ້ນ​ບໍ່​ຄໍາ” ຂອງ​ນັກ​ລົງ­ທຶນ, ໄດ້​ດຶງ​ດູດ​ນັກ​ລົງ­ທຶນ​ເປັນ​ຈໍາ​ນວນ​ຫຼາຍ. ພ້ອມ​ນີ້, ກໍ່​ໄດ້​ດຶງ​ດູດ​ນັກ​ສວຍ­ໂອ­ກາດ ແລະ ນັກ​ລົງ­ທຶນ​ທີ່​ມີ​ຄວາມ​ສາ​ມາດ​ຕໍ່າ. ວິ​ສາ​ຫະ​ກິດ​ລັກ­ສະ­ນະ​ສວຍ­ໂອ­ກາດ​ເຫຼົ່າ​ນີ້ ມັກ​ຈະ​ກັກ​ຕຸນ ແລະ ຄອບ­ຄອງ​ສິດ, ເມື່ອ​ໄດ້​ຮັບ​ສິດ­ທິ​ບໍ່​ແຮ່​ແລ້ວ  ບໍ່​ດໍາ​ເນີນ​ການ​ພັດ­ທະ­ນາ, ລໍ­ຖ້າ​ໂອ­ກາດ​ແລ້ວ​ໂອນ​ຂາຍ​ດ້ວຍ​ລາ­ຄາ​ສູງ; ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ຕໍ່າ, ໃນ​ເມື່ອ​ໄດ້​ຮັບ​ສິດ­ທິ​ບໍ່​ແຮ່​ແລ້ວ, ເນື່ອງ​ຈາກ​ມີ​ຂໍ້​ຈໍາ​ກັດ​ດ້ານ​ຄວາມ​ສາ­ມາດ, ພຽງ​ແຕ່​ສາ​ມາດ​ດໍາ​ເນີນ​ການ​ປຸງ​ແຕ່ງ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ໃນ​ຂັ້​ນທໍາ​ອິດ ຫລື ພັດ­ທະ­ນາ​ພາກ­ສ່ວນ​ໜຶ່ງ​ເທົ່າ​ນັ້ນ, ຜົນ​ປະ­ໂຫຍດ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ໄດ້​ຫຼຸດ​ລົງ​ຫຼາຍ. ບໍ່​ວ່າ​ຈະ​ເປັນ​ການ​ສວຍ­ໂອ­ກາດ​ກັກ​ຕຸນ ຫລື ຄອບ­ຄອງ​ສິດ,ການ​ປຸງ​ແຕ່ງ​ຂັ້​ນທໍາ​ອິດ ແລະ ການ​ພັດ­ທະ­ນາ​ພາກ­ສ່ວນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ຈໍາ​ກັດ​ດ້ານ​ຄວາມ​ສາ­ມາດ, ທັງ​ເປັນ​ການ​ລະ­ເມີດ​ສັນ­ຍາ​ທີ່​ເຊັນ​ກັບ​ລັດ­ຖະ­ບານ ແລະ  ສົ່ງ​ຜົນ​ກະ­ທົບ​ຕໍ່​ການ­ສະ­ແດງ​ທ່າ­ແຮງ​ດ້ານ​ຊັບ­ພະ­ຍາ­ກອນ​ແຮ່​ທາດ​ຂອງ​ປະ­ເທດ​ລາວ, ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ແບບ​ຄຸນ​ນະ​ພາບ ແລະ ວ່ອງ­ໄວ​ຂອງ​ປະ­ເທດ​ລາວ.

ຕໍ່​ເຫດ­ການ​ເຫຼົ່າ​ນີ້, ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຂອງ​ລັດ­ຖະ­ບານ​ຈະ​ຕ້ອງ​ໃຫ້​ຄວາມ​ເອົາ­ໃຈ­ໃສ່​ທີ່​ສຸດ, ສໍາ​ລັບ​ວິ​ສາ​ຫະ​ກິດ​ທີ່​ມີ​ສິດ­ທິ​ບໍ່​ແຮ່​ແຕ່​ບໍ່​ດໍາ​ເນີນ​ການ​ພັດ­ທະ­ນາ, ຈະ​ຕ້ອງ​ກໍາ​ນົດ​ເວ­ລາ​ເກັບ​ຄືນ​ສິດ­ທິ​ບໍ່​ແຮ່, ແລ້ວ​ນໍາ​ເອົາ​ຊັບ­ພະ­ຍາ­ກອນ​ເຂົ້າ​ໃນ​ຕະ­ຫຼາດ​ຄືນ­ໃໝ່, ເພື່ອ​ເລືອກ​ເອົາ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ­ມາດ ແລະ ເຮັດ​ແທ້​ທໍາ​ຈິງ​ນັ້ນ​ເຂົ້າ​ໄປ​ດໍາ​ເນີນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ແບບ​ລົງ​ເລິກ, ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ທັງ​ໝົດ; ໝູນ​ໃຊ້​ຕົ້ນ​ທຶນ​ພະ­ລັງ­ງານ​ໄຟ​ຟ້າ​ຕໍ່າ ແລະ ຄ່າ​ແຮງ​ງານ​ຕໍ່າ​ຂອງ​ປະ­ເທດ​ລາວ, ດໍາ​ເນີນ​ການ​ລວບ​ລວມ​ອຸດ​ສາ​ຫະ​ກໍາ, ສ້າງ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກໍາ, ເພື່ອ​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ຂອງ​ປະ­ເທດ​ລາວ, ເພີ່ມ​ລະ­ດັບ​ຄວາມ​ສາ­ມາດ​ດ້ານ​ການ​ສະ­ໜອງ​ຜະ­ລິດ​ຕະ​ພັນ ແລະ ຄວາມ​ສາ­ມາດ​ດ້ານ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ​ປະ­ເທດ​ລາວ, ເຮັດ​ໃຫ້​ມູນ​ຄ່າ​ເງິນ­ຕາ​ຂອງ​ປະ­ເທດ​ລາວ​ມີ​ຄວາມ​ໝັ້ນ­ຄົງ,   ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ແບບ​ແຂງ­ແຮງ ແລະ ວ່ອງ­ໄວ​ຂອງ​ປະ­ເທດ​ລາວ.

LEAVE A REPLY

Please enter your comment!
Please enter your name here