ໂຄງການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາສະເພາະຄັ້ງທໍາອິດຢູ່ລາວ

0
3919

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ສ້າງຕັ້ງ ໂຄງການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາສະເພາະຄັ້ງທໍາອິດຢູ່ລາວ ສືບຕໍ່ຊ່ວຍແຮງພັດທະນາການສຶກສາຂອງລາວ

ວັນທີ 1 ທັນວາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ“ກະຊວງສຶກສາ”) ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ“ຊີໂນ-ອາກຣີ ໂປຕາສ”) ໄດ້ຮ່ວມກັນເຊັນ “ບົດບັນທຶກຂໍ້ຕົກລົງໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາ” ທີ່ຫ້ອງໂຖງຂອງກະຊວງສຶກສາທິການ ສປປ ລາວ (ຕໍ່ໄປນີ້ເອີ້ນວ່າ“ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາໃນລາວ”). ທ່ານ ປອ. ສຸລິອຸດົງ ສຸນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາຍ ຢົງຈຸນ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເປັນຜູ້ລົງນາມໃນບົດບັນທຶກດັ່ງກ່າວ. ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ຮສ. ປອ. ພຸດ ສີມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ການນໍາແຕ່ລະກົມຂອງກະຊວງສຶກສາ ແລະ ທ່ານ ຈ້າວ ເຫວິນຍຸຍ ທີີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍຕາງໜ້າ ຊີໂນ-ອາກຣີ ໂປຕາສ ທັງໝົດໄດ້ເຂົ້າຮ່ວມພິທີ ແລະ ເປັນສັກຂີພະຍານໃນການເຊັນບົດບັນທຶກດັ່ງກ່າວ.

ໃນ​ພິ­ທີ​ເຊັນ​ບົດ​ບັນ­ທຶກ, ທ່ານ ສຈ. ປອ. ກິ​ແກ້ວ ໄຂ​ຄໍາ​ພິ­ທູນ ເຫັນ​ວ່າ ໂຄງ­ການ​ສະ­ໜັບ­ສະ­  ໜູນ​ທຶນ​ຊ່ວຍ­ເຫຼືອ​ຄູ ແລະ ນັກ​ຮຽນ​-​ນັກ​ສຶກ­ສາ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສໍາ​ຄັນ​ຫຼາຍ. ຂໍ​ຂອບ­ໃຈ​ມາ​ຍັງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ທີ່​ໄດ້​ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ແລະ ເສດ​ຖະ​ກິດ​-​ສັງ­ຄົມ ຂອງ ສປປ ລາວ. ລາວ​ແລະ​ຈີນ ເປັນ​ປະ­ເທດ​ເພື່ອນ​ບ້ານ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະ­ຫາຍ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ, ລັດຖະບານລາວ ແມ່ນ​ສະ­ໜັບ­ສະ­ໜູນບໍລິສັດຄືດັ່ງ ຊີ​ໂນ-ອາ​ກຣີ ໂປຕາສ ທີ່ສຸດ ເຊິ່ງ​ເປັນ​ວິ​ສາ​ຫະ​ກິດຈີນມາລົງທຶນພັດທະນາຢູ່ລາວທີ່ມີການບໍລິຫານຄຸ້ມຄອງທີ່​ເຂັ້ມແຂງ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ສັງ­ຄົມ, ສະນັ້ນຂໍ​ໃຫ້​ທາງ​ບໍ­ລິ­ສັດ​ສືບ­ຕໍ່ປະ­ຕິ­ບັດຕາມ​ແນວ­ທາງ “4 ດີ”, ເສີມຂະຫຍາຍສາຍພົວພັນມິດ­ຕະ­ພາບ, ຄູ່​ຮ່ວມ​ມື​ຍຸດ­ທະ­ສາດ​ຮອບ­ດ້ານຍາວນານລະຫວ່າງ ​ສອງ​ພັກ​ສອງ​ລັດ, ສ້າງເປັນຄູ່​ຮ່ວມ​ຊະ​ຕາ​ກໍາ ​ລາວ​-​ຈີນ, ສົ່ງເສີມການພັດທະນາຄຸນນະພາບຂອງປະຊາຊົນສອງຊາດໃຫ້ສູງຂື້ນຢ່າງບໍ່ຂາດ, ເພື່ອ​​ສ້າງ​ຜົນ​ປະ­ໂຫຍດ​ທີ່​ແທ້​ຈິງ​ໃຫ້​ແກ່​ປະ­ຊາ­ຊົນສອງຊາດ​ລາວ-ຈີນ.

ທ່ານ ອາຍ ຢົງ​ຈຸນ ຮອງ​ອໍາ​ນວຍ​ການ ບໍ­ລິ­ສັດ ໄດ້​ກ່າວ​ວ່າ ບໍ­ລິ­ສັດ​ໄດ້​ມີ​ການ​ປະ­ສານ​ສົມ­ທົບ​ຢ່າງ​ໃກ້­ຊິດ​ກັບ​ອໍາ​ນາດ​ການ​ປົກ­ຄອງ ແລະ ປະ­ຊາ­ຊົນ​ທ້ອງ­ຖິ່ນ ເປັນ​ເວ­ລາ​ຫຼາຍ​ປີ ແລະ ບໍ­ລິ­ສັດ​ມຸ້ງ​ຫມັ້ນ ທີ່​ຈະ​ສ້າງ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ ລະ­ຫວ່າງ ບໍ­ລິ­ສັດ ກັບ ພາກ​ລັດ ແລະ ປະ­ຊາ­ຊົນ​ທ້ອງ​ຖິ່ນ. ໃນ​ຖາ­ນະ​ເປັນ​ບໍ­ລິ­ສັດ​ທໍາ​ອິດ​ທີ່​ຕັ້ງ​ທຶນ​ການ​ສຶກ­ສາ​ສະ­ເພາະ​ໃນ​ລາວ, ຫວັງ​ວ່າ​ຈະ​ສົ່ງ­ເສີມ​ບົດ­ບາດ​ເປັນ​ຕົວ­ຢ່າງ ຊຸກ­ຍູ້​ໃຫ້​ບໍ­ລິ­ສັດ​ລົງ­ທຶນ​ອື່ນໆ ຫັນ​ມາ​ເອົາ­ໃຈ­ໃສ່​ໃນ​ການ​ພັດ­ທະ­ນາ​ການ​ສຶກ­ສາ​ໃນ​ລາວ​ໃຫ້​ຫຼາຍ​ຂຶ້ນ, ເພື່ອປະ­ຕິ­ບັດ​ໜ້າ­ທີ່​ຮັບ­ຜິດ­ຊອບ​ຂອງວິສາຫະກິດຢ່າງແທ້ຈິງ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການພັດທະນາເສດຖະກິດຂອງລາວ. ບໍລິສັດ ໂດຍປິ່ນອ້ອມກິດຈະການຫລັກຂອງຕົນ ສືບຕໍ່ຂະຫຍາຍກໍາລັງການຜະລິດຂອງໂຄງການຝຸ່ນໂປຕາສ, ເພື່ອພັດທະນາໃຫ້ກາຍເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ; ພ້ອມກັນນັ້ນ, ທາງບໍລິສັດຍັງຈະກໍ່ສ້າງນິຄົມອຸດສາຫະກໍາທີ່ມີເຂດອຸດສາຫະກໍາໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ, ເພື່ອພັດທະນານຳໃຊ້ຊັບພະຍາກອນໃຫ້ໄດ້ປະໂຫຍດສູງສຸດ, ເພື່ອສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ໄດ້ຫລາຍກວ່າເກົ່າແກ່ລັດຖະບານແລະປະຊາຊົນລາວ

ການສ້າງ “ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາໃນລາວ” ຂອງບໍລິສັດ ແມ່ນໂຄງການຮ່ວມມືໃຫຍ່ອີກອັນໜຶ່ງກັບພາກລັດລາວ ພາຍຫຼັງໄດ້ຮ່ວມກັບກະຊວງແຮງງານແລະສະຫວັດດີການສັງຄົມ ສ້າງ “ບົດບັນທຶກການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ”  ເຊິ່ງແມ່ນມາດຕະການທີ່ສໍາຄັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະຮ່ວມກັນພັດທະນາ ລະຫວ່າງລັດແລະວິສາຫະກິດ. ທຶນຊ່ວຍເຫຼືອການສຶກສາດັ່ງກ່າວ ຕົ້ນຕໍແມ່ນນໍາໃຊ້ເພື່ອສະໜັບສະໜູນຜູ້ເຮັດວຽກງານການສຶກສາໃນເຂດທຸກຍາກ, ນັກຮຽນ-ນັກສຶກສາທີ່ຍາກຈົນໃນວິທະຍາໄລ ແລະ ສໍາລັບສະຖາບັນສຶກສາທີ່ກໍ່ສ້າງບຸກຄະລາກອນວິຊາການເຕັກນິກວິຊາສະເພາະ, ທຶນຊ່ວຍຫລືອດັ່ງກ່າວມີມູນຄ່າ 350.000 ໂດລາຕໍ່ປີ, ເຊິ່ງແມ່ນຈໍານວນທຶນສຶກສາທີ່ຫຼາຍທີ່ສຸດໃນລາວ ແລະ ເປັນກໍລະນີທໍາອິດທີ່ຈະສືບຕໍ່ປະຕິບັດໄປທຸກໆປີຢ່າງຕໍ່ເນື່ອງ, ເພື່ອເປັນການຮັບປະກັນດ້ານທຶນຮອນສໍາລັບພັດທະນາການສຶກສາຂອງ ສປປ ລາວ. “ປູກຕົ້ນໄມ້ໃຊ້ເວລາສິບປິ, ສ້າງຄົນໃຊ້ເວລາຮ້ອຍ ປີ”, ສະນັ້ນ ການສຶກສາແມ່ນແຜນການພື້ນຖານ ເພື່ອຄວາມຈະເລີນຮຸ່ງເຮືອງຂອງຊາດ ແລະ ຄວາມເຂັ້ມແຂງຂອງປະຊາຊົນ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພາຍໃຕ້ການສະໜັບສະໜູນຈາກບໍລິສັດແມ່“ອາຊີໂປຕາສສາກົນ”ດ້ວຍວິໄສທັດຍຸດທະສາດຍາວໄກ, ຈະຊ່ວຍແຮງພັດທະນາການສຶກສາຢູ່ລາວ, ທັງເປັັນການປະກອບສ່ວນອັນສໍາຄັນໃນການສ້າງເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”.

LEAVE A REPLY

Please enter your comment!
Please enter your name here