ຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ

0
5585

(ສພຊ) ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຄາດຄະເນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ວ່າ: ຄະນະປະຈໍາສະພາແຫ່ງຊາດ ສະເໜີລັດຖະບານເອົາໃຈໃສ່ແກ້ໄຂບາງຂໍ້ຄົງຄ້າງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ໃຫ້ບັນລຸໄດ້ຕາມແຜນ ໂດຍສະເພາະ ບັນດາຂໍ້ຄົງຄ້າງ, ອຸປະສັກ ແລະ ຂອດອຸດຕັນ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາດັ່ງນີ້:

1. ເອົາໃຈໃສ່ຕິດຕາມສະພາບເສດຖະກິດໂລກຢ່າງໃກ້ຊິດ, ຫັນເອົາສິ່ງທ້າທາຍເປັນກາລະໂອກາດໃນການພັດທະນາປະເທດ ເພື່ອມີມາດຕະການຮັບມືແຕ່ຫົວທີ ແລະ ທັນການ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນວຽກບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີຄວາມຄືບໜ້າຫຼາຍຂຶ້ນ;

2. ເພື່ອຮັບປະກັນບໍ່ໃຫ້ປະເທດຂອງພວກເຮົາເຂົ້າສູ່ວິກິດ, ສະເໜີໃຫ້ລັດຖະບານເອົາໃຈໃສ່ສ້າງແຜນ ແລະ ຄົ້ນຄວ້າມາດຕະການໃນການຈັດຫາແຫຼ່ງທຶນກູ້ຢືມຈຳນວນ 41.152 ຕື້ກີບ ດ້ວຍການລະດົມແຫຼ່ງທຶນຈາກພາຍໃນເປັນຕົ້ນຕໍ, ຄົ້ນຄວ້າຂໍ້ສະເໜີຕໍ່ການປະຕິຮູບບັນດາລັດວິສາຫະກິດ ທີ່ຫຼຸບທຶນຢ່າງຈິງຈັງ, ເອົາໃຈໃສ່ແກ້ໄຂຜົນການກວດສອບ ແລະ ກວດກາຢ່າງເຂັ້ມງວດ ແລະ ເດັດຂາດຕາມກົດໝາຍ;

3. ສະເໜີໃຫ້ລັດຖະບານເອົາໃຈໃສ່ ຄຸ້ມຄອງງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບຂອງຖານລາຍຮັບທີ່ມີຢູ່ປັດຈຸບັນ ໃຫ້ຄົບຖ້ວນຕາມມະຕິສະພາແຫ່ງຊາດ;

4. ເອົາໃຈໃສ່ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມລວມທັງພາກລັດ, ເອກະຊົນ, ຜູ້ປະກອບການ, ນັກຮຽນຮູ້ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ປະຕິບັດນະໂຍບາຍການປະຢັດ ມັດຖະຍັດ ດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ, ສ້າງຄວາມເປັນເຈົ້າຕົນເອງ, ຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຍົກສູງຄວາມຮັກຊາດໃຫ້ສູງຂຶ້ນ;

5. ເອົາໃຈໃສ່ປະຕິບັດຄາດໝາຍດ້ານເງິນຕາ ແນໃສ່ໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ແກ້ໄຂ ບັນຫາທີ່ເຄັ່ງຮ້ອນໃນປັດຈຸບັນໃຫ້ທັນການ;

6. ເອົາໃຈໃສ່ຈັດສັນ ແລະ ຄຸ້ມຄອງແຫຼ່ງທຶນຕ່າງໆ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ຫຼັກການ ແລະ ເປົ້າໝາຍການພັດທະນາ, ຄົ້ນຄວ້າລະດົມທຶນ ຈາກບັນດາພາກສ່ວນເສດຖະກິດ ພາຍໃນ ແລະ ຕ່າງປະເທດ;

7. ໃຫ້ລັດຖະບານເອົາໃຈໃສ່ ຄຸ້ມຄອງການລົງທຶນຂອງລັດຢ່າງເຂັ້ມງວດ, ລົງທຶນຕາມຄວາມສາມາດໃນການຊຳລະສະສາງເປັນຫຼັກ ເພື່ອແບ່ງປັນແຈກຢາຍ ແລະ ເອົາໃຈໃສ່ເພີ່ມອັດຕາສ່ວນການແກ້ໄຂໜີ້ສິນ ໃຫ້ໂຄງການສຳເລັດ 100%;

8. ເອົາໃຈໃສ່ປະຕິບັດຄາດໝາຍຂະແໜງການເສດຖະກິດ, ເຊິ່ງໃນນີ້, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າມາດຕະການ ນຳໃຊ້ທ່າແຮງໄດ້ປຽບຂອງປະເທດ; ສືບຕໍ່ເອົາໃຈໃສ່ປະຕິບັດຄາດໝາຍ ໃນຂົງວັດທະນະທຳ-ສັງຄົມ, ສິ່ງແວດລ້ອມທີ່ບໍ່ບັນລຸຄາດໝາຍຕາມມະຕິສະພາແຫ່ງຊາດ ແລະ ບັນດາຄາດໝາຍໃໝ່ ທີ່ຈະກຳນົດໃນແຜນປີ 2023 ໃຫ້ບັນລຸຕາມແຜນ;

9. ນອກຈາກນີ້, ໃຫ້ເອົາໃຈໃສ່ປະເມີນຄວາມຄືບໜ້າ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຈຸດສຸມພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໃນເຂດຈຸດສຸມ ແລະ ເມືອງເປົ້າໝາຍ ທີ່ໄດ້ກຳນົດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;

10. ເອົາໃຈໃສ່ຊຸກຍູ້ປະຕິບັດສັນຍາສະໜອງສິນຄ້າ, ພະລັງງານ ທີ່ ສປປລາວ ມີພັນທະກັບຕ່າງປະເທດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນການຊ່ວຍເຫຼືອ ແລະ ໂຄງການລົງທຶນຈາກຕ່າງປະເທດ ເພື່ອປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນສູງສຸດ;

11. ເອົາໃຈໃສ່ການຄຸ້ມຄອງບໍລິຫານລັດ ດ້ວຍກົດໝາຍ ໃຫ້ມີຜົນສັກສິດ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນທຸກຂົງເຂດຂອງສັງຄົມໃຫ້ໄປຕາມກົດໝາຍ, ຕາມຫຼັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມເຂັ້ມງວດ;

12. ເອົາໃຈໃສ່ປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຈຸດສຸມ, ມີການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຢ່າງຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ອົງການປົກຄອງຂັ້ນທ້ອງຖິ່ນ ມີຄວາມເປັນເຈົ້າການຫຼາຍຂຶ້ນໃນການພັດທະນາ.

ແຫຼ່ງຂໍ້ມູນ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

LEAVE A REPLY

Please enter your comment!
Please enter your name here