ມອບ-ຮັບ ໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ລະບົບຟາມ

0
954

ມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ລະບົບຟາມທີ່ບ້ານແຈ້ງ ເມືອງທຸລະຄົມ

ໃນອາທິດທີ່ຜ່ານມາ, ໄດ້ມີພິທີມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໄດ້ຮັບການຊ່ວຍເຫລືອຂອງໂຄງການທີ່ເຫັນຜົນໄວ (Quick Impact Project) ຈາກລັດຖະບານ ແລະ ປະຊາຊົນອິນເດຍ ຜ່ານໂຄງການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ມີມູນຄ່າ 50.000 ໂດລາສະຫະລັດ ໂດຍມີ 3 ຄອບຄົວ ເຂົ້າຮ່ວມກິດຈະກໍາດັ່ງກ່າວ. ນອກຈາກນີ້, ຍັງມີການປະກອບສ່ວນຂອງຄອບຄົວຕົວແບບ ທີ່ສະໝັກໃຈເຂົ້າຮ່ວມຈັດຕັ້ງໂຄງການດັ່ງກ່າວ 400 ກວ່າລ້ານກີບ.

ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ແມ່ນໂຄງການເປົ້າໝາຍຂອງເມືອງທຸລະຄົມ ທີ່ຈະສ້າງເປັນຕົວແບບ ໃນການພັດທະນາການກະເສດຄົບວົງຈອນໃນພື້ນທີ່ ເຂດຊົນລະປະ ທານບ້ານແຈ້ງ ແລະ ຈະກາຍເປັນຕົວແບບສູນການຮຽນຮູ້ ໃນການຈັດຕັ້ງກິດຈະກຳການປູກ-ການລ້ຽງແບບປະສົມປະສານ ເຊິ່ງບັນດາກິດຈະກຳທີ່ບັນດາຄອບຄົວຕົວແບບ ໄດ້ຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ ມີ 5 ກິດຈະກຳຫລັກຄື: ການລ້ຽງແບ້ແບບລະບົບຟາມ, ການລ້ຽງປາໃນນາເຂົ້າ, ການປູກພືດໝູນວຽນ ເພື່ອປັບປຸງດິນ, ການປູກເຂົ້ານາປີ ແລະ ນາແຊງ, ກິດຈະກຳການລ້ຽງສັດປີກ (ເປັດ,ໄກ່) ແລະ ກົບປະສົມປະສານໃນນາເຂົ້າທັງນາປີ ແລະ ນາແຊງ.

ທ່ານ ທັດສະກາ ສະພັງທອງ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ພວກເຮົາຍັງມີຂໍ້ຈໍາກັດຫລາຍດ້ານ ໂດຍສະເພາະດ້ານການຕະຫລາດ ແລະ ການສ້າງກຸ່ມການຜະລິດ ແລະ ເຄື່ອຂ່າຍການຂາຍ ປະເພດແບ້ ຍັງບໍ່ທັນກວ້າງຂວາງ ແລະ ເຮັດໄດ້ຢ່າງຕໍ່ເນື່ອງ, ປະລິມານຜົນຜະລິດ ຍັງມີໜ້ອຍໃຫ້ກັບຜູ້ຊື້ ແບບຮວບຮວມຈໍານວນຫລາຍ ເພື່ອໃຫ້ຄ່າຂົນສົ່ງຖືກລົງ; ຕະຫລາດການບໍລິໂພກພາຍໃນ ຍັງຈຳກັດ ແລະ ລາຄາຂາຍແບ້ ທຽບກັບອັດຕາເງິນເຟີ້ຂອງລາວ ແມ່ນເປັນຂໍ້ຈໍາກັດ ສຳລັບຜູ້ລ້ຽງແບ້; ດ້ານຄວາມຮູ້ໃນການຕອບໂຕ້ກັບພະຍາດ ແລະ ການປິ່ນປົວແບ້ ຂອງກະສິກອນ ຍັງບໍ່ທັນໄດ້ດີ ຍ້ອນການວິນິດໄສໂລກ ທີ່ເກີດຂຶ້ນ ຍັງເປັນການຄາດເດົາເອົາ ເຊິ່ງບໍ່ທັນມີຫ້ອງແລບໃນການວິໄຈໂລກ ທີ່ເກີດກັບແບ້ ເຮັດໃຫ້ແບ້ຂອງກະສິກອນ ທີ່ລ້ຽງແບບປ່ອຍປະຕາມທໍາມະຊາດ ຕາຍ ແລະ ແກ້ໄຂບໍ່ທັນ.

ໂອກາດດຽວກັນນີ້, ທ່ານ ດິນກ້າ ອັສທານາ ເອກອັກຄະລັກຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2020 ໂດຍກໍານົດເອົາກິດຈະກໍາທີ່ເປັນພື້ນຖານອັນສຳຄັນ ເພື່ອກ້າວໄປເຖິງລະບົບການລ້ຽງແບ້ ແບບລະບົບຟາມ ເຊິ່ງມີທັງໝົດ 5 ກິດຈະກຳຫລັກ ເຊັ່ນ: ພາກຈັດຕັ້ງກິດຈະກໍາຂອງໂຄງການ, ການສ້າງຄອກແບ້ ເປັນລະບົບຟາມທີ່ໄດ້ມາດຕະຖານ, ການພັດທະນາຮັກສາສຸຂະພາບສັດ, ການຈັດຫາພໍ່-ແມ່ພັນແບ້ ເພື່ອນຳເຂົ້າມາລ້ຽງໃນຟາມ ແລະ ການຄຸ້ມຄອງບໍລິຫານໂຄງການ. ພ້ອມນີ້, ຍັງໄດ້ສະໜອງການປູກຫຍ້າລ້ຽງແບ້, ການປູກຕົ້ນໄມ້ ແລະ ສະໜອງວັດສະດຸ ເພື່ອການກໍ່ສ້າງຮົ້ວລ້ອມຄອກແບ້. ນອກນີ້, ຍັງມີການຝຶກອົບຮົມການລ້ຽງແບ້, ການປິ່ນປົວ ແລະ ການເບິ່ງແຍງສຸຂະພາບແບ້ ນຳອີກ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here