ສອງທະນາຄານທຸລະກິດຂອງລັດ ທີ່ໄດ້ຮັບການປະຕິຮູບ

0
13185

ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ ແມ່ນສອງທະນາຄານທຸລະກິດຂອງລັດ ທີ່ໄດ້ຮັບການປະຕິຮູບ ຕາມທິດທາງແຜນການຂອງພັກ-ລັດຖະບານ ໃນການປະຕິຮູບລັດວິສາຫະກິດ ຊຶ່ງແມ່ນໜຶ່ງໃນມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ທີ່ເປັນວາລະແຫ່ງຊາດ ຊຶ່ງພາຍຫຼັງການປະຕິຮູບມາຮອດທ້າຍປີຜ່ານມາ ເຫັນວ່າມີທ່າອ່ຽງກ້າວໄປສູ່ປະສິດທິຜົນດີຂຶ້ນ ໄດ້ເລີ່ມມີກຳໄລສຸດທິ ຄື: ທະນາຄານພັດທະນາລາວ ມີກຳໄລສຸດທິ 359 ຕື້ກີບ ແລະ ທະນາຄານສົ່ງເສີມກະສິກຳ ມີ 22,21 ຕື້ກີບ.

ອີງຕາມເອກະສານເນື້ອໃນຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ໃຫ້ຮູ້ວ່າ: ເຖິງແມ່ນວ່າຍັງຢູ່ໃນໄລຍະການດໍາເນີນການປະຕິຮູບບັນດາຫົວໜ່ວຍລັດວິສາຫະກິດຂະໜາດໃຫຍ່ ຕາມແຜນການຂອງລັດຖະບານ ແຕ່ໝາກຜົນການປະຕິຮູບກໍມີອັນພົ້ນເດັ່ນ ເປັນຕົ້ນການປະຕິຮູບ ສອງທະນາຄານລັດ (ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ) ເຫັນວ່າມີທ່າອ່ຽງ ກ້າວໄປສູ່ປະສິດທິຜົນດີຂຶ້ນ ມາຮອດປັດຈຸບັນທັງສອງທະນາຄານໄດ້ເລີ່ມມີກໍາໄລສຸດທິ (ທະນາຄານພັດທະນາລາວ 359 ຕື້ກີບ ແລະ ທະນາຄານສົ່ງເສີມກະສິກໍາ 22,21 ຕື້ກີບ).

ເນື້ອໃນເອກະສານດັ່ງກ່າວ, ຍັງໃຫ້ຮູ້ວ່າ: ເຖິງແມ່ນວ່າພວກເຮົາມີໝາກຜົນຄວາມຄືບໜ້າຈໍານວນໜຶ່ງໃນການປະຕິບັດບັນດາວຽກຈຸດສຸມທັງ 5 ໃນໄລຍະ 1 ປີ 3 ເດືອນຜ່ານມາ, ແຕ່ຫຼາຍວຽກຈຸດສຸມຍັງຕ້ອງການໃຊ້ເວລາໃນການຊຸກຍູ້ ວຽກງານຕົວຈິງ ໂດຍສະເພາະໃນຂັ້ນທ້ອງຖິ່ນ. ສະນັ້ນ, ເຫັນວ່າໃນໄລຍະປີ 2023 ຊຶ່ງແມ່ນປີສຸດທ້າຍຂອງການປະຕິບັດວາລະແຫ່ງຊາດຈະໄດ້ສຸມໃສ່ວຽກງານຕ່າງໆທີ່ຍັງບໍ່ທັນສໍາເລັດ ແລະ ສ້າງໜໍ່ແໜງໃນການສ້າງລາຍຮັບສືບຕໍ່ໄປໃນໄລຍະອີກຊຸມປີຕໍ່ໜ້າເພີ່ມຕື່ມ.

ສໍາລັບການເຂົ້າເຖິງແຫຼ່ງທຶນຂອງ SME ທີ່ເປັນບຸລິມະສິດໃນການຜະລິດເພື່ອທົດແທນການນໍາເຂົ້າ, ໄລຍະຜ່ານມາລັດຖະບານໄດ້ສະໜອງແຫຼ່ງທຶນ SME ຜ່ານໂຄງການສິນເຊື່ອ SME ບ້ວງ 300 ຕື້ກີບ, ໂຄງການສິນເຊື່ອເພື່ອຟື້ນຟູການຜະລິດບ້ວງ 1.800 ຕື້ກີບ ຊຶ່ງມີຈຸດປະສົງສະໜອງແຫຼ່ງທຶນໃຫ້ແກ່ຂະແໜງການຜະລິດທີ່ຕິດພັນກັບຂະແໜງກະສິກໍາ, ປຸງແຕ່ງກະສິກໍາ, ຫັດຖະກໍາ ແລະ ການທ່ອງທ່ຽວ. ມາຮອດປັດຈຸບັນ ເຫັນໄດ້ວ່າໄດ້ສະໜອງແຫຼ່ງທຶນຜ່ານໂຄງການສິນເຊື່ອດັ່ງກ່າວໃຫ້ແກ່ບັນດາ SMEບຸລິມະສິດໃນຂອບເຂດທົ່ວປະເທດເກືອບໝົດແລ້ວ ແລະເພື່ອສ້າງເງື່ອນໄຂໃຫ້ບັນດາຜູ້ປະກອບການ SME ເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ, ລັດຖະບານຈະພະຍາຍາມຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາໂຄງການສິນເຊື່ອໃໝ່ຈໍານວນໜຶ່ງໃນປີ 2023 ໂດຍສະເພາະໂຄງການສິນເຊື່ອຖົມຂຸມດອກເບ້ຍ ແລະ ໂຄງການສິນເຊື່ອກະຈາຍແຫຼ່ງທຶນ,ທ້ອງຖິ່ນ ຊຶ່ງປັດຈຸບັນທະນາຄານແຫ່ງ ສປປ ລາວກໍາລັງຄົ້ນຄວ້າ ສ້າງແຜນດໍາເນີນການ. ພ້ອມນັ້ນ, ຈະໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍ SME ທີ່ເປັນບຸລິມະສິດໃນການຂຽນແຜນທຸລະກິດ, ແຜນຄຸ້ມຄອງການເງິນ, ການຖືບັນຊີ ແລະ ອື່ນໆ ເພື່ອເຮັດໃຫ້ຜູ້ປະກອບການມີເງື່ອນໄຂໃນການເຂົ້າເຖິງໂຄງການສິນເຊື່ອຫຼາຍຂຶ້ນ. ອີກປະການໜຶ່ງ, ຈະໄດ້ສຸມໃສ່ ເຜີຍແຜ່ໂຄສະນາບັນດາໂຄງການສິນເຊື່ອ SME ໃຫ້ກວ້າງຂວາງ ແລະ ເຂົ້າເຖິງບັນດາຫົວໜ່ວຍການຜະລິດທີ່ມີທ່າແຮງຢ່າງແທ້ຈິງ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here