ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

0
921

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ, 1 ນະ ຄອນຫຼວງ ແລະ 2 ກອງພົນ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານປີ 2023

ກອງປະຊຸມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ, 1 ນະຄອນ ຫຼວງ ແລະ 02 ກອງພົນ (ແຂວງຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນ ຫຼວງ ແລະ ກອງພົນທີ 1, ທີ 2) ປະຈໍາປີ 2022 ແລະ ທິດທາງ ແຜນການປີ 2013 ໄດ້ຈັດຂຶ້ນໃນວັນທີ 3 ມັງກອນ 2023, ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ; ມີບັນດາທ່ານ ເຈົ້າແຂວງ-ຮອງເຈົ້າແຂວງ, ປະທານ-ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ; ຜູ້ແທນຈາກຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ, ກະ ຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ, ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 1, ທີ 2, ກອງທັບ, ປກສ ແຂວງ, ຫ້ອງວ່າການແຂວງພາຍໃນແຂວງ, ຫ້ອງການຄະນະກຳມະການ ປກຊ-ປກສ ບັນດາແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັອ ວີລ່ຽມ ວົງທິສານ ຮອງປະທານຜູ້ປະຈຳ ການຄະນະກຳມະການ ປກຊ-ປກສ ແຂວງຫຼວງພະບາງ, ຫົວໜ້າການທະຫານກອງບັນຊາການທະ ຫານແຂວງຫຼວງພະບາງ ໄດ້ຂຶ້ນຜ່ານຮ່າງສະຫຼຸບຕີລາຄາຄືນສະພາບລວມການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ 1 ນະຄອນຫຼວງ ແລະ 2 ກອງພົນ ປະຈໍາປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023; ເຊິ່ງໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນກາງພັກລັດຖະ ບານ ໂດຍສະເພາະແມ່ນການຊີ້ນຳ-ນຳພາຂອງຄະ ນະກຳມະການ ປກຊ-ປກສ ສູນກາງແຂວງ ແລະ ໄດ້ຮັບການຮ່ວມມືຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ແລະ ຄວາມບຸກບືນສູ້ຊົນຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຍາດໄດ້ຜົນງານດ້ານດີຫຼາຍດ້ານ, ສະແດງອອກໃນການເຮັດໃຫ້ປະເທດຊາດມີຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ 3 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ພັດທະນາດີຂຶ້ນເທື່ອລະກ້າວ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງ ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງ ແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະ ບວນກວ້າງຂວາງ.

ໄປຄຽງຄູ່ກັບດ້ານວຽກງານທີ່ກ່າວມາຂ້າງເທິງນັ້ນ, ໃນວາລະກອງປະຊຸມບັນດາຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນໝາກຜົນຂອງການຈັດ ຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງທ້ອງຖິ່ນຂອງຕົນ ແລະ ປະ ກອບຄຳຄິດຄຳເຫັນໃສ່ທິດທາງແຜນການ, ວຽກ ງານຈຸດສຸມ ໃນປີ 2023 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບໝາກຜົນດີກວ່າເກົ່າໃນຕໍ່ໜ້າ.

ໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຍັງໄດ້ໃຫ້ກຽດໂອ້ລົມ, ຊີ້ນຳຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຊີ້ນໍາ-ນໍາພາ, ການຈັດຕັ້ງປະຕິ ບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃນໄລຍະ 1 ປີຜ່ານມາ, ເຖິງວ່າຈະປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນ ດາກົມກອງ, ກຳລັງປະກອບອາວຸດແຕ່ລະຂັ້ນ ກໍໄດ້ສຸມທຸກກຳລັງແຮງເຮັດສໍາເລັດໜ້າທີ່ຂອງຕົນ ດ້ວຍນໍ້າໃຈຄວາມຮັບຜິດຊອບຢ່າງແທ້ຈິງ, ຈາກນັ້ນ, ທ່ານກໍຍັງໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ບັນດາແຂວງ, ອົງການຈັດຕັ້ງພາກສ່ວນກ່ຽວຂ້ອງຈົ່ງພ້ອມກັນເພີມທະວີຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ທີ່ພັກ, ລັດ ແລະ ປະຊາ ຊົນມອບໝາຍໃຫ້, ພ້ອມກັນຈັດຕັ້ງປະຕິບັດວຽກ ງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ປະເທດ ຊາດ, ກໍຄື 3 ແຂວງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງ ດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດ ກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ໃນສະເພາະໜ້າກໍຄື: ຍາວໜານ.

ໃນຕອນທ້າຍກອງປະຊຸມ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະ ການ ປກຊ-ປກສ ສູນກາງ ໄດ້ຕາງໜ້າໃຫ້ຄະນະກຳມະການ ປກຊ-ປກສ ສູນກາງມອບເຄື່ອງໃຊ້ຫ້ອງການປະເພດປິນເຕີ້ 1 ໜ່ວຍ ແລະ ຈັກກ໊ອບປີ 1 ໜ່ວຍ ໃຫ້ຫ້ອງການ ປກຊ-ປກສ ແຂວງຫຼວງພະບາງ ເພື່ອມູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມສະດວກ ແລະ ວ່ອງໄວກວ່າເກົ່າ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

LEAVE A REPLY

Please enter your comment!
Please enter your name here