ເປີດຕະຫຼາດນັດວາງສະແດງ-ຂາຍສິນຄ້າໃນງານບຸນນະມັດສະການພະທາດພະບາດໂພນສັນ

0
2712

ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຕິດພັນກັບງານບຸນປະເພນີນະມັດສະການພະທາດພະບາດໂພນສັນໄດ້ຈັດຂຶ້ນໃນວັນທີ 3 ມັງກອນ ນີ້ ທີ່ເດີ່ນພະທາດພະບາດໂພນສັນ. ເປັນກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີທ່ານສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ກ່າວວ່າ: ເພື່ອເປັນການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ-ຂອງແຂວງ, ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນລາວບັນດາເຜົ່າ, ທັງເປັນການກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມໂດຍສະເພາະຫົວໜ່ວຍທຸລະກິດທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວຂອງເມືອງທ່າພະບາດກໍຄືແຂວງບໍລິຄຳໄຊໃຫ້ສາມາດຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດທີ່ຈະເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ.

ໂອກາດດັ່ງກ່າວທ່ານເຈົ້າແຂວງຍັງໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດພິທີຢ່າງເປັນທາງການ, ຫຼັງຈາກນັ້ນກໍໄດ້ທ່ຽວຊົມງານຕະຫຼາດນັດວາງສະແດງສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP)”, ສິນຄ້າຄອບຄົວຕົວແບບ, ຜະລິດຕະພັນຂະໜາດນ້ອຍ-ກາງ, ສິນຄ້າກະສິກຳ-ຫັດຖະກຳ, ຈັກສານ, ຕ່ຳແຜ່ນແພ ແລະ ການວາງສະແດງຜະລິດຕະພັນການທ່ອງທ່ຽວ, ໃນນັ້ນມີບັນດາຮ້ານຄ້າທີ່ເຂົ້າຮ່ວມ 247 ຮ້ານ, ສິນຄ້າຫັດຖະກຳ 40 ຮ້ານ, ຮ້ານຂາຍອາຫານ-ເຄື່ອງດື່ມ, ຂາຍສິນຄ້າທົ່ວໄປ 24 ຮ້ານ,ຮ້ານຄ້າຕະຫຼາດນັດຂາຍສິນຄ້າທົ່ວໄປ 99 ຮ້ານ, ນອກຈາກນັ້ນຍັງມີຮ້ານຂາຍເຄື່ອງປະເພດຕ່າງໆອີກ 80 ຮ້ານ, ພາຍໃນງານຍັງມີການວາງສະແດງຈາກຟາມລ້ຽງສັດໃຫຍ່ (ງົວ, ຄວາຍ) ມີ 6 ຫົວໜ່ວຍ ລວມມູນຄ່າສິນຄ້າພາຍໃນງານ 3ຕື້ກວ່າກີບ, ມູນຄ່າຊື້-ຂາຍ ແລະ ການບໍລິການໃນແຕ່ລະວັນຄາດວ່າຈະສູງເຖິງ 1ຕື້ກວ່າກີບ. ສໍາລັບພິທີຕັກບາດບຸນນະມັດສະການພະບາດໂພນສັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 6 ມັງກອນທີ່ຈະມາເຖິງນີ້.

Cr. ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here