ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

0
918

ໃນຕອນບ່າຍຂອງວັນທີ 11 ມັງກອນ 2023 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບຂອງສອງປະເທດ ລາວ-ຫວຽດນາມ ໄດ້ສືບຕໍ່ມີຄວາມໜັກແໜ້ນ, ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ທີ່ບັນດາບັນພະບູລຸດຂອງສອງປະເທດໄດ້ສ້າງໄວ້. ໃນປີຜ່ານມາ, ສອງພັກ, ສອງລັດ ພວກເຮົາໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສະເຫລີມສະຫລອງປີສາມັກຄີມິດຕະພາບ ຢ່າງເປັນຂະບວນຟົດຟື້ນ, ມີເນື້ອໃນເລິກເຊິ່ງ ແລະ ແທດເໝາະກັບສະພາບການຕົວຈິງຂອງສອງປະເທດ. ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດ ຖະມົນຕີລາວ-ຫວຽດນາມ ກໍຄື ການເຂົ້າຮ່ວມພິທີສະຫລຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ເຊິ່ງສອງຝ່າຍ ໄດ້ຢືນຢັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງການນໍາຂັ້ນສູງຂອງສອງພັກ, ບັນດາຂໍ້ຕົກລົງຂອງສອງລັດຖະບານ ກໍຄື ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາສາຍພົວພັນພິເສດທີ່ຫາຍາກ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ ໂດຍສະເພາະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ສຶກສາ, ການສ້າງຊັບພະຍາກອນມະນຸດ, ສາທາ ລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ, ສົມຄູ່ກັບການພົວພັນທີ່ດີທາງດ້ານການເມືອງ, ພ້ອມທັງໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງກອງປະຊຸມລະຫວ່າງສອງກົມການເມືອງ ລາວ-ຫວຽດນາມ ໃນທ້າຍເດືອນ ທັນວາ 2022 ຜ່ານມາ.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ເລຂາທິ ການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ, ບັນດາສະຫາຍການນໍາຂັ້ນສູງ ແລະ ອະດີດການນໍາ ພັກ, ລັດ ສສ ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາອັນສະຫລາດສ່ອງໃສ, ຖືກຕ້ອງ ແລະ ມີຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ ກໍຄື ການຄຸ້ມຄອງບໍລິຫານປະເທດຢ່າງມີປະສິດທິຜົນຂອງລັດຖະບານ ຫວຽດນາມ ເຖິງວ່າສະພາບການພາກພື້ນ ແລະ ໃນໂລກ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແພ່ລະບາດຂອງພະຍາດໂຄວິດ-19, ແຕ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍັງສາມາດສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ, ອິດທິພົນຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ໃນໂລກ. ພ້ອມທັງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ປະຊາຊົນລາວ ຕະຫລອດມາ.

ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມພາກ ພູມໃຈ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ເປັນການຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ພາຍຫລັງຮັບຕຳແໜ່ງນາຍົກລັດຖະມົນຕີ ແລະ ເປັນຄະນະຜູ້ແທນຂັ້ນສູງທຳອິດຂອງຕ່າງປະເທດມາຢ້ຽມຢາມ ລາວ ໃນປີ 2023, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ນອກຈາກຢ້ຽມຢາມຢ່າງເປັນທາງການແລ້ວ ຍັງໄດ້ ເຂົ້າຮ່ວມພິທີສະຫລຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ອັນມີຄວາມໝາຍຄວາມສໍາຄັນຂອງສອງປະເທດ, ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ເພື່ອຕິດຕາມການຜັນຂະຫຍາຍບັນດາໜ້າວຽກທີ່ ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໄດ້ຕົກລົງຮ່ວມກັນໃນທ້າຍປີ 2022 ຜ່ານມາ, ທັງຍັງເປັນການສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມກັນນັ້ນ, ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນປີໃໝ່ ຈາກການນໍາຂັ້ນສູງຂອງ ສສ ຫວຽດນາມ ເຖິງການນໍາຂັ້ນສູງຂອງ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ.

ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຟ້າມ ມິງ ຈິງ ໄດ້ແລກປ່ຽນຄໍາຄິດເຫັນນໍາກັນຫລາຍບັນຫາ, ໂດຍສະເພາະ ກ່ຽວກັບການສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ແມ່ນການແລກ ປ່ຽນບົດຮຽນທາງດ້ານວຽກສາຍພັກ, ການຮ່ວມມືທີ່ມີປະສິດທິຜົນທາງດ້ານສາຍລັດ ແລະ ການປະຕິບັດແຜນການຮ່ວມມື ແລະ ໂຄງການຕ່າງໆ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ສືບຕໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດໃຫ້ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດ ນາມອ້າຍນ້ອງ. ສອງຝ່າຍໄດ້ຢືນຢັນຄືນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍ ແລະ ຄວາມໝາຍໝັ້ນທີ່ຈະສືບຕໍ່ພ້ອມກັນອອກແຮງ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຫມັ້ນຄົງຂະໜົງແກ່ນ ແລະ ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມບັນດາອະດີດການນໍາຂັ້ນສູງຂອງ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແລະ ສະຫາຍ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here